ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ບັນ​ຊາ​ການ ລະ​ດັບ​ສູງ ສຫລ ມີ​ຄວາມ​ສົງ​ໄສ ໃນ​ຄວາມ​ມຸ່ງ​ໝັ້ນ​ ຂອງ ກຸ່ມ​ຕາ​ລີ​ບານ ຕໍ່​ສັນ​ຕິ​ພາບ


ນາຍ​ພົນ​ທະ​ຫານ​ນາ​ວິ​ກະ​ໂຍ​ທິນ ທ່ານ ເຄັນ​ເນັດ ແມັກ​ເຄັນ​ຊີ, ຜູ້​ບັນ​ຊາການ ກຳ​ລັງ ສະ​ຫະ​ລັດ ໃນ​ພາກ​ຕາ​ເວັນ​ອອກ​ກາງ, ໃຫ້​ຄຳ​ເຫັນ​ຕໍ່​ກອງ​ທະ​ຫານ ສະ​ຫະ​ລັດ, ເມືອງ ຈາ​ລາ​ລາ​ບັດ, ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ, 9 ກັນ​ຍາ, 2019.
ນາຍ​ພົນ​ທະ​ຫານ​ນາ​ວິ​ກະ​ໂຍ​ທິນ ທ່ານ ເຄັນ​ເນັດ ແມັກ​ເຄັນ​ຊີ, ຜູ້​ບັນ​ຊາການ ກຳ​ລັງ ສະ​ຫະ​ລັດ ໃນ​ພາກ​ຕາ​ເວັນ​ອອກ​ກາງ, ໃຫ້​ຄຳ​ເຫັນ​ຕໍ່​ກອງ​ທະ​ຫານ ສະ​ຫະ​ລັດ, ເມືອງ ຈາ​ລາ​ລາ​ບັດ, ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ, 9 ກັນ​ຍາ, 2019.

ສະ​ຫະ​ລັດ ແມ່ນ​ຍັງ​ບໍ່​ພ້ອມ​ທີ່​ຈະ​ຖອນ​ຕົວ​ອອກ​ຈາກ​ຂໍ້​ຕົກ​ລົງ​ຂອງ​ເຂົາ​ເຈົ້າ​ກັບ​ກຸ່ມ​ຕາ​ລີ​ບານ​ໃນ ອັ​ຟ​ກາ​ນິ​ສ​ຖານ, ແຕ່​ນາຍ​ພົນ​ທີ່​ຮັບ​ຜິ​ດ​ຊອບກອງ​ທັບ​ ສະ​ຫະ​ລັດ ໃນ​ພາກ​ພື້ນ​ດັ່ງ​ກ່າວ​ເວົ້າ​ວ່າ ມັນ​ມີ​ສັນ​ຍານ​ທີ່​ວ່າ ​ຂໍ້​ຕົກ​ລົງ​ນັ້ນ​ອາດ​ພັງ​ລົງ.

ນາຍ​ພົນ ເຄັນ​ເນັດ ແມັກ​ເຄັ​ນ​ຊີ ຈາກ​ກອ​ງ​ບັນ​ຊາ​ການກຳ​ລັງ ສະ​ຫະ​ລັດ ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ເຖິງ​ແມ່ນ​ຈະ​ມີ​ຄຳ​ສັນ​ຍາ​ທີ່​ຈະຫຼຸດ​ຜ່ອນ​ຄວາມ​ຮຸນ​ແຮງກໍ​ຕາມ, ​ຄວາມ​ຖີ່​ໃນ​ການ​ໂຈ​ມ​ຕີ​ຂອງ​ກຸ່ມ ຕາ​ລີ​ບານ ຢູ່​ທົ່ວ ອັ​ຟ​ກາ​ນິ​ສ​ຖານ ແມ່​ນ​ຍັງ​ຄົງ​ໜ້າ​ເປັນ​ຫ່ວງ​ຢູ່.

ທ່ານ ແມັກ​ເຄັນ​ຊີ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ວ່າ “ຂ້າ​ພະ​ເຈົ້າ​ຈະ​ບໍ່​ພິ​ຈາ​ລະ​ນາ​ສິ່ງ​ທີ່​ກຸ່ມ ຕາ​ລີ​ບານ ກຳ​ລັງ​ເຮັດ​ວ່າ​ສອດ​ຄ່ອງ​ກັບ​ທຸກ​ເສັ້ນ​ທາງ ສູ່​ການ​ສິ້ນ​ສຸດ​ຄັ້ງ​ສຸດ​ທ້າຍ​ຂອງ​ຂໍ້​ຕົກ​ລົງ​ກັບ ລັດ​ຖະ​ບານ​ໃນ​ປັດ​ຈຸ​ບັນ​ຂອງ ອັ​ຟ​ກາ​ນິ​ສ​ຖານ.”

ທ່ານ​ໄດ້​ກ່າວ​ວ່າ “ການ​ໂຈມ​ຕີ​ຕ່າງໆ​ ແມ່ນ​ມີ​ຂຶ້ນ​ສ່ວນຫຼາຍ ​ຕໍ່​ຄ້າຍ, ດ່ານກວດ ແລະ ໜ່ວຍ​ສູ້​ລົບ​ທີ່​ໂດດ​ດ່ຽວ​ຂອງ ອັ​ຟ​ກາ​ນິ​ສ​ຖານ. ລະ​ດັບ​ການ​ໂຈມ​ຕີ​ຂອງ ກຸ່ມ​ຕາ​ລີ​ບານ ແມ່ນບໍ່​ສອດ​ຄ່ອງ​ກັບຄຳ​ເວົ້າ​ຂອງອົງ​ການ​ຈັດ​ຕັ້ງ​ດັ່ງ​ກ່າວ​ທີ່​ມີ​ຈຸດ​ປະ​ສົງຈະ​ຮັກ​ສາ​ຄຳ​ເວົ້າ​ຂອງ​ພວກ​ເຂົາ.”

ຂໍ້​ຕົກ​ລົງ​ທີ່​ຖືກ​ເຊັນ​ໂດຍ ສະ​ຫະ​ລັດ ແລະ ກຸ່ມ​ຕາ​ລີ​ບານ ​ໃນອັ​ຟ​ກາ​ນິ​ສ​ຖານ ທີ່ ​ນະ​ຄອນຫຼວງ ໂດ​ຮາ ປະ​ເທດ ກາ​ຕ້າ ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ ໄດ້​ຮຽກ​ຮ້ອງ​ໃຫ້​ກອງ​ກຳ​ລັງ ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ທັງໝົດ​ອອກ​ຈາກ ອັ​ຟ​ກາ​ນິ​ສ​ຖານ ພາຍ​ໃນ 14 ເດືອນ​ຂ້າງ​ໜ້າ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ກອງ​ທັບ ສະ​ຫະ​ລັດ ໄດ້​ກ່າວ​ວ່າ ກອງ​ກຳ​ລັງ​ ອາ​ເມ​ຣິ​ກັນ ກຸ່ມ​ທຳ​ອິດ ໄດ້​ເລີ່ມ​ອອກ​ຈ​າກ​ປະ​ເທດ​ໃນ​ອາ​ທິດນີ້, ເປັນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະ​ຍາ​ຍາມ​ທີ່​ຈະຫຼຸດ​ຜ່ອນ​ຈຳ​ນວນກອງ​ທະ​ຫານ​ທັງ​ໝົດໃນ​ປະ​ເທດ ຈາກ​ປະ​ມານ 13,000 ເປັນ 8,600 ຄົນ ພາຍ​ໃນ 135 ວັນ​ຂ້າງ​ໜ້າ.

ແຕ່​ວ່າ, ບັນ​ດາ​ເຈົ້າ​ໜ້າ​ທີ່ກອ​ງ​ທັບ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ໄດ້​ອະ​ທິ​ບາຍ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ ການ​ຖ​ອນ​ກຳ​ລັງ​ໃນ​ເບື້ອງ​ຕົ້ນ​ແມ່ນກາ​ນ​ພະ​ຍາ​ຍາມ​ທີ່ “ມີ​ເຈ​ຕະ​ນາ​ດີ” ເພື່ອ​ຮັກ​ສາ​ທຸກ​ຝ່າ ຍ​ໃນ ອັ​ຟ​ກາ​ນິ​ສ​ຖານ ໃຫ້​ຢູ່​ໃນ​ເສັ້ນ​ທາງ​ໄປ​ສູ່​ສັນ​ຕິ​ພາບ, ໂດຍ​ເຕືອນ​ວ່າ ວໍ​ຊິງ​ຕັນ ແມ່ນ​ພ້ອມທີ່​ຈະ​ປ່ຽນ​ໃຈ​ຖ້າ​ມີ​ຄວາມ​ຈຳ​ເປັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG