ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ການຄ້າລະດັບສູງ ຂອງສະຫະລັດ ແລະຈີນ ພົບປະກັນ ໃນນະຄອນຫຼວງວໍຊິງຕັນ

ແຟ້ງຮູບ-ລັດຖະມົນຕີກະຊວງການຄ້າຂອງຈີນ ທ່ານຫວັງເຫວິນຕາວ ໃນນະຄອນຫຼວງປັກກິ່ງ, ວັນທີ 2 ມີນາ 2023. ທ່ານຫວັງ ແລະຄູ່ຮ່ວມຕໍາແໜ່ງຂອງທ່ານ ທ່ານນາງຈີນາ ໄຣມອນ ພົບປະກັນໃນວັນພະຫັດມື້ນີ້ ຢູ່ນະຄອນຫຼວງວໍຊິງຕັນ ເພື່ອສົນທະນາກ່ຽວກັບບັນຫາຕ່າງໆ ທີ່ພົວພັນເຖິງຄວາມສໍາພັນລະຫວ່າງ ສະຫະລັດ ແລະ ຈີນ.

ເຈົ້າໜ້າທີ່ລະດັບສູງຂອງຈີນ ແລະ ເຈົ້າໜ້າທີ່ທາງດ້ານການຄ້າ ແລະທຸລະກິດຂອງສະຫະລັດ ພົບປະກັນໃນວັນພະຫັດມື້ນີ້ຢູ່ນະຄອນຫຼວງວໍຊິງຕັນ, ເຊິ່ງເປັນການສົນທະນາຫາລືໂດຍກົງ ທີ່ບໍ່ຄ່ອຍເກີດຂຶ້ນ ລະຫວ່າງຜູ້ນໍາຂອງທັງສອງປະ ເທດທີ່ມີລະບົບເສດຖະກິດໃຫຍ່ທີ່ສຸດໃນໂລກ.

ກະຊວງການຄ້າຂອງສະຫະລັດກ່າວຢູ່ໃນຖະແຫຼງການເມື່ອວັນພະຫັດນີ້ວ່າ ລັດ ຖະມົນຕີກະຊວງການຄ້າຂອງຈີນ ທ່ານຫວັງ ເຫວິນຕາວ (Wang Wentao) ແລະທ່ານນາງຈີນາ ໄຣມອນ (Gina Rimond) ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ
ສະ​ຫະ​ລັດ “​ໄດ້​ສົນທະນາຫາລືທີ່ມີຄວາມໝາຍສໍາຄັນ ແລະກົງໄປກົງມາ ກ່ຽວກັບບັນຫາຕ່າງໆທີ່ພົວພັນເຖິງຄວາມສໍາພັນທາງ​ດ້ານ​ການ​ຄ້າລະຫວ່າງ ສະຫະ ລັດ ແລະ ຈີນ.”

ແຟ້ມຮູບ-ລັດຖະມົນຕີກະຊວງການຄ້າ ທ່ານນາງຈີນາ ໄຣມອນໂດ ກ່າວປາໄສໃນລະຫວ່າງການພິຈາລະນາ ການຈັດສັນງົບປະມານຂອງລັດຖະສະພາ ກ່ຽວກັບການຮ້ອງຂໍງົບປະມານຂອງປະທານາທິບໍດີ ສໍາລັບງົບປະມານປະຈໍາປີ 2024, ຢູ່ຫໍລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 16 ພຶດສະພາ 2023.

ການພົບປະໃນວັນພະຫັດມື້ນີ້, ກະຊວງການຄ້າເປີດເຜີຍວ່າ “ເປັນສ່ວນນຶ່ງຂອງຄວາມພະຍາຍາມທີ່ດຳ​ເນີນ​ມາ​ເປັນ​ລຳ​ດັບ ເພື່ອເປີດຊ່ອງທາງຂອງການຕິດຕໍ່ສື່ສານ ແລະຄຸ້ມ​ຄອງ​ຄວາມຮັບຜິດຊອບຮ່ວມກັນ” ໃນສາຍພົວພັນຂອງສະຫະ ລັດ ແລະ ຈີນ.

ໃນຂະ​ນະທີ່ປະທານາທິບໍດີຂອງສະຫະລັດ ທ່ານໂຈ ໄບເດັນ ພົບປະກັບຜູ້ນໍາຂອງຈີນ ທ່ານສີ ຈິ້ນຜິງ ທີ່ບາຫຼີ ເມື່ອເດືອນພະຈິກປີ​ກາຍ, ການຫາລືກ່ຽວກັບການຄ້າ ຢູ່ນະຄອນຫຼວງວໍຊິງຕັນ ໃນວັນພະຫັດມື້ນີ້ ແມ່ນການປະຊຸມລະດັບລັດຖະມົນຕີຄັ້ງທໍາອິດໃນນະຄອນຫຼວງຂອງສະຫະລັດ ລະຫວ່າງເຈົ້າໜ້າທີ່ອາເມຣິກັນ ແລະເຈົ້າໜ້າທີ່ ຈີນ ໃນຊ່ວງເວລາຂອງລັດຖະບານ ທ່ານໄບເດັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG