ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດຂັ້ນສູງ ຂອງ ສະຫະລັດ ແລະ ຈີນ ພົບປະກັນ ໃນອິນໂດເນເຊຍ  

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ຈັບມືກັບ ຜູ້ອໍານວຍການສໍານັກງານຄະນະກໍາມະການກິດຈະການຕ່າງປະເທດຂອງພັກຄອມມູນິສ ແຫ່ງຄະນະກໍາມະການກາງຂອງຈີນ ທ່ານຫວັງ ຢີ ໃນລະຫວ່າງການພົບປະຂອງພວກທ່ານທັງສອງ ໃນນະຄອນຫຼວງຈາກາຕາ, ວັນທີ 13 ກໍລະກົດ 2023. (Photo by Dita Alangkara / Pool / AFP)

ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ພົບປະກັບນັກການທູດຂັ້ນສູງຂອງຈີນ ທ່ານຫວັງ ຢີ ໃນວັນພະຫັດວານນີ້ ຢູ່ອິນໂດເນເຊຍ, ເຊິ່ງມີການສົນທະນາ ໂດຍກ່າວວ່າ ສະຫະລັດ ຍັງຄົງເປັນສ່ວນນຶ່ງໃນຄວາມພະຍາຍາມ ທີ່ຈະຫຼຸດຜ່ອນຄວາມສໍາພັນທີ່ເຄັ່ງຕຶງ ລະຫວ່າງປະເທດມະຫາອໍານາດທັງສອງ.

ທ່ານບລິງເກັນ ພົບປະກັບທ່ານຫວັງ ຢູ່ນອກກອງປະຊຸມສະມາຄົມບັນ​ດາ​ປະຊາຊາດ ​ໃນ​ເຂດ​ເອ​ເຊຍຕາເວັນອອກສຽງໃຕ້ ທີ່ຈັດຂຶ້ນ ໃນນະຄອນຫຼວງຈາກາຕາ. ເປົ້າໝາຍຂອງທ່ານບລິງເກັນ ຄື “ສືບ​ຕໍ່ເປີດຊ່ອງທາງສົນທະນາສື່ສານເພື່ອ​ໃຫ້ຄວາມແຈ່ມແຈ້ງ ກ່ຽວກັບ​ຜົນ​ປະ​ໂຫຍດຂອງສະຫະລັດໃນຫຼາຍໆບັນຫາ ແລະຄວາມຮັບຜິດຊອບໃນການຄຸ້ມຄອງການແຂ່ງຂັນ ໂດຍຫຼຸດຜ່ອນຄວາມສ່ຽງກ່ຽວກັບຄວາມເຂົ້າໃຈຜິດ ແລະການຄິດໄລ່ທີ່ບໍ່ຖືກຕ້ອງ,” ອີງຕາມການກ່າວຂອງໂຄສົກກະຊວງການຕ່າງປະເທດ ທ່ານແມັດທິວ ມີລເລີ.

ທ່ານມີລເລີ ກ່າວຢູ່ໃນຖະແຫຼງການວ່າ “ນີ້ແມ່ນສິ່ງທີ່ໂລກຄາດຫວັງ” ຕໍ່ສະຫະ ລັດ ແລະ ຈີນ.

ລັດຖະມົນຕີການຕ່າງປະເທດຂອງ ຣັດເຊຍ ທ່ານເຊີເກ ລາວລອບ ກໍຄາດວ່າ ຈະເຂົ້າ​ຮ່ວມກອງປະຊຸມຂອງກຸ່ມ ASEAN ຄັ້ງນີ້ເຊັ່ນກັນ.

ອ່ານຂ່າວນີ້ເພີ້ມເຕີມເປັນພາສາອັງກິດ

XS
SM
MD
LG