ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກການທູດຂັ້ນສູງ ຂອງ ສະຫະລັດ ແລະ ຈີນ ພົບປະກັນ ຢູ່ທີ່ກອງປະຊຸມອາ​ຊຽນ

ແຟ້ມຮູບ-ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີບລິງເກັນ, ຊ້າຍ, ຈັບມືກັບນັກການທູດຂັ້ນສູງຂອງຈີນ ທ່ານຫວັງ ຢີ, ຂວາ, ຢູ່ທີ່ເຮືອນພັກຮັບຮອງແຂກຂອງລັດຖະບານ Diaoyutai ໃນນະຄອນຫຼວງປັກກິ່ງ, ວັນທີ 19 ມິຖຸນາ 2023. (Leah Millis/Pool Photo via AP) ທັງສອງພົບກັນອີກຄັ້ງໃນວັນພະຫັດ ຢູ່ອິນໂດເນເຊຍ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ມີກໍານົດທີ່ຈະພົບປະກັບນັກການທູດຂັ້ນສູງຂອງຈີນ ທ່ານຫວັງ ຢີ ໃນວັນພະຫັດມື້ນີ້, ຢູ່ດ້ານນອກກອງປະຊຸມ ຂອງສະມາຄົມ​ບັນ​ດາປະຊາຊາດ​ໃນ​ເຂດ​ເອ​ເຊຍຕາເວັນອອກສຽງໃຕ້ ຫຼື​ອາ​ຊຽນ ​ທີ່ອິນໂດເນເຊຍ.

ທ່ານບລິງເກັນ ແລະ ທ່ານຫວັງ ພົບກັນຢູ່ນະຄອນຫຼວງປັກກິ່ງໃນເດືອນແລ້ວນີ້ ເຊິ່ງເປັນສ່ວນນຶ່ງ​ໃນຄວາມພະຍາຍາມຂອງລັດຖະບານທ່ານໄບເດັນ ເພື່ອຜ່ອນ ຄາຍຄວາມ​ເຄັ່ງ​ຕຶງ ໃນຄວາມສໍາພັນຂອງປະເທດມະຫາອໍານາດທັງສອງ.

ຈາກນັ້ນ, ລັດຖະມົນຕີກະຊວງການເງິນສະຫະລັດ ທ່ານນາງເຈເນັດ ແຢລເລັນ ກໍໄດ້ເດີນທາງໄປຢ້ຽມຢາມປັກກິ່ງໃນອາທິດແລ້ວນີ້, ແລະໃນອາທິດໜ້າ ແຕ່ວັນທີ 16-19, ທ່ານຈອນ ແຄຣີ ເຊິ່ງເປັນທູດພິເສດຂອງສະຫະລັດກ່ຽວກັບບັນຫາທາງສະພາບອາກາດ ກໍຈະເດີນທາງໄປຈີນເຊັ່ນກັນ.

ທ່ານບລິງເກັນ ແລະທ່ານຫວັງເຂົ້າຮ່ວມກອງປະຊຸມອາຊຽນທີ່ຈັດຂຶ້ນຢູ່ນະຄອນ ຫຼວງຈາກາຕາ, ເຊິ່ງລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ລາວຣອບ ກໍເຂົ້າຮ່ວມເຊັ່ນດຽວກັນ.

ການປະຊຸມໃນວັນພະຫັດ ແລະວັນສຸກ ຄາດວ່າຈະລວມມີການແນເປົ້າໝາຍໃສ່ວຽກງານເພື່ອຍຸ​ຕິ​ວິ​ກິ​ດ​ການຢູ່ໃນມຽນມາ ແລະຄວາມເຄັ່ງຕຶງຢູ່ໃນຂົງເຂດທະເລຈີນໃຕ້.

XS
SM
MD
LG