ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າ ນັກການທູດ ດ້ານສິດທິມະນຸດ ສຫລ ຈະໄປຫວຽດນາມ ໃນອາທິດໜ້າ


wasanii wa kenya wafanya tamasha wito wa kutolewa kwa mwanachama mbunge wa Uganda Robert Kyagulanyi,-Bobi Wine, pamoja na wenzi wake, Nairobi, Kenya 22 Agusto 2018
wasanii wa kenya wafanya tamasha wito wa kutolewa kwa mwanachama mbunge wa Uganda Robert Kyagulanyi,-Bobi Wine, pamoja na wenzi wake, Nairobi, Kenya 22 Agusto 2018

ຫົວໜ້າ​ນັກ​ການ​ທູດ​ດ້ານ​ສິດທິ​ມະນຸດ ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດຈະ​ເດີນ ທາງ​ໄປ​ຫວຽດນາມ​ ໃນ​ອາທິດ​ໜ້ານີ້​ ເພື່ອ​ແຜ້ວ​ທາງ​ໃຫ້​ແກ່​ການ​ຢ້ຽມຢາມຂອງ​ປະທານາ ທິບໍດີ​ບາຣັກ ​ໂອ​ບາ​ມາ ​ໃນ​ທ້າຍ​ເດືອນ​ນີ້.

ທ່ານ Tom Malinowski ຈະ​ຮຽກຮ້ອງ ​ໃຫ້​ຮາ​ໂນ່ຍ ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ​ທັງ ໝົດ ​ໂດຍ​ປາສະຈາກ​ເງື່ອນ​ໄຂ​ໃດໆ​ທັງ​ສິ້ນ ​ແລະ​ຊຸກຍູ້​ໃຫ້​ມີ​ການ​ປະຕິ​ຮູບ​ເພີ້ມຕື່ມທີ່​ຈະ ຊ່ອຍ​ເຮັດ​ໃຫ້​ກົດໝາຍ​ຂອງ​ຫວຽດນາມ ສອດຄ່ອງ​ກັບ​ພັນທະສາກົນ ດ້ານ​ສິດທິ​ມະນຸດ​ຂອງຕົນ ອີງ​ຕາມ​ຖະ​ແຫລງຂ່າວ​ ຂອງ​ກະຊວງ​ການຕ່າງປະ​ເທດ​ສະຫະລັດ ທີ່​ອອກ​ໃນ​ ວັນ​ສຸກ​ວານ​ນີ້.

​ເຈົ້າໜ້າ​ທີ່​ຫວຽດນາມ​ໄດ້​ສະ​ແດງ​ຄວາມ​ຫວັງ​ອອກ​ມາ​ວ່າ ການ​ຢ້ຽມຢາມ​ຂອງ ທ່ານ​ໂອ​ບາ​ມາ​ຈະ​ນຳ​ໄປ​ສູ່​ ການຫລຸດ​ຢ່ອນ​ຜ່ອນຜັນ​ໂດຍ​ເຕັມ ​ໃນ​ການ​ຫ້າມ​ຂາຍອາວຸດ​ຮ້າຍ​ແຮງ​ໃຫ້​ແກ່​ຫວຽດນາມ.

ສະຫະລັດ​ ໄດ້​ຍົກ​ເລີກ​ເປັນ​ບາງ​ສ່ວນ​ຕໍ່​ຂໍ້​ຫ້າມຂາຍ​ອາວຸດ​ຮ້າຍ​ແຮງ​ໃຫ້​ແກ່​ຫວຽດນາມ​ທີ່ ​ມີ​ມາ​ເປັນ​ເວລາ​ສາມ​ທົດ​ສະ​ວັດ​ ​ເມື່ອ​ເດືອນ​ຕຸລາ​ ປີ 2014 ​ແຕ່​ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້ໄດ້​ຖືກ​ຕຳ​ໜິຕິຕຽນ​ຈາກ​ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ຕ່າງໆ​ຮວມທັງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະ ນຸດ Human Rights Watch ທີ່​ມີ​ສຳນັກງານ​ ຢູ່​ນະຄອນ​ນິວຢອກ ຊຶ່ງ​ໄດ້ປະ​ທ້ວງ​ການ​ປະຕິບັດ​ຂອງ​ຮາ​ໂນ່ຍຕໍ່​ພວກ​ຄັດຄ້ານ​ລັດຖະບານ ພວກ​ຊົນ​ກຸ່ມ​ນ້ອຍ​ແລະ​ສາສະໜາ​ກຸ່ມ​ນ້ອຍ​ຕ່າງໆ.

ຮາ​ໂນ່ຍ​ໄດ້​ປະຕິ​ເສດ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ​ຕໍ່​ການ​ກ່າວ​ຫາ​ຂອງ​ບັນດາ​ກຸ່ມ​ປົກ​ປ້ອງ ສິດທິ​ມະນຸດ ກ່ຽວ​ກັບ​ການກວດ​ສອບ​ສື່​ມວນ​ຊົນ​ແລະ​ການ​ຈຳກັດ​ຮັດ​ແຄບ​ໃນ​ການ​ຊົມ​ໃຊ້ ອິນ​ເຕີ​ແນັດ ​ໂດຍ​ກ່າວ​ວ່າ ຕົນ​ບໍ່​ໄດ້​ຈັບ​ກຸມ​ພວກ​ຄັດຄ້ານ​ລັດຖະບານ ​ແຕ່​ໄດ້​ຈັບ​ກຸມ​ພວກ ທີ່​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ທາງ​ອາຍາ​ເທົ່າ​ນັ້ນ.

ການ​ປ່ຽນ​ແປງ​ໃນ​ນະ​ໂຍບາຍ​ຂອງ​ສະຫະລັດ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ຈີນ​ໄດ້​ອ້າງ​ເອົາ​ກຳມະສິດ ແບບ​ກ້າຫານ​ຫຼາຍຂຶ້ນ ໃນເຂດ​ນ້ຳແດນດິນສ່ວນ​ໃຫຍ່ ຢູ່​ໃນ​ທະ​ເລ​ຈີນ​ໃຕ້​ທີ່​ອຸດົມສົມບູນ ໄປ​ດ້ວຍ​ຊັບພະຍາກອນ​ທຳ​ມະ​ຊາດ​ ​ທີ່​ການ​ລາດຕະ​ເວນທາງ​ທະ​ເລ​ຂອງຫວຽດນາມໄດ້ ປະ​ເຊີນ​ໜ້າ​ກັບ​ກຳລັງ​ຂອງ​ກອງທັບ​ເຮືອ​ຈີນ​ໃນ​ຫລາຍໆ​ໂອກາດ​ມາ​ແລ້ວ.

ກະຊວງ​ການ​ຕ່າງປະ​ເທດ ​ກ່າວ​ວ່າ ຍ້ອນ​ສະຫະລັດ​ຮູ້​ດີ ​ກ່ຽວ​ກັບ​ຄວາມ​ວິຕົກ​ກັງ​ວົນ ​ໃນ ເລື່ອງ​ສິດທິ​ມະນຸດ​ຢູ່​ໃ​ນຫວຽດນາມ ການ​ຂາຍ​ທຸກໆ​ຢ່າງ ​ແມ່ນ​ຈະ​ຕ້ອງ​ ໄດ້​ຮັບ​ການ​ທົບ​ທວນ​ເປັນ​ກໍລະນີໆ​ໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG