ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ໂຈມ​ຕີ​ເຂດ​ກາ​ຊາ ໃນ​ຂະ​ນະ​ທີ່​ສານ​ໂລກ​ ມີ​ກຳ​ນົດ​ຈະ​ຕັດ​ສິນ​ຄະ​ດີ


ແມ່​ຍິງ ປາ​ແລັ​ສ​ໄຕ​ນ໌ ຄົນ​ນຶ່ງກວດ​ກາ​ຄວາມ​ເສຍ​ຫາຍ​ຢູ່​ເຮືອນ​ຄອບ​ຄົວ​ຂອງ​ລາວ​ໃນ​ເມືອງ ນູ​ເຊ​ຣັດ ລຸນຫຼັງ​ການ​ລະ​ດົມ​ຍິງ​ໃສ່​ຂອງ ອິ​ສ​ຣາ​ແອ​ລ ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ, 23 ພຶດ​ສະ​ພາ 2024.
ແມ່​ຍິງ ປາ​ແລັ​ສ​ໄຕ​ນ໌ ຄົນ​ນຶ່ງກວດ​ກາ​ຄວາມ​ເສຍ​ຫາຍ​ຢູ່​ເຮືອນ​ຄອບ​ຄົວ​ຂອງ​ລາວ​ໃນ​ເມືອງ ນູ​ເຊ​ຣັດ ລຸນຫຼັງ​ການ​ລະ​ດົມ​ຍິງ​ໃສ່​ຂອງ ອິ​ສ​ຣາ​ແອ​ລ ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ, 23 ພຶດ​ສະ​ພາ 2024.

ກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ ໄດ້​ໂຈມ​ຕີ​ເຂດ ກາ​ຊາ ໃນ​ວັນ​ສຸກມື້​ນີ, ໃນ​ຂະ​ນະ​ທີ່​ສານ​ສູງ​ສຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ຕັດ​ສິນ ກ່ຽວ​ກັບ ການ​ຮຽກ​ຮ້ອງ​ໃຫ້​ຢຸດ​ການ​ໂຈມ​ຕີ​ທາງ​ທະ​ຫານ ຍ້ອນ​ການ​ກ່າວ​ຫາ ກ່ຽວ​ກັບ “ການ​ຂ້າ​ລ້າງ​ເຜົ່າ​ພັນ.”

ຢູ່​ພື້ນ​ດິນ​ໃນ​ເຂດ​ກາ​ຊາ, ບັນ​ດາ​ຜູ້​ເຫັນ​ເຫດ​ການ ແລະ ​ນັກ​ຂ່າວ​ຂອງ​ອົງ​ການ AFP ໄດ້​ລາຍ​ງານ​ ກ່ຽວ​ກັບ ການ​ໂຈມ​ຕີ​ຂ້າມ​ຄືນ​ທາງ​ອາ​ກາດ ແລະ ທາງ​ນ້ຳ​ໃສ່​ເມືອງ ກາ​ຊາ ແລະ ຍິງ​ປືນ​ໃສ່​ພາກ​ໃຕ້​ຂອງ​ເຂົາ​ເຈົ້າ, ດ້ວຍ​ຜູ້​ເສຍ​ຊີ​ວິດ​ຈຳ​ນວນຫຼາຍ​ຖືກ​ລາຍ​ງານ​ໃນ​ການ​ໂຈມ​ຕີ​ສອງ​ຄັ້ງ​ແຕກ​ຕ່າງ​ກັນ​ໃສ່​ຕຶກ​ທີ່​ພັກ​ອາ​ໄສ​ຂອງ​ປະ​ຊາ​ຊົນ​ໃນ​ພາກ​ເໜືອ ແລະ ພາກ​ກາງ​ຂອງ​ເມືອງ.

ອິ​ສ​ຣາ​ແອ​ລ ໃນ​ຕົ້ນ​ເດືອນ​ພຶດ​ສະ​ພາ​ໄດ້​ເປີດ​ການ​ໂຈມ​ຕີ​ໃສ່​ເມືອງ ຣາ​ຟາ, ເມືອງ​ສຸດ​ທ້າຍ​ໃນ​ເຂດ​ກາ​ຊາ ທີ່ກອງ​ກຳ​ລັງ​ພາກ​ພື້ນ​ດິນ​ໄດ້​ເຂົ້າ​ໄປ, ໂດຍ​ໄດ້​ຂັດ​ຂືນ​ການ​ຄັດ​ຄ້ານ​ຈາກ​ທົ່ວ​ໂລກ ແລະ ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍກວ່າ 800,000 ຄົ​ນ​ຕ້ອງຫຼົບ​ໜີ, ອີງ​ຕາມ​ຕົ​ວ​ເລກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ໂຄ​ສົກ​ກອງ​ທັບ ອິ​ສ​ຣາ​ແອ​ລ ທ່ານ ແດ​ນຽ​ລ ຮາ​ກາ​ຣີ ໄດ້​ກ່າວ​ວ່າ “ພວກ​ເຮົາ​ບໍ​ໄດ້​ໂຈມ​ຕີ​ເຂົ້າ​ໃສ່​ເມືອງ ຣາ​ຟາ, ພວກ​ເຮົາ​ໄດ້​ທຳ​ການ​ປະ​ຕິ​ບັດ​ການ​ຢ່າງ​ລະ​ມັດ​ລະ​ວັງ ແລະ ຢ່າງ​ແນ່ນອນ.”

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງວັນ​ສຸກມື້ນີ້, ກອງ​ທັບ​ບົກ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ “ກອງ​ກຳ​ລັງ​ຂອງ​ເຂົາ​ເຈົ້າ​ແມ່ນ​ກຳ​ລັງ​ສືບ​ຕໍ່​ການ​ປະ​ຕິ​ບັດ​ການ​ຕໍ່​ຕ້າ​ນ​ເປົ້າ​ໝາຍ​ພວກ​ກໍ່​ການ​ຮ້າຍ” ໃນ​ເມືອງ​ທີ່​ຕັ້ງ​ຢູ່​ພາກ​ໃຕ້​ນັ້ນ, ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້ “ທຳ​ລາ​ຍສາງ​ເກັບ​ອາ​ວຸດ” ແລະ ເສັ້ນ​ທາງ​ອຸ​ໂມງ.

ແຫຼ່ງ​ຂ່າວ​ໃນ​ທ້ອງ​ຖິ່ນ ປາ​ແລັ​ສ​ໄຕ​ນ ແຫ່ງ​ນຶ່ງ​ໄດ້​ກ່າວ​ວ່າ​ລົດ​ທະ​ຫານ​ຈຳ​ນວນ ຫຼາຍ​ໄດ້​ເດີນ​ທາງ​ຈາກ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ ຣາ​ຟາ ໄປ​ສູ່​ໃຈ​ກາງ​ເມືອງ.

ການ​ຕໍ່​ສູ້​ໃນ​ຕົວ​ເມືອງ​ໄດ້​ລະ​ເບີດ​ຂຶ້ນ​ອີກ​ຄັ້ງ​ໃນ​ເຂດ​ພາກ​ເໜືອ​ຂອງ​ດິນແດ​ນ​ ປາ​ແລັ​ສ​ໄຕ​ນ, ເຊິ່ງກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ ໄດ້​ບຸກ​ເຂົ້າ​ໄປ​ໃນ​ຫຼາຍ​ເດືອນ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG