ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທີ່ປຶກສາ ອະວຸໂສ ຂອງ ປ. ທຣຳ ພົບປະ ເຈົ້າຟ້າຊາຍ ຊາອຸດີ ເປັນຄັ້ງທຳອິດ ນັບແຕ່ ການສັງຫານ ທ. ຄາຊອກກີ

ທີ່ປຶກສາອະວຸໂສ ຂອງທຳນຽບຂາວ ທ່ານ ຈາເຣດ ຄູສເນີ ເຂົ້າຮ່ວມກອງປະຊຸມ ວ່າດ້ວຍສັນຕິພາບ ແລະຄວາມໝັ້ນຄົງ ໃນພາກຕາເວັນອອກກາງ ໃນນະຄອນ ວໍຊໍ ປະ​ເທດໂປແລນ, ວັນທີ 14 ກຸມພາ 2019. ທ່ານ ຄູສເນີ ໄດ້ພົບປະກັບ ເຈົ້າຟ້າຊາຍ ຂອງຊາອຸດີ ອາຣາເບຍ, ວັນທີ 27 ກຸມພາ 2019.

ທີ່ປຶກສາອະວຸໂສ ຂອງທຳນຽບຂາວ ທ່ານ ຈາເຣດ ຄູສເນີ ໄດ້ພົບປະກັບ ເຈົ້າຟ້າຊາຍ
ຂອງຊາອຸດີ ອາຣາເບຍ ໃນວັນອັງຄານມື້ກ່ອນນີ້ ອັນເປັນຄັ້ງທຳອິດ ທີ່ ພວກເພິ່ນທັງ
ສອງ ໄດ້ພົບປະກັນ ນັບຕັ້ງແຕ່ ການສັງຫານນັກຂ່າວຊາວຊາອຸດີ ທ່ານ ຈາມາລ
ຄາຊອກກີ ທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ.

ທຳນຽບຂາວ ໄດ້ກ່າວ ໃນຖະແຫລງການເມື່ອວັນພຸດວານນີ້ ວ່າ ທັງສອງທ່ານ ໄດ້ປຶກ
ສາຫາລື ໃນຫຼາຍໆຫົວຂໍ້ ຢູ່ທີ່ນະຄອນຫຼວງຣິຢາດ ທີ່ລວມທັງການລົງທຶນ ໃນດ້ານ
ເສດຖະກິດ ຢູ່ໃນພາກຕາເວັນອອກກາງ ແລະ ໃນຄວາມພະຍາຍາມທີ່ ຈະນຳເອົາ
ສັນຕິພາບ ມາສູ່ຂົງເຂດນີ້.

ຖະແຫລງການນີ້ ຍັງໄດ້ກ່າວອີກວ່າ “ໂດຍການສານຕໍ່ການສົນທະນາກັນ ໃນເມື່ອ
ກ່ອນ ພວກເພິ່ນໄດ້ປຶກສາຫາລື ທີ່ຈະເພີ້ມການຮ່ວມໄມ້ຮ່ວມມື ລະຫວ່າງ ສະຫະລັດ
ແລະຊາອຸດີ ອາຣາເບຍ ແລະຄວາມພະຍາຍາມ ໃນການເອື້ອອຳນວຍ ໃຫ້ເກີດ
ສັນຕິພາບ ລະຫວ່າງ ອິສຣາແອລ ແລະປາແລສໄຕນ໌ ຂອງລັດ ຖະບານທ່ານທຣຳ.”

ປະທານາທິບໍດີ ເທີກີ ທ່ານ ໄຕຢິບ ເອີໂດອານ ຈັບມື ກັບ ທ່ານ ຈາເຣດ ຄູສເນີ (ຊ້າຍ), ທີ່ປຶກສາຂອງທ່ານ ດໍໂນລ ທຣຳ, ກ່ອນໜ້າທີ່ພວກເພິ່ນ ຈະເຂົ້າປະຊຸມ ຢູ່ທີ່ທຳນຽບປະທານາທິບໍດີ ທີ່ນະຄອນຫຼວງ ອັງກາຣາ ຂອງເທີກີ, ວັນທີ 27 ກຸມພາ 2019.

ຖະແຫລງການດັ່ງກ່າວ ບໍ່ໄດ້ກ່າວເຖິງ ທ່ານ ຄາຊອກກີ ເລີຍ ຜູ້ທີ່ໄດ້ຖືກຄາດຕະກຳນັ້ນ
ຊຶ່ງໄດ້ກໍ່ໃຫ້ເກີດຄວາມເຄັ່ງຕຶງ ລະຫວ່າງ ສະຫະລັດ ແລະ ຊາອຸດີ ອາຣາເບຍ.

ທ່ານ ຄູສເນີ ໄດ້ສ້າງສາຍສຳພັນທີ່ໃກ້ຊິດກັບເຈົ້າຟ້າຊາຍ ໂມຮຳເມັດ ບິນ ຊາລມັນ
ຂອງຊາອຸດີ ອາຣາເບຍ ຜູ້ນຳທີ່ແທ້ຈິງ ຂອງຣາຊະອານາຈັກ ຊາອຸດີ. ລາຍງານຂອງ
ປະຊາຄົມ ສືບລັບຂອງສະຫະລັດ ໄດ້ສະຫລຸບວ່າ ເຈົ້າຟ້າຊາຍ ໄດ້ອອກຄຳສັ່ງໃຫ້ສັງ
ຫານ ທ່ານ ຄາຊອກກີ.

ສ່ວນທ່ານ ຄູສເນີ ຜູ້ທີ່ເປັນລູກເຂີຍ ຂອງປະທານາທິບໍດີ ດໍໂນລ ທຣຳ ແມ່ນ ເດີນທາງ
ໄປຍັງຕາເວັນອອກກາງ ໃນໄລຍະ 7 ວັນ ໂດຍການແວ່ຢ້ຽມຢາມ ບັນດາປະເທດ
ພັນທະມິດຢູ່ໃນເຂດອ່າວອາຣັບຂອງສະຫະລັດ ພ້ອມກັນກັບ ທູດພິເສດ ປະຈຳພາກ
ຕາເວັນອອກກາງ ຂອງສະຫະລັດ ທ່ານ ເຈສັນ ກຣີນແບລັຕ ແລະ ຜູ້ຕາງໜ້າພິເສດ
ສຳລັບອີຣ່ານຂອງສະຫະລັດ ທ່ານ ບຣາຍແອນ ຮຸກຄ໌.

ທັງສາມທ່ານ ໄດ້ເດີນທາງໄປຢ້ຽມຢາມ ບາຫ໌ເຣນ ໂອມານ ແລະ ສະຫະລັດ ອາຣັບ
ເອເມີເຣັສ ເມື່ອຕົ້ນສັບປະດານີ້ “ເພື່ອຮັບເອົາຄຳແນະນຳຈາກປະເທດ ດັ່ງກ່າວ ກ່ຽວ
ກັບວ່າ ແມ່ນຫຍັງຄືແນວທາງ ທີ່ດີທີ່ສຸດ ທີ່ຈະດຳເນີນການຕໍ່ໄປ”
ກັບຂະບວນການ
ສັນຕິພາບໃນ​ພາກຕາເວັນອອກກາງ ທ່ານຄູສເນີ ໄດ້ກ່າວໄປ ຢູ່ໃນການໃຫ້ສຳພາດ
ກັບລາຍການຂ່າວ Sky News Arabia ຢູ່ໃນນະຄອນ ອາບູ ດາບີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG