ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດພິເສດ ຂອງຝ່າຍຄ້ານ ລາອອກ ຫຼັງຈາກ ການເຈລະຈາ ສັນຕິພາບ ໃນຊີເຣຍ ລົ້ມແຫຼວ


Syria Opposition
please wait
Embed

No media source currently available

0:00 0:00:47 0:00

ຫົວໜ້ານັກເຈລະຈາສັນຕິພາບ ສຳລັບກຸ່ມຝ່າຍຄ້ານທີ່ສຳຄັນຂອງ ຊີເຣຍ ກ່າວວ່າ ທ່ານ ຈະລາອອກຈາກຕຳແໜ່ງຂອງທ່ານ, ຍ້ອນຄວາມລົ້ມແຫຼວ ຂອງຄວາມພະຍາ ຍາມ ທີ່ ໜູນຫຼັງໂດຍອົງການສະຫະປະຊາຊາດ ເພື່ອຫາຊ່ອງທາງ ​ໃນ​ການແກ້ໄຂວິ​ກິດ​ການ ທາງການເມືອງ ຕໍ່ສົງຄາມກາງເມືອງ ທີ່ແກ່ຍາວມາດົນນານຂອງປະເທດນັ້ນ.

ທ່ານ Mohammed Alloush ໄດ້ກ່າວໃນຖະແຫຼງການສະບັບໜຶ່ງໃນວັນອາທິດວານນີ້, ໂດຍເຊື່ອມໂຍງການຕັດສິນໃຈຂອງທ່ານ ຕໍ່ກັບຄວາມຮຸນແຮງ ຂອງທະຫານ ທີ່ກຳລັງ ດຳເນີນຢູ່ ຈາກກອງກຳລັງລັດຖະບານ ທີ່ຊອກຫາການຊ່ວຍເຫຼືອຈາກຣັດເຊຍ ເພື່ອຮັກ ສາຕຳແໜ່ງ ປະທານາທິບໍດີ ທີ່ຖືກໂຈມຕີຂອງທ່ານ Bashar al-Assad ໄວ້.

ໃນການຂຽນຂໍ້ຄວາມຢູ່ Twitter ທ່ານ Alloush ສະມາຊິກອາວຸໂສ ຂອງກຸ່ມກະບົດ ທີ່ ມີອິດທິພົນ Jaish al-Islam ​ໃນອັນ​ທີ່ທ່ານ​ອະທິບາຍ​ວ່າ​ “ນີ້​ແມ່ນ ການ​ຫົວ​ແຂງ ດື້​ດັນ ຂອງລະບອບ ການປົກຄອງ ຂອງທ່ານ Assad ແລະ ການສືບຕໍ່ຖິ້ມລະເບີດ ຂອງ ພວກເຂົາເຈົ້າ ແລະ ການຮຸກຮານທີ່​ຫ້າວ​ຫານຂອງພວກເຂົາເຈົ້າຕໍ່ກັບປະຊາຊົນ ຂອງຊີເຣຍ.”

​ໃນການເຈລະຈາສັບຕິພາບ 2 ສັບປະດາ ທີ່ນະຄອນ ເຈນິວາ, ບ່ອນທີ່ບັນດາທູດພິດເສດ ຂອງ UN ໄດ້ພົບປະກັນ ແຍກຕ່າງຫາກກັບບັນດາທູດພິເສດ ຈາກລັດຖະບານທ່ານ Assad ແລະ ພວກກຸ່ມຝ່າຍຄ້ານ, ໄດ້ສິ້ນສຸດລົງໃນເດືອນເມສາທີ່ຜ່ານມາ ໂດຍປາສະ ຈາກ ຂໍ້ຕົກລົງ​ໃດໆ, ໃນຂະນະທີ່ ການຕໍ່ສູ້ຄັ້ງໃໝ່ ໄດ້ເລີ່ມຕົ້ນຂຶ້ນອີກ ຢູ່ໃກ້ກັບເຂດຊາຍ ແດນ ຂອງຊີເຣຍ.

ການເຈລະຈາຮອບທີ 3 ເຊິ່ງມີໝາຍກຳນົດຂຶ້ນ ຢ່າງບໍ່ແນ່ນອນ ໃນທ້າຍຂອງເດືອນ ພຶດສະພານີ້ ໄດ້ລົ້ມແຫຼວລົງຢ່າງບໍ່​ມີເປັນຮູບເປັນຮ່າງຫຍັງ. ໃນສັບປະດາທີ່ຜ່ານມາ, ທູດພິເສດ UN ທ່ານ Staffan de Mistura ໄດ້ກ່າວວ່າ ຍັງບໍ່ມີໝາຍກຳນົດວັນ​ເວລາ​ ໃດໆທັງສິ້ນ ສຳລັບການເຈລະຈາໃນຄັ້ງຕໍ່ໄປ ຈົນກວ່າວ່າ​ ທຸກ​ພັກຝ່າຍຈະຕົກລົງ​ອະນຸ ຍາດໃຫ້ການຊ່ວຍເຫຼືອ ດ້ານມະນຸດສະທຳ ຢ່າງແທ້ຈິງ ​ທີ່ຈະສາມາດເຂົ້າ​ເຖິງພົນລະ ເຮືອນ ຊາວຊີເຣຍ ຈຳນວນຫຼາຍສິບພັນຄົນ ທີ່ມີຄວາມຈຳ​ເປັນ​ແລະ​ທຸກ​ເຂັນ​ຢ່າງ​ແສນ​ສາຫັດ​ນັ້ນ.

ອົງການ UN ບໍ່ໄດ້ໃຫ້ຄວາມເຫັນ ຢ່າງທັນທີທັນໃດ ຕໍ່ກັບການປະກາດລາອອກ ຈາກຕຳ ແໜ່ງຂອງທ່ານ Alloush ໃນວັນອາທິດວານນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG