ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະ​ມາ​ຊິກ​ສະ​ພາ​ສູງ​ ພັກ​ເດ​ໂມ​ແຄ​ຣັດ ເຕືອນ ປ. ທ​ຣຳ ວ່າຢ່າ​ຍົກ​ເລີກ ​ການ​ລົງ​ໂທດ ຕໍ່ ມະຫາ​ເສດ​​ຖີ ຣັດ​ເຊຍ


ສະ​ມາ​ຊິກ​ສະ​ພາ​ສູງຄະ​ນະ​ກຳ​ມະ​ການ​ສຳ​ພັນ​ຕ່າງ​ປະ​ເທດ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດຈາກ​ລັດ​ນິວ​ເຈີ​ຊີ ທ່ານ​ບັອບ ເມີ​ນັນ​ເດ​ສ ກ່າວ​ຕ​ໍ່ ບັນ​ດາ​ນັກ​ຂ່າວ ວັນ​ທີ ​28 ພະ​ຈິກ 2018.
ສະ​ມາ​ຊິກ​ສະ​ພາ​ສູງຄະ​ນະ​ກຳ​ມະ​ການ​ສຳ​ພັນ​ຕ່າງ​ປະ​ເທດ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດຈາກ​ລັດ​ນິວ​ເຈີ​ຊີ ທ່ານ​ບັອບ ເມີ​ນັນ​ເດ​ສ ກ່າວ​ຕ​ໍ່ ບັນ​ດາ​ນັກ​ຂ່າວ ວັນ​ທີ ​28 ພະ​ຈິກ 2018.

ສະ​ມາ​ຊິກ​ສະ​ພາ​ສູງ​ທີ່​ສຳ​ຄັນ​ຄົນ​ນຶ່ງ ໄດ້​ເຕືອນ​ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣໍາ
ວ່າຢ່າ​ໄດ້​ຍົກ​ເລິກ​ການ​ລົງ​ໂທດ​ຕ້ານ​ນັກທຸລະກິດ​ທີ່​ຮັ່ງມີ ຣັດ​ເຊຍ ຫຼື​ບັນ​ດາ​ບໍ​ລິ​ສັດ​ທີ່
​ທ່ານ​ຄວບ​ຄຸ​ມ.

ທ່ານ​ໂອ​ເລັກ ເດີ​ຣີ​ປັ​ສ​ກາ ໄດ້​ຖື​ຮຸ້ນ​ສ່ວນຢູ່ບໍ​ລິ​ສັດ​ອາ​ລູ​ມີ​ນຽມຍັກ​ໃຫຍ່ໃນຣັດ​ເຊຍ ແລະ
​ກຸ່ມ​ເຕົ້າ​ໂຮມບໍລິ​ສັດຜະ​ລິດ​ລົດ​ຍົນ GAZ.

ສະ​ມາ​ຊິກ​ສະ​ພາ​ສູງຄະ​ນະ​ກຳ​ມະ​ການ​ສຳ​ພັນ​ຕ່າງ​ປະ​ເທດ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ
ຈາກ​ລັດ​ນິວ​ເຈີ​ຊີ ທ່ານ​ບັອບ ເມີ​ນັນ​ເດ​ສ ​ໄດ້​ຂຽນ​ຢູ່​ໃນ​ຈົດ​ໝາຍ​ໄປ​ຫາ​ກະ​ຊວງ​ການ
​ເງິນ​ວ່າ ຈະ​ປະ​ເຊີນ​ໜ້າ​ ກັບ​ການ​ບໍ່​ເຫັນ​ພ້​ອມ​ຢ່າງ​ໃຫຍ່​ຢູ່​ໃນ​ສະ​ພາ​ຕ່ຳ ຖ້​າ​ຫາກ​ຍົກ
​ເວັ້ນ​ການ​ລົງ​ໂທດ​ຕ້ານ ທ່ານ​ເດີ​ຣີ​ປາ​ສ​ກາ ແລະ​ບັນ​ດາ​ບໍ​ລິ​ສັດ​ຕ່າງໆ.

ທ່ານ​ເມີ​ນັນ​ເດັ​ສ ​ຂ​ຽນ​ວ່າ “ການ​ບໍ​ລິ​ຫານ​ຂອງ​ກະ​ຊວງ​ການ​ເງິນເປັນ​ຢ່າງ​ໃດ​ຕໍ່ການ
​ປະ​ຕິ​ບັດຍ້າຍລາຍ​ຊື່ ຈະ​ເຮັດ​ໃຫ້​ການ​ຫລິງ​ເຫັນ​ຂອງ​ພວກ​ເຮົາ​ ກ່ຽວ​ກັບ​ຄວາມຈິງ
ຈັງຂອງ​ລັດ​ຖະ​ບານໃນ​ການ​ລົງ​ໂທດ​ລະ​ບອບ​ການ​ຣັດ​ເຊຍ.”

ຍັງ​ບໍ່​ທັນ​ມີ​ຄວາມເຫັນໃດໆຈາກ​ກະ​ຊວງ​ກາ​ນ​ເງິນເທື່ອ.

ລັດ​ຖະ​ບານ​ໄດ້​ລົງ​ໂທດ​ທ່ານ​ເດີ​ຣີ​ປັ​ສ​ກາ ໃນ​ເດືອນ​ເມ​ສາ​ທີ່​ຜ່ານມ​າ ໃນ​ອັນ​ທີ່​ຮ້ອງ
ຊາວ​ຣັດ​ເຊຍວ່າ “ກິດ​ຈະ​ການທີ່​ເປັນ​ໄພ” ຮວມ​ທັງ​ການ​ພົວ​ພັນໃນການ​ເລືອກ​ຕັ້ງ
ແລະ​ການ​ກະ​ທຳ​ຜິດ​ໂດຍ​ທ່ານ​ເດີ​ຣີ​ປັ​ສ​ກາ ໂຕ​ທ່ານ​ເອງ. ສິ່ງ​ເຫລົ່າ​ນີ້​ຮວມ​ທັງ​ການ
​ກ່າວ​ຫາ​ຮັບ​ສິນ​ບົນ ຊຸກ​ເຊື່ອງ ເຊື່ອມ​ໂຍງກັບ​ການ​ກະ​ທຳ​ຄວາມ​ຜິດ ແລະ​ຄາດຕະ
ກຳ.

ທ່ານ​ໂອ​ເລັກ ເດີ​ຣີ​ປັ​ສ​ກາ.
ທ່ານ​ໂອ​ເລັກ ເດີ​ຣີ​ປັ​ສ​ກາ.

ທ່ານ​ເດີ​ຣີ​ປັກ​ກາ ໄດ້​ປະ​ຕິ​ເສດ​ການກ່າວ
​ຫາເຫລົ່າ​ນີ້.ການ​ລົງ​ໂທດ​ໄດ້​ເຫັນສົມ
​ຄວນ​ເກີດ​ຂຶ້ນ​ໂດຍ​ທັນ​ທີ.
ແຕ່​ຫຼັງ​ຈາກ​ການ​ອຸ​ທອນ​ຈາກ ​ຣູ​ຊາ​ລ ກະ
​ຊວງ​ການ​ເງິນ​ໄດ້​ໃຫ້​ຈົນ​ເຖິງ​ເສັ້ນ​ຕາຍ
ເດືອນ​ຕຸ​ລາ ເພື່ອ​ຕັດ​ຄວາມ​ສຳ​ພັນທ່ານ​
ເດີ​ຣີ​ປັ​ສ​ກາ. ເສັ້ນ​ຕາຍ​ດັ່ງ​ກ່າວ​ໄດ້​ຕໍ່​ເຖິງ
​ສາມ​ເທື່ອ.

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG