ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງກອງ​ທັບ ຣັດ​ເຊຍ ຫຼາຍ​ຄົນ​ກຳ​ລັງ​ຖືກ​ຈັບ​ກຸມ ເປັນ​ຫຍັງ​ມັນ​ຈຶ່ງ​ເກີດ​ຂຶ້ນ?


ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ຊ້າຍ, ແລະ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຊອຍ​ກູ, ເດີນ​ທາງ​ອອກ​ຈາກ​ຈະ​ຕຸ​ລັດ​ແດງ ຫຼັງ​ຈາກ​ພິ​ທີ​ເດີນ​ສວນ​ສະ​ໜາມ​ວັນ​ໄຊ​ຊະ​ນະ, ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 9 ພຶດ​ສະ​ພາ 2024.
ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ຊ້າຍ, ແລະ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຊອຍ​ກູ, ເດີນ​ທາງ​ອອກ​ຈາກ​ຈະ​ຕຸ​ລັດ​ແດງ ຫຼັງ​ຈາກ​ພິ​ທີ​ເດີນ​ສວນ​ສະ​ໜາມ​ວັນ​ໄຊ​ຊະ​ນະ, ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 9 ພຶດ​ສະ​ພາ 2024.

ມັນ​ໄດ້​ເກີດ​ຂຶ້ນ​ໃນ​ເດືອນ​ແລ້ວນີ້​ ທີ່ມີການ​ຈັບ​ກຸມ​ຮອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ, ຕໍ່​ມາ ​ຫົວ​ໜ້າກົມ​ເຈົ້າ​ໜ້າກອງ​ທັບ​ກໍ​ຖືກ​ນຳ​ຕົວ​ຂຶ້ນ​ສານ. ໃນ​ອາ​ທິດນີ້, ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງກອງ​ທັບ​ອີກ​ສອງ​ຄົນ​ກໍ​ຖືກ​ກັກ​ຂັງ. ທຸກ​ຄົນ​ໄດ້​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາກ່ຽວ​ກັບການ​ສໍ້​ລາດ​ບັງຫຼວງ, ເຊິ່ງພວກ​ເຂົາ​ເຈົ້າ​ໄດ້​ປະ​ຕິ​ເສດ.

ການ​ຈັບ​ກຸມເລີ້ມຕົ້ນ​ຂຶ້ນຫຼັງ​ຈາກທີ່​ປະ​ທາ​ນາ​ທິ​ບໍ​ດີ ທ່ານວ​ລາ​ດິ​ເມຍ ປູ​ຕິນ ໄດ້​ເລີ້ມດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ທີ 5 ຂອງ​ທ່ານ ແລະ ສັບ​ປ່ຽນ​ຕຳ​ແໜ່ງພັນ​ທະ​ມິດ​ຂອງ​ທ່ານ, ເຊິ່ງ​ແມ່ນ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ມາ​ດົນ​ນານ ທ່ານ ເຊີ​ເກ ຊອຍ​ກູ, ໄປ​ກຳ​ຕຳ​ແໜ່ງ​ໃໝ່.

ມັນ​ໄດ້​ກໍ່​ໃຫ້​ມີ​ຄຳ​ຖາມ​ຂຶ້ນ​ມາ​ໃນ​ທັນ​ທີກ່ຽວ​ກັບວ່າ ​ທ່ານ ປູ​ຕິນ ແມ່ນ​ກຳ​ລັງ​ອ້າງ​ສິດຄືນ​ໃໝ່​ໃນການຄວບ​ຄຸມກະ​ຊວງ​ປ້ອງ​ກັນ​ປະ​ເທດ ທ່າມ​ກາງ​ສົງ​ຄາມ​ໃນຢູ​ເຄ​ຣນ ຫຼື ບໍ່, ຫຼື ເກີດ​ຄວາມ​ຂັດ​ແຍ້ງ​ໃນ​ກຸ່ມ​ລະ​ຫວ່າງກອງ​ທັບ ແລະ ໜ່ວຍ​ບໍ​ລິ​ການ​ຮັກ​ສາ​ຄວາມ​ປອດ​ໄພ, ຫຼື ເຫ​ດ​ການ​ອື່ນໆ​ໄດ້​ເກີດ​ຂຶ້ນ​ຢູ່​ເບື້ອງຫຼັງ​ຂອງວັງ ເຄ​ຣັມ​ລິນ.

ຕໍ່​ໄປ​ນີ້​ແມ່ນ​ການ​ພິ​ຈາ​ລະ​ນາ​ໃນ​ສິ່ງ​ທີ່​ຢູ່​ເບື້ອ​ງຫຼັງ​ການ​ຈັບ​ກຸມ ແລະ ເປັນ​ຫຍັງ​ມັນ​ຈຶ່ງ​ເກີດ​ຂຶ້ນ​ໃນ​ເວ​ລານີ້.

ການ​ສ້ຳ​ລາດ​ບັງຫຼວງ​ໃນ ຣັດ​ເຊຍ ແມ່ນ​ຮ້າຍ​ແຮງປານ​ໃດ​?

ຂ່າວ​ນອງ​ນັນກ່ຽວ​ກັບການ​ສໍ້​ລາດ​ບັງຫຼວງ ​ບໍ່​ແມ່ນ​ເລື່ອງ​ໃໝ່, ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່ ພ້ອມທັງເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ ​ແມ່ນຖືກ​ກ່າວ​ຫາກ່ຽວ​ກັບການ​ສ້າງ​ລາຍ​ໄດ້​ຈາກ​ຕຳ​ແໜ່ງ​ຕ່າງໆ​ຂອງ​ພວກເຂົາ​ເຈົ້າມາ​ເປັນ​ເວ​ລາຫຼາຍ​ທົດ​ສະ​ວັດ.

ການ​ສໍ້​ລາດ​ບັງຫຼວງ​ໃນ​ ຣັດ​ເຊຍ ມີ​ບົດ​ບາດ​ຄື​ກັບ​ລາງວັນ ແລະ ໄຟ​ຂົ່ມ​ຂູ່​ໃນການຖືກ​ລົງ​ໂທດ. ມັນ​ແມ່ນ​ວິ​ທີ​ຂອງ “ການ​ສະ​ໜັບ​ສະ​ໜູນ​ຄວາມ​ຈົງ​ຮັກ​ພັກ​ດີ ແລະ ຮຽກ​ຮ້ອງ​ໃຫ້​ຄົນ​ມີ​ຄວາມ​ຄິດ​ຄື​ກັນ,” ເຊັ່ນ​ດຽວ​ກັບວິ​ທີ​ຂອງ​ການ​ຄວບ​ຄຸມ, ອີງ​ຕາມ​ທ່ານ ແຊມ ກ​ຣີນ, ຜູ້​ອຳ​ນວຍ​ການ​ຂອງ​ຫ້ອງ​ການ​ປະ​ຊາ​ທິ​ປະ​ໄຕ​ທີ່​ແຂງ​ແກ່ນ​ ຢູ່​ສູນ​ກາງ​ເພື່ອ​ການ​ວິ​ເຄາະ​ນະ​ໂຍ​ບາຍ ຢູ​ໂຣບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

It began last month with the arrest of a Russian deputy defense minister. Then the head of the ministry's personnel directorate was hauled into court. This week, two more senior military officials were detained. All face charges of corruption, which they have denied.

The arrests began after President Vladimir Putin began his fifth term and shuffled his ally, longtime Defense Minister Sergei Shoigu, into a new post.

It immediately raised questions about whether Putin was reasserting control over the Defense Ministry amid the war in Ukraine, whether a turf battle had broken out between the military and the security services, or whether some other scenario was playing out behind the Kremlin's walls.

A look at what's behind the arrests and why they are happening now:

How serious is corruption in Russia?

Corruption scandals are not new and officials and top officials have been accused of profiting from their positions for decades.

Graft in Russia functions as both a carrot and stick. It's a way of "encouraging loyalty and urging people to be on the same page," as well as a method of control, said Sam Greene, director of Democratic Resilience at the Center for European Policy Analysis.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG