ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງກອງ​ທັບ ຣັດ​ເຊຍ ຖືກ​ແຕ່ງ​ຕັ້ງ​ໃຫ້​ຮັບ​ຜິດ​ຊອບ ກອງ​ທະ​ຫານ ​ທີ່​ຕໍ່​ສູ້​ໃນ ຢູ​ເຄ​ຣນ


ຫົວ​ໜ້າ​ພະ​ນັກ​ງານ​ທົ່ວ​ໄປ​ຂອງກອງ​ກຳ​ລັງ​ຕິດ​ອາ​ວຸດ ຣັດ​ເຊຍ ແລະ ຮອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຄົນ​ທີ​ນຶ່ງ ທ່ານ ວາ​ເລ​ຣີ ເກ​ຣາ​ຊີມອ​ຟ, ຊ້າຍ, ເດີນ​ທາງ​ຮອດ​ສະ​ຖານ​ທີ່ໆ​ບໍ່​ສາ​ມາດ​ລະ​ບຸ​ໄດ້​ໃນ ຢູ​ເຄ​ຣນ, 2 ກໍ​ລະ​ກົດ 2022.
ຫົວ​ໜ້າ​ພະ​ນັກ​ງານ​ທົ່ວ​ໄປ​ຂອງກອງ​ກຳ​ລັງ​ຕິດ​ອາ​ວຸດ ຣັດ​ເຊຍ ແລະ ຮອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຄົນ​ທີ​ນຶ່ງ ທ່ານ ວາ​ເລ​ຣີ ເກ​ຣາ​ຊີມອ​ຟ, ຊ້າຍ, ເດີນ​ທາງ​ຮອດ​ສະ​ຖານ​ທີ່ໆ​ບໍ່​ສາ​ມາດ​ລະ​ບຸ​ໄດ້​ໃນ ຢູ​ເຄ​ຣນ, 2 ກໍ​ລະ​ກົດ 2022.

ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງກອງ​ທັບ ຣັດ​ເຊຍ ຖືກມອບ​ໜ້າ​ທີ່​ຮັບ​ຜິດ​ຊອບກອງ​ທະ​ຫານ ​ທີ່​ຕໍ່​ສູ້​ໃນ ຢູ​ເຄ​ຣນ ເມື່ອ​ວັນ​ພຸດ​ວານນີ້, ເປັນ​ການ​ເຄື່ອນ​ໄຫວ​ທີ່​ປາ​ກົດ​ວ່າ​ຈະ​ສະ​ທ້ອນ​ເຖິງ​ຄວາມບໍ່​ພໍ​ໃຈ​ກັບ​ການ​ນຳ​ພາ​ ແລະ ຄວາມ​ບົກ​ຜ່ອງ​ໃນ​ຜົນງານ​ປັດ​ຈຸ​ບັນຂອງກອງ​ທັບ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊຍ ໄດ້​ກ່າວ​ວ່າ​ນາຍ​ພົນ ວາ​ເລ​ຣີ ເກ​ຣາຊີມອ​ຟ, ຫົວ​ໜ້າເສ​ນາ​ທິ​ການຂອງກອງ​ທັບ ຣັດ​ເຊຍ, ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ບັນ​ຊາ​ການ​ຄົນ​ໃໝ່​ຂອງ​ກຸ່ມກອງ​ກຳ​ລັງ​ສາ​ມັກ​ຄີ​ໃນ ຢູ​ເຄ​ຣນ.

ຜູ້​ບັນ​ຊາ​ການ​ກ່ອນ​ໜ້ານີ້, ນາຍ​ພົນ ເຊີ​ເກ ຊູ​ໂຣ​ວິ​ກິນ, ຖືກຫຼຸດ​ຊັ້ນ​ລົງ​ມາ​ເປັນ​ຮອງ​ຂອງ​ທ່ານ ເກ​ຣາ​ຊີມອ​ຟ ພ້ອມ​ກັບ​ນາຍ​ພົນ​ອີກ​ສອງ​ຄົນ.

ການ​ສັບ​ປ່ຽນ​ຕຳ​ແໜ່ງ​ດັ່ງ​ກ່າວ, ເຊິ່ງ​ຖືກ​ສັ່ງ​ຢ່າງ​ເປັນ​ທາງ​ການ​ໂດຍ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ເຊີ​ເກ ຊອຍ​ກູ ນັ້ນ, ໄດ້​ມີ​ຂຶ້ນ​ດ້ວຍ​ການ​ຮັບ​ຮອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ເປັນ​ສັນ​ຍານ​ທີ່​ວ່າ​ທ່ານ​ຍັງ​ຄົງ​ເຊື່ອ​ໝັ້ນ​ໃນ​ຜູ້​ນຳ​ລະ​ດັບ​ສູງ​ຂອງ​ກອງ​ທັບ​ຂອງ​ທ່ານ ຜູ້​ທີ່​ໄດ້​ປະ​ເຊີນ​ກັບ​ການ​ຕຳ​ໜິ​ວິ​ຈານ​ຢ່າງກວ້າງ​ຂວາງ​ສຳ​ລັບ​ຜົນ​ງານ​ຂອງກອງ​ທະ​ຫານ​ໃນ​ຄວາມ​ຂັດ​ແຍ້ງ​ນັ້ນ.

ມັນ​ຍັງ​ຊີ້​ໃຫ້​ເຫັນ​ການ​ຮັບ​ຮູ້ ກ່ຽວ​ກັບ ຄວາມ​ບົກ​ຜ່ອງ​ໃນ​ການ​ດຳ​ເນີນ​ສິ່ງ​ທີ່​ທ່ານ ປູ​ຕິນ ເອີ້ນ​ວ່າ “ການ​ປະ​ຕິ​ບັດ​ການ​ທະ​ຫານ​ພິ​ເສດ​” ໃນ ຢູ​ເຄ​ຣນ.

ໃນ​ຂະ​ນະ​ທີ່​ປະ​ກາດ​ການ​ແຕ່ງ​ຕັ້ງ​ຂອງ​ທ່ານ ເກ​ຣາ​ຊີມອ​ຟ ນັ້ນ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ກ່າວ​ວ່າ​ພວກ​ເຂົາ​ໄດ້​ແນ​ເປົ້າ​ໃສ່​ການ​ປັບ​ປຸງ​ການ​ປະ​ສານ​ງານ​ລະ​ຫວ່າງຫຼາຍກອງ​ກຳ​ລັງ​ທີ່​ຕໍ່​ສູ້​ໃນ ຢູ​ເຄ​ຣນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ການ​ຍົກ​ລະ​ດັບ​ການ​ນຳ​ພາ​ຂອງ​ການ​ປະ​ຕິ​ບັດ​ການ​ທະ​ຫານ​ພິ​ເສດ ​ແມ່ນ​ເຊື່ອມ​ໂຍງ​ກັບ​ການ​ຂະ​ຫຍາຍ​ຂອບ​ເຂດ​ຂອງ​ພາ​ລະ​ກິດ​ທີ່​ໄດ້​ເຮັດ​ສຳ​ເລັດ​ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ມັນ ແລະ ຕ້ອງ​ການ​ທີ່​ຈະ​ຈັດ​ການ​ພົວ​ພັນ​ທີ່​ໃກ້​ຊິດ​ຂຶ້ນກວ່າ​ເກົ່າ​ລະ​ຫວ່າງ​ສາ​ຂາ​ຕ່າງໆ​ຂອງກອ​ງ​ທັບ ແລະ ເພື່ອ​ຂະ​ຫຍາຍ​ຄຸນ​ນະ​ພາບ​ຂອງ​ການ​ສະ​ໜອງ​ສະ​ບຽງ ແລະ ຄວາມ​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ຊີ້​ນຳ​ກຸ່ມ​ຕ່າງໆ​ຂອງກອງ​ກຳ​ລັງ.”

ທ່ານ ຊູ​ໂຣ​ວິ​ກິນ ຖືກ​ຍ້ອງ​ຜົນ​ງານ​ສຳ​ລັບ​ການ​ຂະ​ຫຍາຍ​ການ​ປະ​ສານ​ງານ ແລະ ເສີມ​ສ້າງ​ການ​ຄວບ​ຄຸມກອງ​ກຳ​ລັງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ຫຼັງ​ຈາກ​ການ​ແຕ່ງ​ຕັ້ງ​ທ່ານ​ໃນ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ. ການຫຼຸດ​ຕຳ​ແໜ່ງ​ຂອງ​ທ່ານ​ເປັນ​ບົດ​ບາດ​ອັນ​ດັບ​ສອງ​ນັ້ນ​ໄດ້​ສົ່ງ​ສັນ​ຍານ​ໃຫ້​ເຫັນ​ວ່າ ໃນ​ຂະ​ນະ​ທີ່​ທ່ານ ປູ​ຕິນ ບໍ່​ຄ່ອຍ​ພໍ​ໃຈ​ກັບ​ຜົນ​ງານ​ຂອງ​ທ່ານ​ປານ​ໃດ​ນັ້ນ, ທ່ານ​ຍັງ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ຄວາມ​ຊຳ​ນານ​ຂອງ​ນາຍ​ພົນ​ດັ່ງ​ກ່າວ.

ບໍ່​ດົນຫຼັງ​ຈາກ​ທ່ານ ຊູ​ໂຣ​ວິ​ກິນ ໄດ້​ຮັບ​ຕຳ​ແໜ່ງ​ໃນ​ເດືອນ​ຕຸ​ລາ​, ກອງ​ທະ​ຫານ ຣັດ​ເຊຍ ໄດ້​ຖອນ​ອອກ​ຈາກ​ເມືອງ ເຄີ​ສັນ ທາງ​ພາກ​ໃຕ້​ຂອງ ຢູ​ເຄ​ຣນ ພາຍ​ໃຕ້​ການ​ໂຈມ​ຕີ​ຕອບ​ໂຕ້​ທີ່​ຮຸນ​ແຮງ​ຂອງ​ຊາວ ຢູ​ເຄຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG