ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຜູ້​ຊ່ວຍຂັ້ນສູງ ​ຄົນ​ສຳຄັນ​ ​ຂອງ​ຜູ້ນຳ ເກົາຫຼີເໜືອ ຖືກສົ່ງ ໄປ​ເຮັດ​ສວນ ເພື່ອ “​ສຳ​ມະ​ນາ”


ທ່ານ Choe Ryong-hae (ກາງ) ຫົວໜ້າ ກໍາມະການກົມ ການ ເມືອງສູນກາງພັກ ຂອງ ເກົາຫລີເໜືອ.
ທ່ານ Choe Ryong-hae (ກາງ) ຫົວໜ້າ ກໍາມະການກົມ ການ ເມືອງສູນກາງພັກ ຂອງ ເກົາຫລີເໜືອ.

ຜູ້ນຳ​ເກົາ​ຫລີ​ເໜືອ ​ເຊື່ອ​ວ່າ ​ໄດ້​ສົ່ງ​ຜູ້​ຊ່ວຍ​ທີ່​ສຳຄັນ​ຄົນ​ໜຶ່ງ​ຂອງ​
ທ່ານ ໄປ​ເຮັດ​ສວນ “​ເພື່ອ​ສຳ​ມະ​ນາ” ກ່ຽວ​ກັບ​ການ​ກໍ່​ສ້າງໂຮງ
ໄຟຟ້າທີ່​ມີ​ຄຸນ​ນະພາ​ບຕໍ່າ ທີ່ຕັ້ງ​ຢູ່ລະຫວ່າງຊາຍ​ແດນ​ເກົາຫລີ
​ເໜືອຕິດກັບຈີນ.

ບັນດາ​ຜູ້​ແທນ​ເກົາຫລີ​ໃຕ້ ​ໄດ້ແຈ້ງ​ໃຫ້​ບັນດາ​ນັກ​ຂ່າວ​ຊາບ ໃນ
​ວັນ​ອັງ​ຄາມ​ນມື້​ນີ້ຫລັງ​ຈາກ​ໄດ້ຣັບ​ລາຍ​ງານ​ຈາກຫ້ອງການ​ສືບ​
ລັບ​ແຫ່ງ​ຊາດເກົາຫລີ​ໃຕ້ ​ໃນ​ກອງ​ປະຊຸມ​ປິດ​ລັບ.

ທ່ານ Choe Ryon-Hae ທີ່​ປຶ​ກສາ​ສູງ​ສຸດ​ຂອງຜູ້ນຳ​ເກົາຫລີ​
ເໜືອ ທ່ານ Kim Jong-Unມີລາຍ​ງານ​ວ່າ ​ໄດ້ຖືກ​ສົ່ງ​ໄປ ​ໃນ
​ຕົ້ນ​ເດືອນ​ນີ້. ຄຳ​ຖາມ​ຕ່າງໆ​ໄດ້ມີຂື້ນ ​ກ່ຽວ​ກັບ​ສະພາ​ບການ​ຂອງ​ທ່ານ ຫຼັງ​ຈາກ​ຊື່​ຂອງ​ທ່ານ
ບໍ່​ມີ​ຢູ່​ໃນ​ບັນຊີ​ເຂົ້າ​ຮ່ວມ ​ໃນພິທີ​ສົງ​ສະການ​ ແກ່ນາຍ​ພົນທະ​ຫານຄົນ​ນຶ່ງ ​ໃນ​ຕົ້ນ​ເດືອນ​ພະ
ຈິກນີ້.

ທ່ານ Kim ​ມີຊື່​ສຽງບໍ່ດີ​ກ່ຽວ​ກັບຄວາ​ມ​ໂຫດ​ຮ້າຍ ​ຫຼັງຈາກ​ໄດ້​ປະຫານ​ຊີວິດລູງຂອງ​ທ່ານຄື​
ທ່ານ Jang Song-Thaek ​ທີ່​ເປັນ​ເຈົ້າ​ໜ້າ​ທີ່​ຂັ້ນສູງ ​ໃນ​ເດືອນ​ທັນວາ ປີ 2013 ​ໃນ​ຂໍ້​ຫາ
​ຂາຍ​ຊາດ ​ແລະ​ສໍ້​ລາດ​ບັງ​ຫລວງ.

XS
SM
MD
LG