ປະທານາທິບໍດີຂອງ ມຽນມາ ແມ່ນກຳລັງສ້າງຄວາມສັບສົນໃຫ້ ແກ່ບັນດາລັດຖະມົນຕີຂອງລັດຖະບານ ຖ່າມກາງການກວດລ້າງການນຳພາຂອງພັກທີ່ກຳລັງປົກປະເທດຢູ່.
ການປ່ຽນແປງຄັ້ງໃຫຍ່ໃນຕອນທ່ຽງຄືນ, ເຊິ່ງລາຍງານບາງສະບັບໄດ້ອະທິບາຍວ່າເປັນດັ່ງກັບ “ການກໍ່ລັດຖະປະຫານພາຍໃນ,” ເກີດຂຶ້ນໃນຂະນະທີ່ກຳລັງຮັກສາຄວາມປອດໄພ ໄດ້ປິດລ້ອມສຳນັກງານໃຫຍ່ຂອງລັດຖະບານປົກຄອງປະເທດໃນນະຄອນ ຫຼວງ ເນປີດໍ ໃນຕອນເຊົ້າຂອງວັນພະຫັດມື້ນີ້ ແລະ ຫ້າມເຈົ້າໜ້າທີ່ບໍ່ໃຫ້ອອກໄປ.
ບັນດາເຈົ້າໜ້າທີ່ສະຫະພັນສາມັກຄີ ແລະ ພັກເພື່ອການພັດທະນາ ຫຼື (USDP) ໄດ້ກ່າວຕໍ່ນັກຂ່າວວ່າ ທ່ານ Shwe Mann ໄດ້ຖືກຂັບໄລ່ອອກຈາກຕຳແໜ່ງສູງສຸດຂອງພັກ ແລະ ເລຂາທິການໃຫຍ່ຂອງ USDP ທ່ານ Maung Maung Thein ກໍໄດ້ຖືກຍົກຍ້າຍອອກເຊັ່ນກັນ.
ການເລືອກຕັ້ງທົ່ວໄປແມ່ນໄດ້ຖືກກຳນົດໄວ້ສຳລັບເດືອນ ພະຈິກ ປີນີ້, ເຊິ່ງຈະເປັນຄັ້ງທຳອິດໃນ ມຽນມາ ຊ່ຶງຮູ້ຈັກກັນອີກຊື່ນຶ່ງວ່າ ພະມ້າ ຕັ້ງແຕ່ການສິ້ນສຸດຂອງການກຳອຳນາດໂດຍທະຫານເວລາຫຼາຍທົດສະວັດ ໃນປີ 2011.