ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຫົວໜ້າ ດ້ານຄວາມໝັ້ນຄົງ ປາກິສຖານ ໄປ ອັຟການິສຖານ ເພື່ອເຂົ້າຮ່ວມ ການເຈລະຈາ ທີ່ສຳຄັນ


ທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດ ພົນໂທນາສເຊີ ຄານ ແຈນຈວາ ກ່າວຄຳປາໄສ ຕໍ່ກອງປະຊຸມສຳມະນາ ນະໂຍບາຍ ດ້ານຄວາມໝັ້ນຄົງແຫ່ງຊາດ ທີ່ນະຄອນອິສລາມາບັດ. (ວັນທີ 18 ທັນວາ 2017)
ທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດ ພົນໂທນາສເຊີ ຄານ ແຈນຈວາ ກ່າວຄຳປາໄສ ຕໍ່ກອງປະຊຸມສຳມະນາ ນະໂຍບາຍ ດ້ານຄວາມໝັ້ນຄົງແຫ່ງຊາດ ທີ່ນະຄອນອິສລາມາບັດ. (ວັນທີ 18 ທັນວາ 2017)

ອັຟການິສຖານ ເປັນເຈົ້າພາບຈັດກອງປະຊຸມລະດັບສູງ ກັບປາກິສຖານ ໃນວັນເສົາ
ມື້ນີ້ “ເພື່ອວາງແຜນ ກ່ຽວກັບຊ່ອງທາງ ທີ່ຈະດຳເນີນການ ໃນໄລຍະຕໍ່ໜ້າ” ເພື່ອປັບ
ປຸງຄວາມສຳພັນ ລະຫວ່າງ ປະເທດທັງສອງ ທີ່ໄດ້ຊຸດໂຊມລົງ ແລະ ເສີມຂະຫຍາຍ
ການຮ່ວມມືກ່ຽວກັບການເຈລະຈາສັນຕິພາບ ທີ່ອັຟການິສຖານໄດ້ສະເໜີຕໍ່ກຸ່ມຕາລີ ບານເມື່ອໄວໆມານີ້.

ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດຂອງປາກິສຖານ ທ່ານນາສເຊີ ແຈນຈວາ
(Nasser Janjua) ໄດ້ເດີນທາງໄປນະຄອນຫຼວງກາບູລເພື່ອຫາລືເປັນເວລານຶ່ງວັນ
“ໂດຍການເຊື້ອເຊີນພິເສດ” ຈາກຄູ່ຕຳແໜ່ງຝ່າຍອັຟການິສຖານທ່ານອານີຟ ອັດມາ
(Aneef Atmar) ອີງຕາມການປະກາດ ຂອງທາງການປາກິສຖານ ທີ່ນະຄອນຫຼວງ
ອິສລາມາບັດ.

ທ່ານແຈນຈວາ ມີແຜນການທີ່ຈະພົບປະກັບປະທານາທິບໍດີອາສຣາຟ ການີ ຫົວໜ້າ
ຝ່າຍບໍລິຫານທ່ານອັບດູລລາ ອັບດູລລາ ແລະທ່ານມາຊູມ ສະຕາເນັກຊາຍ ຫົວໜ້າ
ໜ່ວຍສືບລັບອັຟການິສຖານ.

ຖະແຫຼງການໃຫ້ຂໍ້ສັງເກດວ່າ “ປາກິສຖານແມ່ນພ້ອມສະເໝີທີ່ຈະເຮັດວຽກໃນຂອບ
ການຮ່ວມມື ແລະສະໜອງທຸກໆການຊ່ອຍເຫຼືອເພື່ອໃຫ້ມີສັນຕິພາບຢູ່ໃນອັຟການິສ
ຖານ.”

ເຈົ້າໜ້າທີ່ຂັ້ນສູງທາງດ້ານຄວາມໝັ້ນຄົງ ຂອງປາກກິສຖານ ເດີນທາງໄປຢ້ຽມຢາມ
ນະຄອນຫຼວງກາບູລ ສອງອາທິດກວ່າໆ ຫລັງຈາກ ທ່ານການີ ໄດ້ສະເໜີທີ່ຈະເປີດ
ການເຈລະຈາແບບບໍ່ມີເງື່ອນໄຂ ກັບກຸ່ມຕາລີບານ ໃນຄວາມພະຍາຍາມ ເພື່ອຍຸຕິ
ຄວາມຮຸນແຮງ ທີ່ເພີ້ມທະວີຂຶ້ນ ໃນສົງຄາມຢູ່ອັຟການິສຖານ.

ກຸ່ມຕາລີບານ ຍັງບໍ່ທັນໃຫ້ຄຳຕອບຢ່າງເປັນທາງການໃດໆ ຕໍ່ຂໍ້ສະເໜີດັ່ງກ່າວ ຊຶ່ງ ພາໃຫ້ມີການຄາດຄະເນກັນວ່າ ພວກກະບົດຈຸນີ້ ອາດກຳລັງພິຈາລະນາ ທີ່ຈະເຂົ້າ
ຮ່ວມການເຈລະຈາ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ປາກິສຖານແລະສະຫະລັດ.

ຄວາມສຳພັນຂອງປາກິສຖານກັບອັຟການິສຖານ ໄດ້ຊຸດໂຊມລົງ ໃນຮອບສາມປີ
ທີ່ຜ່ານມາ ຍ້ອນມີການກ່າວຫາວ່າ ສະຖາບັນດ້ານຄວາມໝັ້ນຄົງຂອງປາກິສຖານ
ໄດ້ໃຫ້ການສະໜັບສະໜຸນແບບລັບໆຕໍ່ພວກກະບົດຕາລີບານ. ປາກິສຖານໄດ້ປະ
ຕິເສດຕໍ່ຂໍ້ ກ່າວຫາເຫຼົ່ານີ້.

ແຕ່ແນວໃດກໍຕາມ ຜູ້ບັນຊາການ ທະຫານປາກິສຖານ ນາຍພົນກາມາ ຈາເວັດ
ບາຈວາ (Qamar Javed Bajwa) ເມື່ອໄວໆມານີ້ໄດ້ກ່າວຕໍ່ພວກນັກຂ່າວແລະ
ໄດ້ສະແດງຄວາມຫວັງອອກມາ ກ່ຽວກັບການມີຄວາມສຳພັນທີ່ດີ ກັບອັຟການິສ
ຖານ.

ນາຍພົນບາຈວາ ໃນການໃຫ້ຄວາມເຫັນ ທີ່ບໍ່ຄ່ອຍມີ ໂດຍເວົ້າວ່າ ການພົບປະ
ຂອງທ່ານ ກັບປະທານາທິບໍດີ ການີ ທີ່ນະຄອນຫຼວງກາບູລ ເມື່ອເດືອນຕຸລາ ປີ
ກາຍນີ້ ແມ່ນພາໃຫ້ເກີດຄວາມກ້າວໜ້າດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG