ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ລະ​ດັບ​ສູງ ​ຈະ​ໄປ​ໃຫ້​ການ ໃນ​ການ​ສືບ​ສວນ​ຟ້ອງ​ຮ​ອ້ງ ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ


ທ່ານ​ນາງ​ເຈັນ​ນີ​ເຟີ ວີ​ລ​ລຽມ​ສ໌ ​ເປັນ​ທີ່​ປຶກ​ສາ​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ ເພັ​ນ​ສ໌ ຮັບ​ຜິດ​ຊອບ ສະ​ຫະ​ພາບ​ຢູ​ໂຣບ ແລະ​ຣັດ​ເຊຍ ຜູ້​ທີ່​ເປ​ັນ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ເດີນ​ທາງ​ໄປ​ຮອດ​ການ​ໃຫ້​ສຳ​ພາດ​ແບບ​ປິດ​ລັບ ຢູ່​ລັດ​ຖະ​ສະ​ພາ ໃນ​ວໍ​ຊິ​ຕັນ ວັນ​ທີ 7 ພະ​ຈິກ 2019.
ທ່ານ​ນາງ​ເຈັນ​ນີ​ເຟີ ວີ​ລ​ລຽມ​ສ໌ ​ເປັນ​ທີ່​ປຶກ​ສາ​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ ເພັ​ນ​ສ໌ ຮັບ​ຜິດ​ຊອບ ສະ​ຫະ​ພາບ​ຢູ​ໂຣບ ແລະ​ຣັດ​ເຊຍ ຜູ້​ທີ່​ເປ​ັນ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ເດີນ​ທາງ​ໄປ​ຮອດ​ການ​ໃຫ້​ສຳ​ພາດ​ແບບ​ປິດ​ລັບ ຢູ່​ລັດ​ຖະ​ສະ​ພາ ໃນ​ວໍ​ຊິ​ຕັນ ວັນ​ທີ 7 ພະ​ຈິກ 2019.

ໃນ​ວັນ​ອັງ​ຄານມື້ນີ້ ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ພ້ອມ​ທີ່​ຈະ​ຮັບ​ຟັງ​ຄຳ​ໃຫ້​ການ ໃນ​ການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຈາກ​ບັນ​ດາທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງຊາດ​ສອງ​ທ່ານ ຜູ້​ທີ່​ໄດ້​ຮັບ​ຟັງການ​ສົນ​ທະ​ນາທາງ​ໂທ​ລະ​ສັບ ​ໃນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ ລະ​ຫວ່າງ ປະ​ທາ​ນາ​ທິ​ບໍ​ດີ ສ​ະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກັບ​ຜູ້​ນຳ​ຂອງ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ.

ທ່ານ​ນາງ​ເຈັນ​ນີ​ເຟີ ວີ​ລ​ລຽມ​ສ໌ ​ເປັນ​ທີ່​ປຶກ​ສາ​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ ເພັ​ນ​ສ໌ ແລະ​ພັນ​ໂທ ອາ​ແລັກ​ແຊນ​ເດີ ວິນ​ແມນ ເປັນ​ນັກ​ຊ່ຽວ​ຊານ​ຂັ້ນ​ສູງດ້ານ​ຢູ​ເຄ​ຣນ ​ຢູ່ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ແມ່ນ​ມີ​ກຳ​ນົດ​ຈະ​ໄປ​ໃຫ້​ການ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ ໃນ​ກອງ​ປະ​ຊຸມ​ຕອນ​ເຊົ້າ​ມື້ນີ້. ເຈົ້າ​ໜ້າ​ທີ່​ທັງ​ສອງ​ທ່ານນີ້ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ການ​ສົນ​ທະ​ນາ​ທາງໂທ​ລະ​ສັບດັ່ງ​ກ່າວ ທີ່​ເປັນ​ໃຈ​ກາງ​ຂອງ​ການ​ສືບ​ສວນ​ສອບ​ສວນ ໃນ​ຂໍ້​ກ່າວ​ຫາ​ທີ່​ວ່າ ທ່ານ​ທ​ຣຳ​ພະ​ຍາ​ຍາມ​ກົດ​ດັນ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ຢູ​ເຄ​ຣນ ໃຫ້​ເປີດ​ການ​ສືບ​ສວນຄູ່​ແຂ່ງ​ດ້ານ​ການ​ເມືອງ​ຂອງ​ທ່ານ.

ແລະ​ໃນ​ຕອນ​ບາຍ​ຂອງມື້​ດຽວ​ກັນ ຄະ​ນະ​ກຳ​ມະ​ການນີ້ ຈະ​ໄດ້​ຮັບ​ຟັງ​ຄຳ​ໃຫ້​ການ ຈາກ​ທ່ານ​ເຄີ​ຕ ໂວ​ລ​ເກີ ອະ​ດີດ​ທູດ​ພິ​ເສດ​ສ​ະ​ຫະ​ລັດ ປະ​ຈຳ​ຢູ​ເຄ​ຣນ ແລະ ທ່ານ​ທິມ ມໍ​ຣີ​ສັນ ຜູ້​ທີ່ເຄີຍໄດ້​ຮັບ​ໜ້າ​ທີ່​ເປັນ​ຜູ້​ອຳ​ນວຍ​ການ​ອະ​ວຸ​ໂສ ປະ​ຈຳສະ​ພາ​ຄວາມໝັ້ນ​ຄົງ​ແຫ່ງ​ຊາດ ຮັບ​ຜິດ​ຊອບກິດ​ຈະ​ການ​ຂອງສະ​ຫະ​ພາບ​ຢູ​ໂຣບ ແລະຣັດ​ເຊຍ ​ກ່ອນ​ທີ່​ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່ງ​ເມື່ອ​ເດືອນ​ແລ້ວນີ້.

ກອງ​ປະ​ຊຸມ​ດັ່ງ​ກ່າວ ​ເປັນ​ພາກ​ສ່ວນ​ນຶ່ງ ຂອງ​ສັບ​ປະ​ດາ​ທີ່​ຫຍຸ້ງຫຼາຍ ​ຢູ່​ທີ່​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໂດຍ​ຈະ​ມີ​ພະ​ຍານທັງ​ໝົດ 9 ຄົນ ໄດ້​ຖືກ​ກຳ​ນົດ​ຈະ​ມາ​ປາ​ກົດ​ຕົວຕໍ່​ໜ້າຄະ​ນະ​ກຳ​ມະ​ການ ໃນ​ກອງ​ປະ​ຊຸມ​ຮັບ​ຟັງ​ຄຳ​ໃຫ້​ການ 5 ​ຄັ້ງ ໃນ​ລະ​ຫວ່າງ ວັນ​ອັງ​ຄານມື້ນີ້ ແລະ​ວັນ​ພະ​ຫັດ​ມື້​ຮື.

ທ່ານ​ທ​ຣຳ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້ ວ່າ ທ່ານ​ອາດ​ຈະ “ພິ​ຈາ​ລະ​ນາ​ເບິ່ງ​ຢ່າງ​ຈິງ​ຈັງ” ທີ່​ຈະ​ໃຫ້​ການ ​ໂດຍ​ຂຽນ​ເປັນ​ລາຍ​ລັກ​ອັກ​ສອນ ແກ່​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ນັ້ນ.

ທ່ານ​ທ​ຣຳ ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ເຖິງ​ແມ່ນ​ວ່າ ຂ້າ​ພະ​ເຈົ້າ ບໍ່​ໄດ້​ເຮັດ​ຫຍັງ​ຜິດ ແລະ​ບໍ່​ມັກ​ທີ່​ຈະເຮັດໃຫ້ ​ການ​ພິ​ຈາ​ລະ​ນາ ທີ່​ຂາດຂະ​ບວນ​ການຍຸ​ຕິ​ທຳ ອັນຫຼອກ​ລວງນີ້ ​ມີ​ຄວາມ​ເຊື່ອ​ຖື ​ຂ້າ​ພະ​ເຈົ້າ​ມັກ​ແນວ​ຄິດ​ນີ້ ເພື່ອ​ທີ່​ຈະ​ເຮັດ​ໃຫ້ ​ລັດ​ຖະ​ສະ​ພາ ຕັ້ງ​ສະຕິໄດ້ອີກເທື່ອ​ນຶ່ງ ແລະ​ຈະພິ​ຈາ​ລ​ະ​ນາ​ເບິ່ງ​ເລື້ອງນີ້​ຢ່າງ​ຈິງ​ຈັງ!”

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້ກ່າວຕອບ ​ຕໍ່ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ ແນນ​ຊີ
ເພ​ໂລ​ຊີ ຜູ້​ທີ່​ໄດ້​ກ່າວໃນລາຍ​ການ​ Face the Nation ຂອງໂທ​ລະ​ພາບ CBS ທີ່​ວ່າ “ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາດ​ຈະ​ມາ​ຢູ່​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ ແລະ​ເວົ້າ​ອອກ​ມາ ກ່າວ​ຄວາມ​ຈິງ​ທັງ​ໝົດ ທີ່​ທ່ານຕ້ອງ​ການ…ຫຼື​ທ່ານ​ອາດ​ຈະ​ເຮັດ ເປັນ​ລາຍ​ລັກ​ອັກ​ສອນ​ກໍ​ໄດ້. ທ່ານ​ມີ​ໂອ​ກາດ​ທຸກ​ເມື່ອ​ ທີ່​ຈະ​ນຳ​ສະ​ເໜີ​ຂໍ້​ໂຕ້​ແຍ້ງ​ຂອງ​ທ່ານ.”

ທ່ານ​ນາງ​ເພ​ໂລ​ຊີ ໄດ້​ກ່າວ​ຕື່ມ​ວ່າ ຖ້າ​ທ່ານ​ທ​ຣຳ “ມີ​ຂໍ້​ມູນ​ທີ່​ຈະ​ເຮັດ​ໃຫ້ພົ້ນ​ຈາກ​ຂໍ້​ສົງ​ໄສ ​ໝາຍ​ຄວາມ​ວ່າ ຍົກ​ຕົວ​ຢ່າງ ​ໃຫ້ເອົາ​ການ​ຕຳ​ໜິ ການ​ກ່າວ​ໂທດ ອອກ​ໄປໃຫ້ໄດ້ ​ແລ້ວ​ພວກ​ເຮົາ​ກໍ​ຢາກ​ຈະ​ເຫັນ​ມັນ.”

ອ່ານ​ຂ່າວນີ້​ຕື່ມ ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG