ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາ​ຄົນ​ສຳ​ຄັນໆ ຖືກ​ແຈ້ງ​ໃຫ້ຊາບ ກ່ຽວ​ກັບ​ເອກ​ກະ​ສານ​ລັບ ທີ່​ຄອບ​ຄອງ​ ໂດຍ​ທ່ານ​ທ​ຣຳ ທ່ານ​ໄບ​ເດັນ ແລະ​ທ່ານ​ເພັນ​ສ໌


ແຟ້ມ - ຮູບ​ໃນ​ສຳ​ນວນ​ຟ້ອງ ໂດຍ​ກະ​ຊວງ​ຍຸ​ຕິ​ທຳ ເມື່ອ​ວັນ​ທີ 30 ສິງ​ຫາ 2022 ທີ່​ມີ​ການ​ລຶບ​ແຫຼ່ງ​ຂ່​າວ​ອອກ​ເປັນ​ບາງ​ສ​່ວນ ສະ​ແດງ​ໃຫ້​ເຫັນ​​ຮູບເອກ​ກະ​ສານ ທີ່​ຢຶດ​ໄດ້​ເມື່ອ​ວັນ​ທີ 8 ສິ​ງ​ຫາ ຈາກ​ການ​ຄົ້ນ​ບ້ານ​ພັກ​ ມາ​ອາ​ລາ​ໂກ ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໂດຍ​ອົງ​ການ​ FBI.
ແຟ້ມ - ຮູບ​ໃນ​ສຳ​ນວນ​ຟ້ອງ ໂດຍ​ກະ​ຊວງ​ຍຸ​ຕິ​ທຳ ເມື່ອ​ວັນ​ທີ 30 ສິງ​ຫາ 2022 ທີ່​ມີ​ການ​ລຶບ​ແຫຼ່ງ​ຂ່​າວ​ອອກ​ເປັນ​ບາງ​ສ​່ວນ ສະ​ແດງ​ໃຫ້​ເຫັນ​​ຮູບເອກ​ກະ​ສານ ທີ່​ຢຶດ​ໄດ້​ເມື່ອ​ວັນ​ທີ 8 ສິ​ງ​ຫາ ຈາກ​ການ​ຄົ້ນ​ບ້ານ​ພັກ​ ມາ​ອາ​ລາ​ໂກ ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໂດຍ​ອົງ​ການ​ FBI.

ມີ​ການ​ລາຍ​ງານ​ໃຫ້​ພວກ​ຜູ້​ນຳ​ໃນສະ​ພາ​ສະ​ຫະ​ລັດ​ຊາບ ​ກ່ຽວ​ກັບ​ການ​ສືບ​ສວນ​ເລື້ອງ​ເອກ​ກະ​ສານ​ລັບ ທີ່​ພົບ​ເຫັນ​ຢູ່​ໃນ​ຄວາມ​ຄອບ​ຄອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ແລະ​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄມ​ຄ໌ ເພັນ​ສ໌ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ ທີ່​ອອກ​ມາ​ຈາກ​ການ​ຮັບ​ຟັງ​ລາຍ​ງານ​ ໃນ​ວັນ​ອັງ​ຄານ​ວານນີ້ ບໍ່​ຍອມ​ໃຫ້​ຄວາມ​ເຫັນ​ທີ່​ສະ​ເພາະ​ເຈາະ​ຈົງ​ໃດໆວ່າ​ຕົນ​ໄດ້​ຮັບ​ຟັງ​ເລື້ອງ​ຫຍັງ​ແດ່ ແຕ່​ທັງ​ສະ​ມາ​ຊິກພັກ​ຣີ​ພັບ​ບ​ລີ​ກັນແລະ​ເດ​ໂມ​ແຄ​ຣັດ​ຕ່າງ​ກໍຮຽກ​ຮ້ອງ​ ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວກ່ຽວ​ກັບ​ຂໍ້​ມູນ​ເພີ້ມ​ຕື່ມ​ຈາກ​ລັດ​ຖະ​ບານ​ທ່ານ​ໄບ​ເດັນ ທີ່​ໄດ້​ມີ​ການ​ຄົ້ນ​ພົບ​ເອກ​ກະ​ສານ​ລັບ​ຫຼາຍໆ​ຄັ້ງ ຢູ່​ທີ່​ບ້ານ​ພັກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທັງ​ສອງ​ແລະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ.

ສະ​ຫະ​ລັດ​ໄດ້​ມີ​ການ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ​ກ່ຽວ​ກັບ​ວ່າ​ມີ​ຜູ້​ໃດ​ແດ່​ສາ​ມາດ​ເຂົ້າ​ເຖິງ​ເອກ​ກະ​ສານ​ລັບ​ ແລະ​ພວກ​ເຂົາ​ເຈົ້າ​ສາ​ມາດ​ອ່ານ​ເອກ​ກະ​ສານ​ເຫຼົ່າ​ນີ້​ໄດ້​ແນວ​ໃດ ຊຶ່ງ​ພາ​ໃຫ້​ມີ​ຄຳ​ຖາມ​ກ່ຽວ​ກັບ​ວ່າ ມີ​ຄວາມ​ຜິດ​ພາດ​ຫຼື​ບໍ່​ໃນ​ການ​ຈັດ​ການ​ກັບ​ເອກ​ກະ​ສານ​ໂດຍ​ມີ​ການ​ເປີດ​ເຜີຍ​ແຫຼ່ງ​ທີ່​ມາ​ແລະ​ວິ​ທີ​ການ​ເກັບ​ກຳ​ຂໍ້​ມູນ​ສືບ​ລັບ​ທີ່​ມີ​ຄວາມ​ ​ຫຼໍ່​ແຫຼມສຳ​ຄັນເຫຼົ່າ​ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG