ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ສານສູງສຸດ ເຂົ້າຮັບຕຳແໜ່ງ ເປັນນາຍົກ ແມ່ຍິງ ຄົນທຳອິດ ຂອງກຣີສ


ທ່ານນາງ Vassiliki Thanou ຖ່າຍຮູບ ຫລັງຈາກ ສາບານໂຕເຂົ້າຮັບຕຳແໜ່ງ ເປັນນາຍົກລັດຖະມົນຕີ ຂອງກຣີສ (27 ສິງຫາ 2015)
ທ່ານນາງ Vassiliki Thanou ຖ່າຍຮູບ ຫລັງຈາກ ສາບານໂຕເຂົ້າຮັບຕຳແໜ່ງ ເປັນນາຍົກລັດຖະມົນຕີ ຂອງກຣີສ (27 ສິງຫາ 2015)

ກຣີສ ມີນາຍົກລັດຖະມົນຕີແມ່ຍິງເປັນເທື່ອທຳອິດ ຫລັງຈາກ
ຫົວໜ້າຜູ້ພິພາກສາ ສານສູງສຸດ Vassiliki Thanou ໄດ້ສາ ບານໂຕເຂົ້າຮັບໜ້າທີ່ເປັນຫົວໜ້າລັດຖະບານຮັກສາການຊົ່ວ
ຄາວ ໃນວັນພະຫັດວານນີ້.

ທ່ານນາງ Thanou ແລະຄະນະລັດຖະບານຂອງທ່ານນາງ
ຈະບໍລິຫານປະເທດ ທີ່ໄດ້ປະສົບກັບບັນຫາ ຢ່າງໜ້ອຍໄປ ຈົນກວ່າມີການເລືອກຕັ້ງກ່ອນກຳນົດ ຊຶ່ງຈະມີຂຶ້ນ ໃນວັນທີ
20 ກັນຍາຈະມານີ້.

ທ່ານນາງໄດ້ກ່າວໃນພິທີຮັບຕຳແໜ່ງວ່າ “ພາລະໜ້າທີ່ຂອງ
ລັດຖະບານຮັກສາການຊົ່ວຄາວ ສ່ວນໃຫຍ່ແລ້ວ ແມ່ນຈະຈັດການເລືອກຕັ້ງ ໃຫ້ເປັນໄປ ດ້ວຍຄວາມຍຸຕິທຳ ແລະຄວາມລາບລື່ນ. ແຕ່ແນວໃດກໍຕາມ ເມື່ອເວົ້າເຖິງສະພາບການ ແລ້ວ ຂ້າພະເຈົ້າເຊື່ອວ່າ ລັດຖະບານຊຸດນີ້ ຈະຖືກຮຽກຮ້ອງ ໃຫ້ແກ້ໄຂບັນຫາທີ່ສຳຄັນໆ
ເຊັ່ນວ່າບັນຫາຄົນເຂົ້າເມືອງເປັນຕົ້ນ.”

ພ້ອມໆກັບການດຳເນີນຄວາມພະຍາຍາມ ເພື່ອນຳເອົາປະເທດຊາດອອກຈາກວິກິດການ ທາງດ້ານເສດຖະກິດທີ່ມີມາເປັນເວລາດົນນານແລ້ວນັ້ນກຣີສຍັງໄດ້ຮັບມືກັບບັນຫາພວກ ຄົນເຂົ້າເມືອງຜິດກົດໝາຍຈຳນວນຫຼາຍພັນຄົນທີ່ໄດ້ເດີນທາງໄປເຖິງແຄມຝັ່ງທະເລຂອງ
ຕົນ ສ່ວນໃຫຍ່ແລ້ວແມ່ນພວກທີ່ຫຼົບໜີສົງຄາມ ແລະການກໍ່ການຮ້າຍ ຈາກຊີເຣຍ ອັຟກາ ນິສຖານ ແລະອີຣັກ.

ຫົວໜ້າຜູ້ພິພາກສາ Thanou ແມ່ນຄັດຄ້ານ ຕໍ່ການຕັດການໃຊ້ຈ່າຍ ແລະຜົນປະໂຫຍດ ຕ່າງໆຂອງລັດຖະບານລົງ ຕະຫຼອດທັງມາດຕະການປະຢັດມັດທະຍັດອື່ນໆທີ່ກຣີສຕ້ອງ ໄດ້ຈັດຕັ້ງປະຕິບັດໃນຖານະທີ່ເປັນພາກສ່ວນນຶ່ງຂອງແຜນການຊ່ອຍກອບກູ້ເສດຖະກິດ ໂດຍສະຫະພາບຢູໂຣບ.

ອະດີດນາຍົກລັດຖະມົນຕີຈາກພັກນິຍົມຊ້າຍ ທ່ານ Alexis Tsipras ໄດ້ລາອອກໃນອາ ທິດແລ້ວນີ້ຫຼັງຈາກໄດ້ເກີດຄວາມບໍ່ພໍໃຈຢູ່ໃນພັກ Syriza ຂອງທ່ານກ່ຽວກັບເງື່ອນໄຂທີ່ ເຄັ່ງຄັດໃນການຮັບເອົາເງິນຊ່ອຍເຫຼືອ. ພາຍໃຕ້ລັດຖະ ທຳມະນູນແລ້ວ ແມ່ນໄດ້ເປີດໂອ ກາດໃຫ້ແກ່ບັນດາພັກຝ່າຍຄ້ານຈັດຕັ້ງລັດຖະບານໃໝ່ ແຕ່ປາກົດວ່າ ບໍ່ສາມາດເຮັດໄດ້.

Greece Prime Minister
please wait
Embed

No media source currently available

0:00 0:01:34 0:00

XS
SM
MD
LG