ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທີ່ປຶກສາດ້ານວິທະຍາສາດ ຂັ້ນສູງຂອງອິນເດຍ ກ່າວເຕື່ອນວ່າ ການລະບາດຂອງໄວຣັສໂຄໂຣນາ ຄື້ນທີສາມ ‘ຈະຫລີກເວັ້ນບໍ່ໄດ້’


ທ້າວ ໂຣຮານ ອາກກາຣວອລ ອາຍຸ 26 ປີ, ເປັນໝໍປະຈຳ ຮັກສາພວກຄົນປ່ວຍຍ້ອນໄວຣັສໂຄໂຣນາ (COVID-19), ກຳລັງເບິ່ງພາບສະແກນ x-ray, ຢູ່ໃນຫ້ອງສຸກເສີນຂອງໂຮງໝໍ Holy Family, ໃນລະຫວ່າງເວລາເຮັດວຽກ 27 ຊົ່ວໂມງ ໃນນະຄອນຫຼວງນິວເດລີ ປະເທດອິນເດຍ, ວັນທີ 1 ພຶດສະພາ 2021.
ທ້າວ ໂຣຮານ ອາກກາຣວອລ ອາຍຸ 26 ປີ, ເປັນໝໍປະຈຳ ຮັກສາພວກຄົນປ່ວຍຍ້ອນໄວຣັສໂຄໂຣນາ (COVID-19), ກຳລັງເບິ່ງພາບສະແກນ x-ray, ຢູ່ໃນຫ້ອງສຸກເສີນຂອງໂຮງໝໍ Holy Family, ໃນລະຫວ່າງເວລາເຮັດວຽກ 27 ຊົ່ວໂມງ ໃນນະຄອນຫຼວງນິວເດລີ ປະເທດອິນເດຍ, ວັນທີ 1 ພຶດສະພາ 2021.

ທີ່ປຶກສາດ້ານວິທະຍາສາດ ອະວຸໂສຄົນນຶ່ງ ຂອງລັດຖະບານອິນເດຍ ໄດ້ກ່າວເຕືອນໃນວັນພຸດວານນີ້ວ່າ ການລະບາດຂອງໄວຣັສໂຄໂຣນາຄື້ນທີສາມຈະກະ ຈາຍໄປທົ່ວປະເທດ ໃນຂະນະທີ່ຕົນກຳລັງສູ້ຊົນ ກັບຜົນກະທົບຢ່າງໜັກໜ່ວງຂອງຄື້ນທີສອງໃນປັດຈຸບັນຢູ່ນີ້ ຊຶ່ງໄດ້ເອົາຊີວິດຂອງປະຊາຊົນໄປແລ້ວ ເກືອບ 4,000 ຄົນໃນໄລຍະນຶ່ງວັນຜ່ານມາ.

ທ່ານເຄ ວີເຈ ຣາກາວັນ ໄດ້ອອກຄຳເຕືອນດັ່ງກ່າວໃນຂະນະທີ່ອົງການອະນາ ໄມໂລກ ຫຼື WHO ໄດ້ກ່າວວ່າ ໃນບົດລາຍງານປະຈຳອາທິດ ທີ່ວ່າອິນເດຍມີເກືອບເຄິ່ງນຶ່ງຂອງກໍລະນີຕິດເຊື້ອ ແລະປະມານນຶ່ງສ່ວນສີ່ຂອງຜູ້ເສຍຊີວິດທັງໝົດ ທີ່ໄດ້ຖືກລາຍງານຢູ່ທົ່ວໂລກ ໃນອາທິດແລ້ວນີ້.

“ໄລຍະທີ 3 ແມ່ນຈະເກີດຂຶ້ນແນ່ນອນ ໃນເມື່ອລະດັບການແຜ່ລະບາດຂອງໄວ ຣັສນັ້ນສູງຂຶ້ນ” ທ່ານຣາກາວັນ ໄດ້ກ່າວໄປຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງນິວເດລີ. ທ່ານກ່າວອີກວ່າ “ແຕ່ມັນບໍ່ເປັນທີ່ຈະແຈ້ງວ່າ ຊ່ວງເວ ລາໃດທີ່ໄລຍະທີ 3 ນີ້ ຈະເກີດຂຶ້ນ….ພວກເຮົາຄວນກຽມພ້ອມສຳລັບຄື້ນໃໝ່ທັງຫຼາຍ.”

ວິກິດການຂອງອິນເດຍແມ່ນໄດ້ເຮັດໃຫ້ສະຖານະການຮ້າຍແຮງຂຶ້ນ ຍ້ອນການຂາດແຄນອອກຊີເຈັນທີ່ຈຳເປັນຢ່າງຍິ່ງເພື່ອຮັກສາພວກຄົນປ່ວຍໜັກ ພ້ອມທັງຂາດວັດຖຸດິບຕ່າງໆທີ່ຈຳເປັນເພື່ອຜະລິດຢາວັກຊີນກັນໂຄວິດ-19 ໃຫ້ໄດ້ຫຼາຍໂດສນັ້ນ. ໃນຂະນະທີ່ອິນເດຍເປັນສະຖານທີ່ຂອງສະຖາບັນແຫ່ງເຊຣຳຂອງອິນເດຍ ຊຶ່ງເປັນຜູ້ຜະລິດຢາວັກຊີນ ລາຍໃຫຍ່ທີ່ສຸດຂອງໂລກ ຫາກແຕ່ມີພຽງ 2 ເປີເຊັນຂອງປະຊາກອນ 1 ພັນ 3 ຮ້ອຍລ້ານຄົນຂອງປະເທດໄດ້ຮັບສັກຢາວັກຊີນ ອີງຕາມລາຍງານຂອງທ້ອງຖິ່ນ. ໂຄວິດ-19 ເປັນພະຍາດທີ່ເກີດຈາກໄວຣັສໂຄໂຣນາ.

ເພື່ອຊ່ອຍໃນການແກ້ໄຂບັນຫາການຂາດເຂີນອັອກຊີເຈັນ ສານສູງສຸດຂອງອິນເດຍ ໄດ້ອອກຄຳສັ່ງໃນວັນພຸດວານນີ້ ໃຫ້ລັດຖະບານ ຍື່ນແຜນການທີ່ຈະສະ ໜອງອອກຊີເຈັນທີ່ຕ້ອງການ ຢູ່ໂຮງໝໍທັງຫຼາຍ ໃນນະຄອນຫຼວງນິວເດລີນັ້ນ ພາຍໃນນຶ່ງວັນ.

ນາຍົກລັດຖະມົນຕີ ນາເຣນດຣາ ໂມດີ ແລະພັກບາຣາຕີຢາ ຈານາຕາຂອງທ່ານ ໄດ້ຖືກຕ້ອງຕິໃນທຸກໆດ້ານ ຕະຫຼອດໄລຍະສອງສາມອາທິດທີ່ຜ່ານມາ ສຳລັບການຈັດພິທີໂຮມຊຸມນຸມກ່ຽວກັບການເລືອກຕັ້ງຂະໜາດໃຫຍ່ຢູ່ໃນເຂດເບັງກາລຕາເວັນຕົກ. ບັນດານັກຊ່ຽວຊານດ້ານການແພດ ໄດ້ສະເໜີແນະວ່າ ການໂຮມຊຸມນຸມດັ່ງກ່າວ ອາດມີສ່ວນເຮັດໃຫ້ຈຳນວນຜູ້ຕິດເຊື້ອສູງຂຶ້ນເປັນປະ ຫວັດການຢູ່ໃນລັດນັ້ນ.

ສ່ວນບັນດາພັກການເມືອງອື່ນໆ ກໍຍັງໄດ້ຈັດການໂຮມຊຸມນຸມຢູ່ທີ່ນັ້ນເຊັ່ນກັນ.

ໃນບົດຄວາມເຫັນອັນນຶ່ງທີ່ໄດ້ຖືກພິມອອກເຜີຍແຜ່ເມື່ອວັນອັງຄານຜ່ານມານີ້ ຢູ່ໃນເວັບໄຊ້ຂ່າວສານທີ່ເປັນອິດສະຫຼະ ຊື່ວ່າ Scroll.in ໂດຍນັກຂຽນທີ່ໄດ້ຮັບລາງວັນຊະນະເລີດ ທ່ານນາງ ອາຣຸນດາທີ ໂຣຍ ໄດ້ຮຽກຮ້ອງໃຫ້ທ່ານໂມດີ ລາອອກຈາກຕຳແໜ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG