ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ສະພາຕ່ຳ ພັກຣີພັບບລີກັນ ຖືກຍິງ ບາດເຈັບສາຫັດ ຢູ່ເດີ່ນກິລາ ເບສບອລ


ບັນດາພະນັກງານສືບສວນ ປຶກສາຫາລືກັນ ກ່ອນຈະກວດເບິ່ງຫລັກຖານ ຢູ່ອ້ອມ ເດີ່ນເບສບອລ ໃນເມືອງ Alexandria ລັດ Virginia, ວັນທີ 14 ມິຖຸນາ 2017.
ບັນດາພະນັກງານສືບສວນ ປຶກສາຫາລືກັນ ກ່ອນຈະກວດເບິ່ງຫລັກຖານ ຢູ່ອ້ອມ ເດີ່ນເບສບອລ ໃນເມືອງ Alexandria ລັດ Virginia, ວັນທີ 14 ມິຖຸນາ 2017.

ສະມາຊິກສະພາ ສະຫະລັດ ທ່ານນຶ່ງ ໄດ້ຖືກຍິງ ເມື່ອຕອນເຊົ້າວັນພຸດວານນີ້ ໃນລະຫວ່າງ ການຝຶກຊ້ອມກິລາເບສບອລ ເພື່ອການກຸສົນ ແມ່ນຢູ່ໃນອາການສາຫັດ ຫຼັງຈາກການຜ່າຕັດ ດັ່ງທີ່ໂຮງໝໍທີ່ໃຫ້ການປິ່ນປົວທ່ານກ່າວໃນຖະແຫຼງ ການ ທີ່​ອອກ​ໃນວັນພຸດຕອນແລງວ່າ “ທ່ານຈະຕ້ອງໄດ້ຮັບການຜ່າຕັດຕື່ມອີກ.”

ຜູ້ນຳໝາຍ​ເລກ 3 ຂອງ​ພັກຣີພັບ​ບລີ​ກັນ​ໃນ​ສະພາ​ຕ່ຳ ທ່ານ Steve Scalise ເປັນຜູ້ແທນຈາກລັດ Louisiana ທາງພາກໃຕ້ຂອງປະເທດ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ Washington, ວັນທີ 8 ມີນາ 2017.
ຜູ້ນຳໝາຍ​ເລກ 3 ຂອງ​ພັກຣີພັບ​ບລີ​ກັນ​ໃນ​ສະພາ​ຕ່ຳ ທ່ານ Steve Scalise ເປັນຜູ້ແທນຈາກລັດ Louisiana ທາງພາກໃຕ້ຂອງປະເທດ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ Washington, ວັນທີ 8 ມີນາ 2017.

ສະມາຊິກສະພາສັງກັດພັກຣີພັບບລີກັນ ທ່ານ Steve Scalise ທີ່ເປັນຜູ້ແທນຈາກລັດ Louisiana ທາງພາກໃຕ້ຂອງປະເທດ ແລະ ໄດ້ຮັບໜ້າທີ່ເປັນ ຜູ້ນຳໝາຍ​ເລກ 3 ຂອງ​ພັກຣີພັບ​ບລີ​ກັນ​ໃນ​ສະພາ​ຕ່ຳ ໄດ້ຮັບບາດເຈັບ ໃນເວລາ ຜູ້ຮ້າຍມີອາວຸດເປັນປືນຍາວ ແລະປືນສັ້ນ ຍິງໃສ່ບັນດາສະມາຊິກສະພາ ສັງກັດພັກຣີພັບບລີກັນ ທີ່ກຳລັງກະກຽມການແຂ່ງຂັນປະຈຳປີ ກັບທີມຂອງພັກເດໂມແຄຣັດ ໃນວັນພະຫັດມື້ນີ້.

ມືປືນ ທ້າວ James Hodgkinson ອາຍຸ 66 ປີ ຈາກເມືອງ Belleville ລັດ Illinois.
ມືປືນ ທ້າວ James Hodgkinson ອາຍຸ 66 ປີ ຈາກເມືອງ Belleville ລັດ Illinois.

ມືປືນ ຄື ທ້າວ James Hodgkinson ອາຍຸ 66 ປີ ຈາກເມືອງ Belleville ລັດ Illinois ໄດ້ຖືກຍິງບາດເຈັບ ໂດຍຕຳຫຼວດນະຄອນຫຼວງ ແລະ ໄດ້ເສຍຊີວິດ ​ໃນ​ເວລາຕໍ່ມາ.

ນອກຈາກ ທ່ານ Scalise ແລ້ວ ມືປືນ ຍັງໄດ້ຍິງ ເຈົ້າໜ້າທີ່ຕຳຫຼວດປະຈຳສະພາ Crystal Griner, ຜູ້​ຊ່ວຍ​ສະມາຊິກສະພາຄົນນຶ່ງ ແລະຜູ້ວິ້ງເຕັ້ນອີກ ຄົນນຶ່ງ.

ການໂຈມຕີ ໄດ້ເກີດຂຶ້ນ ຢູ່ທີ່ສະໜາມກິລາແຫ່ງນຶ່ງ ໃນເມືອງ Alexandria ລັດ
Virginia ພຽງແຕ່ຂ້າມແມ່ນ້ຳ Potomac ຈາກນະຄອນຫຼວງວໍຊິງຕັນ ເທົ່ານັ້ນ
ບ່ອນທີ່ການແຂ່ງຂັນ ຈະຖືກຈັດຂຶ້ນ ໃນວັນພະຫັດມື້ນີ້.

Gunman Who Targeted Trump on Social Media Shoots Republican Congressman
please wait

No media source currently available

0:00 0:02:20 0:00

ໂຄສົກທຳນຽບຂາວ ທ່ານ Sean Spicer ໄດ້ແຈ້ງໃຫ້ນັກຂ່າວຄົນນຶ່ງຊາບເມື່ອ
ຕອນແລງ ວັນພຸດວານນີ້ ວ່າ ປະທານາທິບໍດີ ດໍໂນລ ທຣຳ ຢາກຈະ​ໄປຮ່ວມຊົມ
ການແຂ່ງຂັນ ແລະ ສະແດງເຖິງການສະໜັບສະໜູນ ແຕ່ຫາກ ວ່າບໍ່ມີເວລາພຽງພໍ
ທີ່ຈະຈັດການທີ່ຈຳເປັນ ສຳລັບໜ່ວຍອາລັກຂາ ຂອງ​ທ່ານ.

Eyewitness Account: Senator Jeff Flake on Congressional Shooting
please wait

No media source currently available

0:00 0:02:03 0:00

ທ່ານທຣຳ ພ້ອມດ້ວຍ ພັນລະຍາ ທ່ານນາງ Melania ໄດ້ເດີນທາງໄປໂຮງພະ
ຍາບານ MedStar ວໍຊິງຕັນ ເມື່ອຕອນຄ່ຳວັນພຸດວານນີ້ ເພື່ອຢ້ຽມທ່ານ Scalise
ແລະ ຄອບຄົວຂອງເພິ່ນ ແລະ ເພື່ອພົບປະກັບ ທ່ານນາງ Griner ແລະ ພັນລະຍາ
ຂອງເພິ່ນ. ຕໍ່ຈາກນັ້ນ ທ່ານປະທານາທິບໍດີ ໄດ້ຂຽນຂໍ້ຄວາມລົງ Twitter ວ່າ ທ່ານ
Scalise ແມ່ນຢູ່ໃນ “ສະພາບທີ່​ຮ້າຍ​ແຮງ” ແຕ່ເພິ່ນເປັນ “ນັກສູ້ແທ້ໆ.”

President Trump Statement on Congressional Shooting
please wait

No media source currently available

0:00 0:04:31 0:00

ທ່ານທຣຳ ໄດ້ກ່າວກ່ອນໜ້ານີ້ ໃນຄຳຖະແຫລງ ຢູ່ທີ່ທຳນຽບຂາວ ວ່າ ການຍິງຄົນ
ທັງຫຼາຍ ແມ່ນເປັນການເຕືອນພວກພົນລະເມືອງທັງໝົດ ເພື່ອໃຫ້ເອົາຊະນະ ການ
ແຕກແຍກທາງການເມືອງ ທີ່ໄດ້ສົ່ງຜົນກະທົບໄປທົ່ວ ວໍຊິງຕັນ ແລະ ທົ່ວປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG