ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຂັ້ນສູງສະພາຕ່ຳ ຂອງພັກຣີພັບບລີກັນ ກ່າວວ່າ ທ່ານສະໜັບສຸໜຸນ ການຖອດ ທ.ນ. ເຊນນີ ອອກຈາກຕຳແໜ່ງເບີ 3


ຜູ້ນຳສຽງສ່ວນນ້ອຍຂອງສະພາຕ່ຳສະຫະລັດ ທ່ານແຄວິນ ເມັກຄາຣທີ ສັງກັດພັກຣີພັບບລີກັນ ຈາກລັດຄາລີຟໍເນຍ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວປະຈຳສັບປະດາ ຢູ່ລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ.
ຜູ້ນຳສຽງສ່ວນນ້ອຍຂອງສະພາຕ່ຳສະຫະລັດ ທ່ານແຄວິນ ເມັກຄາຣທີ ສັງກັດພັກຣີພັບບລີກັນ ຈາກລັດຄາລີຟໍເນຍ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວປະຈຳສັບປະດາ ຢູ່ລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ.

ທ່ານແຄວິນ ເມັກຄາຣທີ ຫົວໜ້າຂອງພັກຣີພັບບລີກັນໃນສະພາຕ່ຳ ໃນວັນອາ ທິດວານນີ້ ໄດ້ໃຫ້ການສະໜັບສະໜຸນຕໍ່ສະມາຊິກສະພາຕ່ຳ ແອລີສ ສແຕັບຟານິກ ຢ່າງເປີດເຜີຍ ສຳລັບຕຳແໜ່ງຜູ້ນຳເບີ 3 ຊຶ່ງເປັນການໃຫ້ການສະໜັບສະໜຸນຂອງພັກຕໍ່ຜູ້ທີ່ຈົງຮັກພັກດີ ຂອງທ່ານດໍໂນລ ທຣຳ ຂຶ້ນມາແທນສະມາຊິກສະພາ ທ່ານນາງລີດສ໌ ເຊນນີ ຜູ້ທີ່ກ່າວຕ້ອງຕິອະດີດປະທານາທິບໍດີຢ່າງກົງໄປກົງມາ ທີ່ສົ່ງເສີມການກ່າວອ້າງ ທີ່ບໍ່ໜ້າເຊື່ອຖືວ່າ ການເລືອກຕັ້ງປີ 2020 ໄດ້ຖືກລັກຂະໂມຍໄປ ອີງຕາມລາຍງານຂອງອົງການຂ່າວເອພີ.

ບັນດາສະມາຊິກສະພາຕ່ຳຂອງພັກຣີພັບບລີກັນ ອາດຈະລົງຄະແນນສຽງໄວທີ່ສຸດ ແມ່ນໃນວັນພຸດມື້ຮືນີ້ ເພື່ອຖອດທ່ານນາງ ເຊນນີ ອອກ ຊຶ່ງເປັນຜູ້ຍິງທີ່ມີຕຳແໜ່ງຜູ້ນຳສູງສຸດ ໃນພັກຣີພັບບລີກັນ ແລະເປັນລູກສາວຂອງອະດີດຮອງປະທານາທິບໍດີ ດິກ ເຊນນີ ແລະຈະຖືກສັບປ່ຽນໂດຍ ທ່ານນາງສແຕັບຟານິກ ຜູ້ທີ່ໄດ້ໄດ້ໄຕ່ເຕົ້າຂຶ້ນມາ ໂດຍໄດ້ຮັບການຊຸກຍູ້ຂອງທ່ານທຣຳ.

ເມື່ອຖືກຖາມຢູ່ໃນການໃຫ້ສຳພາດ ໃນລາຍການ “Sunday Morning Futures” ຂອງຊ່ອງໂທລະພາບ Fox News ວ່າ ທ່ານໄດ້ສະໜັບສະໜຸນ ທ່ານນາງສແຕັບຟານີກ ສັງກັດພັກຣີພັບບລີກັນ ຈາກລັດນິວຢອກ ສຳລັບໜ້າທີ່ເປັນປະທານກອງປະຊຸມຂອງພັກຣີພັບບລີກັນ ຫຼືບໍ່ ທ່ານເມັກຄາຣທີ ໄດ້ຕອບວ່າ: “ແມ່ນ ຂ້າພະເຈົາສະໜັບສະໜຸນ.”

“ພວກເຮົາຢາກໃຫ້ເປັນເອກະພາບກັນ ໃນການກ້າວໄປໜ້າ ແລະຂ້າພະເຈົ້າຄິດວ່າ ເປັນສິ່ງທີ່ຈະເກີດຂຶ້ນ” ທ່ານເມັກຄາຣທີ ໄດ້ກ່າວໄປ ໃນການໃຫ້ຄຳຕອບຕໍ່ຄຳຖາມກ່ຽວກັບວ່າ ທ່ານມີຄະແນນສຽງພໍແລ້ວຫຼືບໍ່ ທີ່ຈະຖອນທ່ານນາງ ເຊນນີ ສັກກັດພັກຣີພັບບລີກັນຈາກລັດ ວາຍໂອມິ້ງ.

ທ່ານເມັກຄາຣທີ ໄດ້ກ່າວວ່າ ຕຳແໜ່ງຂອງຄະນະຜູ້ນຳ ຕ້ອງສຸມໃສ່ຂໍ້ຄວາມທີ່ວ່າ “ໃນແຕ່ລະມື້” ກ່ຽວກັບອັນທີ່ທ່ານກ່າວວ່າ ເປັນບັນຫາທັງຫຼາຍຂອງຄະນະລັດຖະບານທ່ານໄບເດັນ.

ທ່ານນາງເຊນນີ ໄດ້ຄັດຄ້ານຕໍ່ບັນດາສະມາຊິກພັກຣີພັບບລີກັນ ລວມທັງທ່ານເມັກຄາຣທີ ຈາກລັດຄາລີຟໍເນຍ ໂດຍກ່າວໃນທວິດເຕີ້ວ່າ ຈຳພວກຜູ້ທີ່ເພີດ ເພີນນຳການກ່າວອ້າງ ທີ່ຜິດຂອງທ່ານທຣຳ ກ່ຽວກັບການເລືອກຕັ້ງປະທານາທິ ບໍດີ ໄດ້ຖືກລັກຂະໂມຍໄປນັ້ນ ເປັນ “ການເຜີຍແຜ່ຄວາມຂີ້ຕົວະໃຫຍ່ ໂດຍຫັນຫຼັງພວກເຂົາ ຕໍ່ຕົວບົດກົດໝາຍ ແລະເປັນພິດຕໍ່ລະບອບປະຊາທິປະໄຕຂອງພວກເຮົາ.” ໃນການຂຽນບົດຄວາມເຫັນເມື່ອວັນພຸດຜ່ານມາໃນໜັງສືພິມວໍຊິງຕັນ ໂພດສ໌ ທ່ານນາງໄດ້ກ່າວປະນາມວ່າ “ເປັນລັດທິບຸຄະລິກຂອງທ່ານທຣຳ ທີ່ອັນຕະລາຍ ແລະຕໍ່ຕ້ານປະຊາທິປະໄຕ” ແລະໄດ້ກ່າວເຕືອນເພື່ອນສະມາຊິກພັກຣີພັບບລີກັນທັງຫຼາຍ ບໍ່ໃຫ້ຮັບເອົາຫຼືບໍ່ເອົາຫົວຊານຳຄຳຖະແຫຼງຕ່າງໆຂອງທ່ານທຣຳ “ສຳລັບການລະດົມທຶນ ແລະເພື່ອຈຸດປະສົງທາງດ້ານການເມືອງ.”

ທ່ານນາງຍັງໄດ້ກ່າວວ່າ ທ່ານເມັກຄາຣທີ ໄດ້ “ປ່ຽນເລື້ອງຂອງທ່ານ” ຫຼັງຈາກໃນເບື້ອງຕົ້ນ ທີ່ໄດ້ກ່າວໄປວ່າ ທ່ານທຣຳ “ຕ້ອງເປັນຜູ້ຮັບຜິດຊອບ” ສຳລັບ ການໂຈມຕີຕໍ່ລັດຖະສະພາໃນວັນທີ 6 ມັງກອນ. ທ່ານເມັກຄາຣທີ ໃນເບື້ອງຕົ້ນ ໄດ້ຕຳໜິການກະທຳຂອງທ່ານທຣຳ ແລະໃນການໂທລົມກັນເປັນສ່ວນຕົວ ໃນລະຫວ່າງເກີດການຈະລາຈົນຢູ່ນັ້ນ ຕາມການລາຍງານແລ້ວ ທ່ານໄດ້ຮຽກ ຮ້ອງ ປະທານາທິບໍດີ ໃນເວລານັ້ນ ໃຫ້ບອກພວກກໍ່ຈະລາຈົນຢຸດເຊົາ. ຜູ້ນຳສະພາຕ່ຳຂອງພັກຣີພັບບລີກັນ ບັດນີ້ ກ່າວວ່າ ທ່ານບໍ່ເຊື່ອວ່າ ທ່ານທຣຳ ໄດ້ຍຸແຍ່ໃຫ້ເກີດກໍ່ຈະລາຈົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG