ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄະ​ນະສະ​ມາ​ຊິກ​ສະ​ພາ​ຕ່ຳ ພົວ​ພັນ​ຕ່າ​ງ​ປະ​ເທດ​ລະ​ດັບ​ສູງ ຈະ​ຢ້ຽມ​ຢາມ​ ໄຕ້​ຫວັນ ໃນ​ວັນ​ພະ​ຫັດ​ນີ້


ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ທ່າ​ນ​ນາງ ສາຍ ອິງ ເຫວິນ, ທີ​ສອງ​ຈາກ​ຊ້າຍ, ຖືກ​ຕ້ອນ​ຮັບ​ໃນ​ຂະ​ນະ​ທີ່​ປະ​ທານ​ສະ​ພາ​ຕ່ຳ ທ່ານ ເຄວິນ ແມັກ​ຄາ​ທີ, ທີ​ສອງ​ຈາກ​ຂວາ, ຢືນ​ເບິ່ງເວ​ລາ​ທີ່​ທ່ານ​ນາງ​ເດີນ​ທາງ​ຮອດ​ຫໍ​ສະ​ໝຸດ​ປະ​ທາ​ນາ​ທິ​ບໍ​ດີ ໂຣ​ໂນ​ລ ເຣ​ແກນ, ລັດ ຄາ​ລິ​ຟໍ​ເນຍ, 5 ເມ​ສາ 2023.
ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ທ່າ​ນ​ນາງ ສາຍ ອິງ ເຫວິນ, ທີ​ສອງ​ຈາກ​ຊ້າຍ, ຖືກ​ຕ້ອນ​ຮັບ​ໃນ​ຂະ​ນະ​ທີ່​ປະ​ທານ​ສະ​ພາ​ຕ່ຳ ທ່ານ ເຄວິນ ແມັກ​ຄາ​ທີ, ທີ​ສອງ​ຈາກ​ຂວາ, ຢືນ​ເບິ່ງເວ​ລາ​ທີ່​ທ່ານ​ນາງ​ເດີນ​ທາງ​ຮອດ​ຫໍ​ສະ​ໝຸດ​ປະ​ທາ​ນາ​ທິ​ບໍ​ດີ ໂຣ​ໂນ​ລ ເຣ​ແກນ, ລັດ ຄາ​ລິ​ຟໍ​ເນຍ, 5 ເມ​ສາ 2023.

ການ​ເຈ​ລະ​ຈາ​ຂອງປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ທ່ານ​ນາງ ສາຍ ອິ້ງ ເຫວິນ ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ ສະ​ຫະ​ລັດ ຈະ​ດຳ​ເນີນ​ຕໍ່​ ລຸນຫຼັງ​ການ​ພົບ​ປະ​ຄັ້ງ​ປະ​ຫວັດ​ສາດ​ ຂອງ​ປະ​ທານ​ສະ​ພາ​ຕ່ຳ​ທ່ານ ເຄວິນ ແມັກ​ຄາ​ທີ ກັບ​ຫົວ​ໜ້າ​ຂອງ​ເກາະ​ທີ່​ປົກ​ຄອງ​ຕົນ​ເອງ​ ເມື່ອ​ວັນ​ພຸດ​ວານນີ້ ​ໃນ​ລັດ​ຄາ​ລິ​ຟໍ​ເນຍ.

ປະ​ທານ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສະ​ພາ​ຕ່ຳ​ທ່ານ ໄມ​ເກິ​ລ ແມັກ​ຄອ​ລ, ພ້ອມ​ກັບ​ບັນ​ດາຜູ້​ແທນ​ທີ່​ເປັນ​ສະ​ມາ​ຊິກ​ສະ​ພາ​ຈາກ​ສອງ​ພັກ​ການ​ເມືອງ, ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ພົບ​ປະ​ກັບ​ທ່ານ​ນາງ ສາຍ ໃນ​ວັນ​ພະ​ຫັດ​ມື້ນີ້ ໃນ ໄຕ້​ຫວັນ.

ທ່ານ ແມັກ​ຄອ​ລ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ພວກ​ເຮົາ​ກຳ​ລັງ​ປະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່ຫຼາຍ​ລຸ້ນ​ຄົນ​ຈາກ​ພັກ​ຄອມ​ມູ​ນິ​ສ​ຈີນ, ແລະ ພາກ​ພື້ນ​ອິນ​ໂດ-ປາ​ຊີ​ຟິກ ແມ່ນ​ຖັນ​ແຖວ​ການ​ປ້ອງ​ກັນ​ທຳ​ອິດ​ຂອງ​ພວກ​ເຮົາ​ຕໍ່​ການ​ບຸກ​ລຸກ​ຂອງ​ພວກ​ເຂົາ. ຍ້ອນ​ແນວ​ນັ້ນ​ດຽວນີ້, ຫຼາຍກວ່າ​ທີ່​ເຄີຍ​ມີ​ມາ, ມັນ​ແມ່ນ​ສຳ​ຄັນຫຼາຍ​ທີ່ ສະ​ຫະ​ລັດ ຈະ​ຂະ​ຫຍາຍ​ສາຍ​ພົວ​ພົນ​ກັບ​ພັນ​ທະ​ມິດ​ຂອງ​ພວກ​ເຮົາ ແລະ ບັນ​ດາ​ຄູ່​ຮ່ວມ​ຢູ່​ໃນ​ພາກ​ພື້ນ.”

ແມ່ນ​ກະ​ທັ້ງ​ກ່ອນ​ທ່ານ​ນາງ ສາຍ ແລະ ທ່ານ ແມັກ​ຄາ​ທີ, ພ້ອມ​ກັບ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ຫຼາຍ​ເຖິງ 17 ຄົນ, ໄດ້​ຈັດ​ການ​ເຈ​ລະ​ຈາ​ໃນ​ວັນ​ພຸດ​ວານນີ້, ການ​ຢຸດ​ແວ່​ໃນ​ລະ​ຫວ່າງ​ການເດີນ​ທາງ​ຜ່ານ​ ສະ​ຫະ​ລັດ ຂອງ​ທ່ານ​ນາງ ສາຍ ໄດ້​ກໍ່​ໃຫ້​ເກີດ​ການ​ຕິ​ຕຽນ​ລ່ວງ​ໜ້າ​ຈາກ ຈີນ, ເຊິ່ງ​ໄດ້​ພິ​ຈາ​ລະ​ນາ​ເກາະ​ດັ່ງ​ກ່າວ​ເປັນ​ສ່ວນ​ນຶ່ງ​ຂອງ​ປະ​ເທດ​ນັ້ນ.

ທ່ານ ໝາວ ນິງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ, ໄດ້​ກ່າວ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ​ວ່າ, “ຈີນ ໄດ້​ຄັດ​ຄ້ານ​ການ​ຈັດ​ຕຽມ​ຂອງ ສະ​ຫະ​ລັດ ສຳ​ລັບ​ການ​ຢ້ຽມ​ຢາມ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ຜ່ານ​ປະ​ເທດ​ຂອງ​ທ່ານ​ນາງ ສາຍ ອິງ ເຫວິນ ຢ່າງ​ແຮງ ແລະ ການ​ພົບ​ປະ​ຂອງ​ລາວ​ກັບ​ປະ​ທານ​ສະ​ພາ​ຕ່ຳ​ທ່ານ ເຄວິນ ແມັກ​ຄາ​ທີ, ຄົນ​ໝາຍ​ເລກ​ສາມ​ໃນ​ລັດ​ຖະ​ບານ ສະ​ຫະ​ລັດ. ນີ້​ແມ່ນ​ການ​ກະ​ທຳ​ທີ່​ລ່ວງ​ລະ​ເມີດ​ກົດ​ເກນ​ຈີນ​ດຽວ​ຢ່າງ​ຮຸນ​ແຮງ.”

ອີງ​ຕາມ​ກົດ​ເກນ​ນັ້ນ, ຈີນ ພິ​ຈາ​ລະ​ນາ​ບັນ​ຫາ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ ໄຕ້​ຫວັນ ດັ່ງ​ກັບ​ບັນ​ຫາ​ພາຍ​ໃນ. ພາຍ​ໃຕ້​ນະ​ໂຍ​ບາຍ ສະ​ຫະ​ລັດ, ວໍ​ຊິງ​ຕັນ ຮັບ​ຮູ້ ປັກ​ກິ່ງ ເປັນ​ລັດ​ຖະ​ບານ​ທີ່​ຖືກ​ກົດ​ໝາຍ​ຜູ້​ດຽວ. ແຕ່​ແນວ​ໃດ​ກໍ່​ຕາມ ສະ​ຫະ​ລັດ ບໍ່​ໄດ້​ຮັບ​ຮູ້​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ ປັກ​ກິ່ງ ຕໍ່ ໄຕ້​ຫວັນ ແລະ ບໍ່​ເຄີຍ​ຕົກ​ລົງ​ທີ່​ຈະງົດ​ເວັ້ນຈາກ​ການ​ພົບ​ປະ​ກັບ​ບັນ​ດາ​ຜູ້​ນຳ ໄຕ້​ຫວັນ.

ຜູ້​ນຳ​ສະ​ພາ​ຕ່ຳ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ຮາ​ຄີມ ເຈັ​ຟ​ຟ​ຣີ​ສ໌ ໄດ້​ພົບ​ປະ​ກັບ​ທ່າ​ນ​ນາງ ສາຍ ໃນ​ຂະ​ນະ​ທີ່​ທ່ານ​ນາງ​ເດີນ​ທາງ​ຜ່ານ​ລັດ ນິວຢອກ ໃນ​ອາ​ທິດ​ທີ່​ຜ່ານ​ມາ. ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ກ່າວ​ຢ້ຳ​ວ່າ​ການ​ພົບ​ປະ​ແມ່ນບໍ່​ໄດ້​ອອກນອກ​ເສັ້ນ​ທາງ​ສາຍ​ພົວ​ພັນ​ທີ່ບໍ່​ເປັນ​ທາງ​ການ​ມາ​ຍາວ​ນານ​ລະ​ຫວ່າງ ສະ​ຫະ​ລັດ ກັບ ໄຕ້​ຫວັນ ນັ້ນ, ທ່ານ ເຈັ​ຟ​ຟ​ຣີ​ສ໌ ກ່າວ​ວ່າ, “ພວກ​ເຮົາ​ໄດ້​ມີ​ການ​ສົນ​ທະ​ນາ​ທີ່​ເປັນ​ໝາກ​ຜົນຫຼາຍ ກ່ຽວ​ກັບ ຜົນ​ປະ​ໂຫຍ​ດ​ດ້ານ​ຄວາມ​ປອດ​ໄພ ແລະ ເສດ​ຖະ​ກິດ​ລະ​ຫວ່າງ ອາ​ເມ​ຣິ​ກາ ກັບ ໄຕ້​ຫວັນ. ພວກ​ເຮົາ​ຍັງ​ໄດ້​ປຶກ​ສາ​ຫາ​ລື ກ່ຽວ​ກັບ ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ກັນ​ຂອງ​ພວກ​ເຮົາ​ຕໍ່​ປະ​ຊາ​ທິ​ປະ​ໄຕ ແລະ ເສ​ລີ​ພາບ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG