ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນາຍພົນ ຄົນສຳຄັນ ຂອງຊີເຣຍ ໂຕນໜີ ອອກນອກ ປະເທດ


ນານພົນຈັດຕະວາ Manaf Tlas ແລະຄັ້ງນຶ່ງເປັນທີ່ໄວ້ເນື້ອເຊື່ອໃຈຂອງ ປະທານາທິບໍດີ al-Assad ແລະເປັນລູກ ຊາຍຂອງອະດີດລັດຖະມົນຕິ ປ້ອງກັນປະເທດຊີເຣຍ ໄດ້ໂຕນໜີອອກຈາກປະເທດ
ນານພົນຈັດຕະວາ Manaf Tlas ແລະຄັ້ງນຶ່ງເປັນທີ່ໄວ້ເນື້ອເຊື່ອໃຈຂອງ ປະທານາທິບໍດີ al-Assad ແລະເປັນລູກ ຊາຍຂອງອະດີດລັດຖະມົນຕິ ປ້ອງກັນປະເທດຊີເຣຍ ໄດ້ໂຕນໜີອອກຈາກປະເທດ

ມີ​ລາຍ​ງານ​ວ່າ ນາຍ​ພົນ​ຊັ້ນ​ສູງຄົນ​ນຶ່ງ​ຂອງ​ຊີ​ເຣຍ ​ແລະຄັ້ງ​ນຶ່ງເຄີຍ​ເປັນຜູ້​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ
ຂອງ​ປະ​ທາ​ນາ​ທິບໍດີ al-Assad ​ໄດ້​ໂຕນ​ໜີ​ຈາກຊີ​ເຣຍ ​ແລະ​ເປັນ​ທີ່​ເຊື່ອ​ກັນ ​ຢູ່​ທີ່ເທິ​ກີ
ວ່າເປັນ​ການ​ອັບ​ອາຍ​ຂາຍໜ້າ​ຢ່າງ​ໜັກ ​ຕໍ່ອຳນາດການ​ປົກຄອງຂອງທ່ານ Assad.

ທ່າ​ຍ Sipan Hassan ຈາກ​ກຸ່ມສິ້ງຊອມ​ສິດ​ທີ​ມະນຸດ​ໃນຊີ​ເຣຍ ກ່າວ​ຕໍ່ວີ​ໂອ​ເອ ວ່າກຸ່ມ
​ຂອງ​ທ່ານ​ໄດ້​ຊາບຂ່າວ​ ​ຈາກ​ພວກນັກ​ຂ່າວ ​ແລະແຫລ່ງຂ່າວ​ຮັກສາ​ຄວາມ​ປອດ​ໄພ​ໃນ
ຊີ​ເຣຍ ວ່າ ທ່ານ Manaf Tlas ​ໄດ້​ໂຕນ​ໜີ​ອອກ​ຈາກ​ປະ​ເທດ​ໄປ​ແລ້ວ.

ທ່ານ Tlas ​ມີ​ຕຳ​ແໜ່​ງເປັນນາຍພົນ​ຈັດ​ຕະວາ ຢູ່​ໃນ​ກອງ​ກຳລັງ​ພິທັກ​ສາທາລະນະ​ລັດ ​
ຫຼື Republican Guards ຂອງ​ທ່ານ Assad ແລະກໍ​ເປັນ​ລູກ​ຊາຍ ຂອງອ​ະດີດ​ລັດຖະ
ມົນຕີ​ປ້ອງກັນ​ປະ​ເທດ.

ທ່ານ Hassan ກ່າວ​ວ່າ ຄາດ​ວ່າທ່ານ Tlas ຈະ​ປະກາດ​ຢ່າງເປັນ​ທາງ​ການ​ກ່ຽວ​ກັບ
ການ​ໂຕນ​ໜີຂອງ​ທ່ານ ພາຍ​ໃນ​ບໍ່​ເທົ່າ​ໃດ​ມື້ຂ້າງ​ໜ້າ​ນີ້. ນັກ​ເຄື່ອນ​ໄຫວ​ທ່ານ​ນີ້ກ່າວອີກ​
ວ່າ ພັນເອກ Riad al-Assad ຈາກ​ກອງທັບ​ຊີ​ເຣຍ​ເສຣີ ຊຶ່ງ​ເປັນຝ່າ​ຍຕໍ່ຕ້ານໄດ້​ປະກາດ
ໃນ​ວັນພ​ະຫັດວານ​ນີ້ວ່າ ທ່ານ Tlas ຢູ່​ທີ່​ເທີ​ກີ.

ເທີ​ກີ ຍັງ​ບໍ່​ໄດ້ໃຫ້ການ​ຢືນຢັນ​ວ່າ ທ່ານ Tlas ຢູ່​ໃນເທີ​ກີຫຼືບໍ່.

​ແຫ​ລ່ງຂ່າວ​ຕາ​ເວັນ​ຕົກ​ແລະ​ຕາ​ເວັນ​ອອກກ​າງ ພ້ອມ​ດ້ວຍ​ກຸ່ມ​ຕໍ່ຕ້ານ​ຊີ​ເຣຍ ກໍ​ໄດ້​ລາຍ​
ງານ​ ກ່ຽວ​ກັບ​ການ​ໂຕນ​ໜີ​ຂອງນາຍ​ພົນທ່ານ​ນີ້.

ທ່ານ Hassan ກ່າວ​ວ່າ ການ​ໂຕນ​ໜີ​ຂອງເຈົ້າ​ໜ້າ​ທີ່ທະຫານ​ຊັ້ນ​ສູງ​ດັ່ງກ່າວ​ນີ້ ​ເປັນ​
ຂີດໝາຍ “ຕອບ​ໂຕ້” ອັນ​ສໍາຄັນ​ຕໍ່ລະບອບ​ການ​ປົກ​ຄອງ​ຂອງ​ທ່ານ Assad ​ແລະ​ກໍ​
ອາດ​ເປັນ​ການ “​ເລີ້​ມຕົ້ນໃນການ​ສີ້​ນສຸດລົງ” ຂອງລັດຖະບານຊີເຣຍ.

ທ່ານ Hassan ກ່າວ​ວ່າ ທ່ານ​ໄດ້​ຍິນ​ຂ່າວ​ວ່າ ທ່ານ Tlas ອາດ​ເດີນທາງ​ໄປ​ກຸງປາຣີ ​
ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ປະ​ເທດ​ເພື່ອນ​ມິດ​ຊີ​ເຣຍຊຶ່ງ​ມີ​ຜູ້ຕາງໜ້າຈາກ ປະມານ 100
ປະ​ເທດ ​ແລະ​ສະມາຊິກ​ຂອງ​ກຸ່ມ​ຝ່າຍ​ຄ້ານ​ອີກ 100 ຄົນ​.

ປະທານາທິບໍດີຝຣັ່ງທ່ານ Francois Hollande ​ໄດ້​ເປີດ​ກອງ​ປະ​ຊຸມ​ໂດຍກ່າວ​ວ່າ
ທ່ານ Assad ຕ້ອງ​ສະລະອໍານາດ​. ທ່ານ​ກ່າວ​ອີກ​ວ່າ ການ​ອອກ​ຈາກ​ຕໍາ​ແໜ່​ງຂອງ
ປະທານາທິບໍດີຊີ​ເຣຍນັ້ນ ແມ່ນເປັນ​ຜົນ​ປະ​ໂຫຍ​ດສຳ​ຫຼັບທຸກໆ​ຄົນ.

ນອກ​ນັ້ນທ່ານ Hollande ຍັງ​ຮຽກຮ້ອງ​ໃຫ້​ເພີ່ມ​ການ​ຊ່ວຍ​ເຫຼືອດ້ານ​ມະນຸດສະທຳ​
ແກ່​ປະຊາຊົນ​ຊາວ​ຊີ​ເຣຍ.

​ໃນ​ການຖ​ະ​ແຫຼງຢູ່​ກອງ​ປະຊຸມ​ດັ່ງກ່າວ​ນີ້ລັດຖະມົນຕີ​ການ​ຕ່່າງປະ​ເທດສະຫະລັດ
ທ່ານ​ນາງ Hillary Clinton ກໍ​ໄດ້​ປະນາມ ​ລະບອບ​ການ​ປົກຄອງຂອງ ທ່ານ Assad.
ທ່ານ​ນາງ​ກ່າວ​ວ່າ ​ມັນ​ເປັນ​ການ​ຝ່າຝືນ​ຕໍ່ “ທຸກໆ​ບັນ​ທັດ​ຖານ​ຂອງ​ນາໆ​ຊາດ ​ແລະ​
ການ​ຢູ່​ເປັນຢ່າງປົກກະຕິ​ຂອງ​ມະນຸດ” ທີ່​ລັດຖະບານ​ໄດ້​ສັງຫານ​ປະ ຊາ​ຊົນ​ຂອງ​ຕົນ​ເອງ.

ທ່ານ​ນາງ ​ໄດ້​ຮ້ອງ​ຂໍໃຫ້ ສະພາ​ຄວາມໝັ້ນຄົງ​ຂອງອົງການ​ສະຫະ​ປະຊາ​ຊາດ ​ໃຫ້ການ
​ສະໜັບສະໜຸນ​ຕໍ່​ການ​ລົງ​ໂທດ​ໃນ​ທັນທີຕໍ່​ຊີ​ເຣຍ ​ແລະ​ທ່ານ​ນາງ​ໄດ້​ຮຽກຮ້ອງ​ໃຫ້ຣັດ​ເຊຍ
ແລະ​ຈີນ ຈົ່ງ​ສະໜັບ​ສະນຸນຕໍ່ຄວາມ​ປາດ​ຖະໜາ​ຂອງ​ປະ ຊາຊົນ​ຊີ​ເຣຍ.

ຣັດ​ເຊຍ​ແລະ​ຈີນ ຊຶ່ງ​ເປັນ​ພັນທະ​ມິດ​ທີ່​ມີ​ອິດ​ທິພົນ​ທີ່​ສຸດ​ຂອງ​ຊີ​ເຣຍບໍ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​
ຊຸມທີ່ກຸງປາ​ຣີ. ປະ​ເທດສະມາຊິກ​ຖາວອນຂອງ​ສະພາຄວາມໝັ້ນຄົງອົງ ການ​ສະຫະ​ປະ
ຊາ​ຊາດທັງ​ສອງ​ໄດ້​ໃຊ້​ສິດ​ຍັບຍັ້ງຄັ້ງ​ແລ້ວ​ຄັ້ງ​ອີກ​ໃນ​ການ​ເອົາ​ມາດ ຕະການ​ຂອງ​ສະພາ​
ຄວາມ​ໝັ້ນຄົງ​ຕໍ່​ຊີ​ເຣຍ.

XS
SM
MD
LG