ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປົດນາຍພົນຣັດເຊຍ ອອກຈາກໜ້າທີ່ ເຜີຍໃຫ້ເຫັນການແຕກແຫງໃໝ່ ຢູ່ໃນກອງທັບຣັດເຊຍ


ນາຍພົນຕີ ໄອວານ ໂປປັອຟ ຜູ້ບັນຊາການກອງທັບບົກທີ 58 ທີ່ເຫັນ ບໍ່ຊາບສະຖານທີ່ ຮູບພາບເຜີຍແຜ່ໂດຍ ກະຊວງປ້ອງກັນປະເທດຣັດເຊຍ ວັນທີ 8 ມິຖຸນາ 2023
ນາຍພົນຕີ ໄອວານ ໂປປັອຟ ຜູ້ບັນຊາການກອງທັບບົກທີ 58 ທີ່ເຫັນ ບໍ່ຊາບສະຖານທີ່ ຮູບພາບເຜີຍແຜ່ໂດຍ ກະຊວງປ້ອງກັນປະເທດຣັດເຊຍ ວັນທີ 8 ມິຖຸນາ 2023

ນາຍພົນຣັດເຊຍຄົນນຶ່ງ ທີີ່ເປັນ​ຜູ້ບັງຄັບບັນຊາກຳລັງຕໍ່ສູ້ ຢູ່ທາງພາກໃຕ້ຢູເຄຣນ ໄດ້ຖືກປົດອອກຈາກໜ້າທີ່ ຫລັງຈາກໄດ້ກ່າວອອກມາກ່ຽວກັບບັນຫາຕ່າງໆ ທີ່ປະເຊີນໜ້າໂດຍກຳລັງທະຫານຂອງທ່ານ ອິງຕາມລາຍງານຂ່າວອົງການເອພີ.

ການປົດນາຍພົນຕີໄອວານ ໂປປັອຟ ອອກ​ຈາກ​ໜ້າ​ທີ່ ​ແມ່ນເຜີຍໃຫ້ເຫັນ​ຮ່ອງ ຮອຍແຕກແຫງຢູ່ ໃນການບັງ​ຄັບບັນຊາການ​ຂອງກອງທັບຣັດເຊຍ ຫລັງຈາກ​ການ​ກໍ່​ກະ​ບົດ​ທີ່​ປະ​ສົບ​ກັບຄວາມລົ້ມແຫລວ ໂດຍກຸ່ມທະຫານຮັບຈ້າງແວກເນີ.

ນາຍພົນໂປປັອຟ ເປັນຜູ້ບັນຊາການກອງພັນ​ທະ​ຫານ​ບົກ ທີ 58 ໃນເຂດຊາໂປຣິສເຊຍ ຊຶ່ງເປັນຈຸດໃນ​ການໂຈມຕີ​ຕອບ​ໂຕ້​ຂອງຢູເຄຣນ. ທ່ານໄດ້ກ່າວຢູ່ໃນບັນທຶກສຽງຖະແຫລງການ ຕໍ່ກອງທະຫານທີ່ໄດ້​ນຳ​ອອກເຜີຍແຜ່ໃນຕອນຄໍ່າວັນພຸດທີ່ຜ່ານມາວ່າ ທ່ານໄດ້ຖືກປົດອອກຈາກໜ້າທີ່ ຫລັງຈາກຜູ້ນຳກອງທັບ ໄດ້ໂກດແຄ້ນ ໃນການກ່າວອອກມາຢ່າງເປີດເຜີຍກ່ຽວກັບບັນ​ຫາທ້າທາຍທີ່ກຳລັງທະຫານຂອງທ່ານປະເຊີນໜ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG