ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການມອບລາງວັນສູງສຸດ ດ້ານພາບພະຍົນ ຂອງ ສຫລ ວາງຂໍ້ກຳນົດອອກມາໃໝ່ ວ່າຕ້ອງໃຫ້ມີ ຄວາມຫຼາກຫຼາຍ


ເຣຈີນາ ຄິງ ສະແດງຄວາມດີໃຈ ຢູ່ເທິງພົມແດງ ໃນພິທີມອບລາງວັນ Oscars ຄັ້ງທີ 92 ຂອງສະຖາບັນໃຫ້ລາງວັນ ຫຼື Academy Awards ໃນເຂດເມືອງຮໍລີວູດ (Hollywood), ວັນທີ 9 ກັນຍາ 2020.
ເຣຈີນາ ຄິງ ສະແດງຄວາມດີໃຈ ຢູ່ເທິງພົມແດງ ໃນພິທີມອບລາງວັນ Oscars ຄັ້ງທີ 92 ຂອງສະຖາບັນໃຫ້ລາງວັນ ຫຼື Academy Awards ໃນເຂດເມືອງຮໍລີວູດ (Hollywood), ວັນທີ 9 ກັນຍາ 2020.

ອົງການທີ່ໃຫ້ກຽດແກ່ຮູບເງົາໂດຍການມອບລາງວັນ Academy Award ກ່າວໃນວັນອັງຄານວານນີ້ວ່າ ຕົນຈະຮຽກຮ້ອງໃຫ້ຮູບເງົາຕ້ອງໄດ້ມາດຕະຖານໃໝ່ ເພື່ອສົ່ງເສີມຄວາມຫຼາກຫຼາຍທັງຢູ່ໃນໜ້າຈໍແລະຢູ່ເບື້ອງຫຼັງຈໍ.

ວິທະຍາໄລສິລະປະຮູບເງົາ ແລະວິທະຍາສາດໄດ້ກ່າວວ່າກົດລະບຽບດັ່ງກ່າວແມ່ນໃຊ້ໄດ້ແຕ່ກັບຮູບເງົາທີ່ມີສິດໄດ້ຮັບລາງວັນຮູບເງົາ Oscar ທີ່ດີທີ່ສຸດເທົ່ານັ້ນແລະ ຈະມີຜົນບັງຄັບໃຊ້ໃນປີ 2024.

ໃນບັນດາກົດລະບຽບໃໝ່ ແມ່ນຂໍ້ກຳນົດສຳລັບອັດຕາສ່ວນ ຫລື ຈຳນວນຂອງນັກສະແດງ, ພະນັກງານການຜະລິດ ແລະການຕະຫລາດ, ແລະການຝຶກງານໃນຮູບເງົາທີ່ຕ້ອງໄດ້ມີດ້ວຍຄົນທີ່ບໍ່ແມ່ນຄົນຜິວຂາວ, ແມ່ຍິງ, ຄົນພິການ ຫລືຄົນທີ່ມາຈາກຊຸມຊົນຮັກຮ່ວມເພດ ຫລື LGBTQ.

"ມາດຕະຖານດັ່ງກ່າວໄດ້ຖືກອອກແບບມາເພື່ອຊຸກຍູ້ໃຫ້ມີຜູ້ຕາງໜ້າທີ່ເທົ່າທຽມກັນຢູ່ໃນ ແລະນອກໜ້າຈໍ ເພື່ອສະທ້ອນໃຫ້ເຫັນເຖິງຄວາມຫຼາກຫຼາຍຂອງຜູ້ຊົມຮູບເງົາ," ນັ້ນຄືຄໍາເວົ້າຂອງສະຖາບັນໃຫ້ລາງວັນ Academy .

ສະຖາບັນໃຫ້ລາງວັນ Academy ໄດ້ປະເຊີນກັບການວິພາກວິຈານໃນຊຸມປີມໍ່ໆມານີ້ ກ່ຽວກັບການຂາດຄວາມຫຼາກຫຼາຍໃນບັນດາຄົນທີ່ໄດ້ຮັບລາງວັນ Oscars ຂອງຕົນ, ລວມທັງໃນປີ 2016 ເມື່ອຜູ້ທີ່ຖືກເລືອກໃຫ້ໄດ້ຮັບລາງວັນທັງໝົດຢູ່ໃນ 4 ປະເພດນັກສະແດງ ແມ່ນເປັນຄົນຂາວໝົດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG