ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄວຣັສ Zika ສາມາດລອດຊີວິດຢູ່ໃນ ສະຫະລັດ ໄດ້ເພີ່ມອີກ ສອງປີ


ຜູ້ອຳນວຍການ ສະຖາບັນໂຣກພູມແພ້ ແລະ ພະຍາດຕິດຕໍ່ ແຫ່ງຊາດ ດຣ. Anthony Fauci.
ຜູ້ອຳນວຍການ ສະຖາບັນໂຣກພູມແພ້ ແລະ ພະຍາດຕິດຕໍ່ ແຫ່ງຊາດ ດຣ. Anthony Fauci.

ສະຫະລັດ ສາມາດຄາດຫວັງວ່າ ໄວຣັສ Zika ຈະ “ມີຢູ່ໃນປະເທດ” ດົນເຖິງ 2 ປີເພີ່ມ ເຕີມອີກ, ພ້ອມກັບລັດຕ່າງໆທີ່ຕັ້ງຢູ່ຕາມຊາຍຝັ່ງ ອ່າວທະເລຈະເປັນຂົງເຂດທີ່ມີຄວາມ ສ່ຽງສູງສຸດ, ອີງຕາມການກ່າວ ຂອງໜຶ່ງໃນບັນດາຜູ້ຊ່ຽວຊານລະດັບສູງທາງການແພດ ຂອງປະເທດ.

ດຣ. Anthony Fauci ໄດ້ກ່າວຕໍ່ລາຍການ This Week Broadcast ຂອງໂທລະພາບ ABC ໃນວັນອາທິດວານນີ້ວ່າ “ ຂ້າ ພະເຈົ້າຈະບໍ່ປະຫຼາດໃຈຫຍັງ ຖ້າພວກເຮົາພົບເຫັນ ກໍລະນີການຕິດເຊື້ອ ໃນລັດ Texas, ລັດ Louisiana, ໂດຍສະເພາະຕອນນີ້ຍ້ອນມີ ສະຖາ ນະການນ້ຳຖ້ວມໃນລັດ Louisiana.” ນັ້ນ

ດຣ. Fauci ຫົວໜ້າຂອງສະຖາບັນໂຣກພູມແພ້ ແລະ ພະຍາດຕິດຕໍ່ ແຫ່ງຊາດ ເຊື່ອວ່າ ພາກພື້ນອ່າວທະເລ ແມ່ນເຕັມປ່ຽມໄປດ້ວຍ ໄວຣັສ Zika ຍ້ອນວ່າ “ມັນເປັນພາກພື້ນ ທີ່ມີຄວາມອົບອຸ່ນ ແລະ ເປັນພາກພື້ນເຄິ່ງເຂດຮ້ອນ ພ້ອມດ້ວຍຍຸງຊະນິດທີ່ຖືກຕ້ອງ ແລະ ບຸກຄົນຜູ້ທີ່ໄດ້ເດີນທາງໄປປະເທດ ທີ່ມີກໍລະນີການຕິດເຊື້ອທີ່ກ່ຽວ ຂ້ອງກັນ.”

ທ່ານໄດ້ກ່າວວ່າ ສະຫະລັດ ຕ້ອງກຽມພ້ອມສຳລັບ “ການແຜ່ລະບາດ ຢ່າງກວ້າງຂວາງ” ຂອງໄວຣັສ Zika ແຕ່ທ່ານບໍ່ຄິດວ່າມັນຈະເກີດຂຶ້ນຍ້ອນສິ່ງທີ່ ດຣ. Fauci ໄດ້ເອີ້ນວ່າ “ສະພາບການ” ໃນ ສະຫະລັດ.

ທ່ານໄດ້ກ່າວວ່າ “ຫວັງວ່າ” ພວກເຮົາຈະໄປຮອດຈຸດທີ່ພວກເຮົາສາ ມາດປາບປາມມັນ ໄດ້ ດັ່ງນັ້ນພວກເຮົາຈຶ່ງບໍ່ຕ້ອງມີຄວາມສ່ຽງທີ່ຈະຕິດເຊື້ອ.

ສູນກາງເພື່ອການຄວາມຄຸມພະຍາດ ໄດ້ເຕືອນບັນດາແມ່ຍິງທີ່ຖືພາ ໃຫ້ຫຼີກລ່ຽງ ການ ເດີນທາງໄປສະຖານທີ່ໆມີຄວາມນິຍົມ ໃນຂົງເຂດ South Beach ຂອງ Miami Beach, ລັດ ຟລໍຣິດາ ແລະ ຄຸ້ມ Wynwood ທີ່ຢູ່ຕິດກັບເມືອງ Miami ຫຼັງຈາກກໍລະນີ ຕິດການ ຕິດເຊື້ອໄວຣັສ Zika ທີ່ຕ້ອງສົງໄສ ໄດ້ຖືກຄົ້ນພົບໃນສັບປະດາທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG