ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກການທູດຊັ້ນນໍາຂອງສະຫະລັດ ແລະເກົາຫຼີໃຕ້ ຫາລືເຖິງວິທີການພົວພັນກັບເກົາຫຼີເໜືອ


ຜູ້ປະທ້ວງຖືປ້າຍຄັດຄ້ານແຜນການຊ້ອມຮົບລະຫວ່າງເກົາຫຼີໃຕ້ ແລະສະຫະລັດ ໃກ້ກັບສະຖານທູດສະຫະລັດໃນນະຄອນຫຼວງ ໂຊລ, ປະເທດເກົາຫຼີໃຕ້, ວັນອັງຄານ ທີ 3 ສິງຫາ, ປີ 2021.
ຜູ້ປະທ້ວງຖືປ້າຍຄັດຄ້ານແຜນການຊ້ອມຮົບລະຫວ່າງເກົາຫຼີໃຕ້ ແລະສະຫະລັດ ໃກ້ກັບສະຖານທູດສະຫະລັດໃນນະຄອນຫຼວງ ໂຊລ, ປະເທດເກົາຫຼີໃຕ້, ວັນອັງຄານ ທີ 3 ສິງຫາ, ປີ 2021.

ອີງຕາມການລາຍງານຂ່າວຂອງອົງການຂ່າວຣອຍເຕີຈາກນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້, ໃນວັນທີ 6 ສິງຫານີ້. ລັດຖະມົນຕີຕ່າງປະເທດສະຫະລັດທ່ານ ແອນໂທນີ ບລິງເກັນ ແລະລັດຖະມົນຕີການຕ່າງປະເທດຂອງເກົາຫຼີໃຕ້ທ່ານ ຊຸງ ອູຍ-ຢົງ (Chung Eui-yong) ໄດ້ມີການຫາລືກ່ຽວກັບຄວາມພະຍາຍາມໃນການຕິດຕໍ່ພົວພັນກັບເກົາຫຼີເໜືອ, ລວມເຖິງຄວາມຄາດຫວັງທີ່ຈະໄດ້ຮັບຄວາມຊ່ວຍເຫຼືອດ້ານມະນຸດສະທໍາ, ທາງສໍານັກງານຂອງພວກເຂົາເຈົ້າໄດ້ກ່າວໃນວັນສຸກນີ້.

ໃນຂະນະທີ່ສອງປະເທດພັນທະມິດຕ້ອງການໃຫ້ເກົາຫຼີເໜືອຍົກເລີກການໃຊ້ອາວຸດນິວເຄລຍ ແລະຢຸດຕິໂຄງການຂີປະນາວຸດ, ພວກເຂົາເຈົ້າກໍບໍ່ເຫັນດີນໍາແນວທາງນີ້, ໂດຍປະທານາທິບໍດີຂອງເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ (Moon Jae-in) ກະຕືລືລົ້ນທີ່ຈະສ້າງຄວາມສໍາພັນທາງເສດຖະກິດລະຫວ່າງສອງເກົາຫຼີ ໃນຂະນະທີ່ສະຫະລັດຢືນຢັນມາດົນແລ້ວວ່າ ຈະດໍາເນີນການກ່ຽວກັບການປົດອາວຸດນິວເຄລຍເປັນຂັ້ນຕອນທໍາອິດ.

ກະຊວງການຕ່າງປະເທດຂອງເກົາຫຼີໃຕ້, ລາຍງານໃນຖະແຫຼງການກ່ຽວກັບທ່ານ ບຣິງເກັນ ແລະທ່ານ ຊຸງ ກ່າວວ່າ ພວກເຂົາເຈົ້າຕົກລົງທີ່ຈະຈັດໃຫ້ມີການຫາລືໂດຍລະອຽດກ່ຽວກັບວິທີການຮ່ວມມືກັບເກົາຫຼີເໜືອ, ລວມເຖິງການຮ່ວມມືດ້ານມະນຸດສະທໍາ, ແລະຍັງຄົງມີຄວາມພະຍາຍາມດໍາເນີນຕໍ່ໄປທີ່ຈະມີສ່ວນຮ່ວມກັບມັນ.

“ລັດຖະມົນຕີຂອງສະຫະລັດ ແລະລັດຖະມົນຕີຂອງເກົາຫຼີໃຕ້ ຕົກລົງເຫັນດີທີ່ຈະດໍາເນີນການປະສານງານທາງການທູດຕໍ່ໄປ ເພື່ອໃຫ້ມີຄວາມກ້າວໜ້າຢ່າງໝັ້ນຄົງໃນການບັນລຸເປົ້າໝາຍຂອງການປົດອາວຸດນິວເຄລຍຢ່າງສົມບູນ ແລະການສ້າງສາສັນຕິພາບທີ່ຍືນຍົງຢູ່ເທິງແຫຼມເກົາຫຼີ,” ທ່ານລັດຖະມົນຕີໄດ້ກ່າວໄປ.

ທ່ານ ບລິງເກັນ ຢືນຢັນວ່າ ສະຫະລັດຈະຈສະໜັບສະໜຸນການເຈລະຈາ ແລະການມີສ່ວນຮ່ວມລະຫວ່າງເກົາຫຼີເໜືອ ແລະເກົາຫຼີໃຕ້, ກະຊວງການຕ່າງປະເທດສະຫະລັດໄດ້ກ່າວໃນຖະແຫຼງການ.
ໃນອາທິດທີ່ຜ່ານມາ, ທັງສອງເກົາຫຼີໄດ້ຕິດຕັ້ງຄືນໂທລະສັບສາຍດ່ວນທີ່ເກົາຫຼີເໜືອໄດ້ຕັດຂາດໄປເມື່ອປີກາຍນີ້ ແລະເຈົ້າໜ້າທີ່ຂອງເກົາຫຼີໃຕ້ ກ່າວວ່າທ່ານ ມູນ ແລະຜູ້ນໍາເກົາຫຼີເໜືອທ່ານ ຄິມ ຈອງ ອຶນ ພະຍາຍາມທີ່ຈະປັບປຸງຄວາມສໍາພັນທີ່ເຄັ່ງຕຶງ ແລະກັບມາໃຫ້ຄວາມສໍາຄັນອີກຄັ້ງ.

ອີງຕາມຝ່າຍສະມາຊິກສະພານິຕິບັນຍັດຂອງເກົາຫຼີໃຕ້ລະບຸວ່າ ເກົາຫຼີເໜືອກໍາລັງຫາທາງຜ່ອນຄາຍບົດລົງໂທດຈາກນານາຊາດກ່ອນທີ່ຈະເລີ້ມມີການເຈລະຈາກັບສະຫະລັດຕໍ່. ແຕ່ສະຫະລັດເກືອບຈະບໍ່ມີທ່າທີຜ່ອນຄາຍການລົງໂທດນັ້ນກ່ອນມີການເຈລະຈາກ່ຽວກັບເລື້ອງອາວຸດນິວເຄລຍ ແລະຂີປະນາວຸດຂອງເກົາຫຼີເໜືອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG