ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ເດ​ໂມ​ແຄ​ຣັດ ປະ​ຕິ​ຍານ ວ່າຈະ​ຂະ​ຫຍາຍ ​ການສອບ​ສວນ​ທ່ານ ທ​ຣຳ ຂຶ້ນ​ຕື່ມ


ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ສະ​ພາ​ຕ່ຳ ທ່ານ ເຈີ​ໂຣ​ລ ແນດ​ເລີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ນິວຢອກ ກ່າວ​ຄຳ​ເຫັນ ໃນ​ລະ​ຫວ່າງ ການ​ໃຫ້​ປາກ​ຄຳ​ຕໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ຕ່ຳ ກ່ຽວ​ກັບ ຄວາມ​ຮຸນ​ແຮງ​ຈາກ​ປືນ ຢູ່​ລັດ​ຖະ​ສ​ະ​ພາ​ແຄັບ​ປິ​ຕອ​ລ. 6 ກຸມ​ພາ, 2019.
ປະ​ທານ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ສະ​ພາ​ຕ່ຳ ທ່ານ ເຈີ​ໂຣ​ລ ແນດ​ເລີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ນິວຢອກ ກ່າວ​ຄຳ​ເຫັນ ໃນ​ລະ​ຫວ່າງ ການ​ໃຫ້​ປາກ​ຄຳ​ຕໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ຕ່ຳ ກ່ຽວ​ກັບ ຄວາມ​ຮຸນ​ແຮງ​ຈາກ​ປືນ ຢູ່​ລັດ​ຖະ​ສ​ະ​ພາ​ແຄັບ​ປິ​ຕອ​ລ. 6 ກຸມ​ພາ, 2019.

ຫົວ​ໜ້າ​ຂອງ​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ ສະ​ພາ​ຕ່ຳ ສະ​ຫະ​ລັດ ມີ​ແຜນການ​ທີ່​ຈະ​
ອອກຄຳຮ້ອງຂໍສຳລັບເອກະສານຕ່າງໆຂອງ 60 ຄົນໃນວັນຈັນມື້ນີ້, ລວມທັງບັນດາ
ເຈົ້າໜ້າທີ່ ທຳນຽບຂາວ ແລະ ກະຊວງຍຸຕິທຳ, ວ່າເປັນພາກສ່ວນຂອງການເລັ່ງສືບ
ສວນສອບສວນປະທານາທິບໍດີ ດໍໂນລ ທຣຳ ແລະ ການເຊື່ອມໂຍງຂອງທ່ານກັບ
ຣັດເຊຍ ໃນລະຫວ່າງການໂຄສະນາຫາງສຽງ ປະທານາທິບໍດີປີ 2016.

ສະ​ມາ​ຊິກ​ສະ​ພາ​ຕ່ຳ ທ່ານ ເຈີ​ໂຣ​ລ ແນດ​ເລີ ໄດ້​ກ່າວ​ຕໍ່​ໂທ​ລ​ະ​ພາບ​ຂ່າວ ABC ວ່າ
ການຮ້ອງຂໍໄດ້ຖືກເຮັດຂຶ້ນມາ “ເພື່ອເລີ່ມການສືບສວນສອບສວນ ເພື່ອນຳສະເໜີ
ຄະດີຕໍ່ປະຊາຊົນ ອາເມຣິກັນ ກ່ຽວກັບ ການຂັດຂວາງຂະບວນການຍຸຕິທຳ, ການ
ສໍ້ລາດບັງຫຼວງ ແລະ ການໃຊ້ອຳນາດໃນທາງທີ່ຜິດ.”

ທ່ານ​ໄດ້​ກ່າວ​ວ່າ ຄະ​ນະ​ກຳ​ມະ​ການ​ຢາກ​ເຫັນ​ເອ​ກະ​ສານ​ຕ່າງໆ ຈາກ​ລູກ​ຊາຍ​ກົກ​ຂອງ​
ທ່ານ ທຣຳ, ທ່ານ ດໍໂນລ ທຣຳ ຈູເນຍ, ແລະ ທ່ານ ອາລເລັນ ໄວແຊລເບີກ (Allen
Weisselberg), ເຈົ້າໜ້າທີ່ຫົວໜ້າການເງິນຂອງອົງການ ທຣຳ, ເຊິ່ງແມ່ນອານາຈັກ
ທຸລະກິດທົ່ວໂລກຂອງທ່ານປະທານາທິບໍດີ.

ທ່ານ ແນດ​ເລີ ໄດ້​ກ່າວ​ວ່າ ທ່ານເຊື່ອ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ ໄດ້​ຂັດ​ຂວາງ​ຂະ​ບວນ​ການ​ຍຸ​
ຕິທຳ ໃນລະຫວ່າງການປະຕິບັດໜ້າທີ່ສອງປີຂອງທ່ານ. ທ່ານໄດ້ເວົ້າວ່າ ອະດີດທະ
ນາຍຄວາມສ່ວນຕົວດົນນານຂອງທ່ານ ທຣຳ, ທ່ານ ໄມເກີລ ໂຄເຮັນ, ຜູ້ທີ່ໄດ້ໃຫ້ປາກ
ຄຳຕໍ່ສາທາລະນະທີ່ຍາວໃນສະພາຕ່ຳເມື່ອທິດແລ້ວນີ້, “ໄດ້ເຊື່ອມໂຍງທ່ານປະທານາ
ທິບໍດີໂດຍກົງ ໃສ່ຄວາມຜິດທາງອາຍາຫຼາຍຢ່າງ, ທັງໃນລະຫວ່າງການພະຍາຍາມ
ແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ແລະ ໃນທຳນຽບຂາວ.”

ທ່ານ​ ແນດ​ເລີ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຍັງ​ບໍ່​ມີ​ຂໍ້​ເທັດ​ຈິງ​ເທື່ອ, ແຕ່​ພວກ​ເຮົາ​ຈະ​ເລີ່ມ​ການ​
ສືບສວນສອບສວນທີ່ເໝາະສົມ.”

ທ່ານ ໂຄ​ເຮັນ, ຜູ້​ທີ່​ໄດ້​ເອີ້ນ​ທ່ານ​ ທ​ຣຳ ວ່າ “ແບ່ງ​ແຍກ​ສີ​ຜິວ, ຄົນ​ຫຼອກ​ລວງ, ຄົນ​ຕົວະ
ຕົ້ມນັ້ນ,” ໄດ້ສະແດງໃບສັ່ງຈ່າຍເງິນ 35,000 ໂດລາໃຫ້ຄະນະກຳມະການສະພາຕ່ຳ
ເບິ່ງ, ໃບນຶ່ງຖືກເຊັນໂດຍທ່ານປະທານາທິບໍດີເອງ ແລະ ອີກໃບນຶ່ງເຊັນໂດຍລູກຊາຍ
ກົກທ່ານ ທຣຳ ແລະ ທ່ານ ໄວແຊລເບີກ, ເພື່ອໃຊ້ຄືນສ່ວນນຶ່ງໃຫ້ທ່ານ ໂຄເຮັນ ທີ່ລາວ
ໄດ້ຈ່າຍເງິນ 130,000 ໂດລາ ໃຫ້ດາລາໜັງໂປ້ນາງ ສຕອມມີ ແດນຽລ ເປັນເງິນປິດ
ປາກ ກ່ອນການເລືອກຕັ້ງປີ 2016, ເພື່ອໃຫ້ລາວມິດງຽບ ກ່ຽວກັບ ການທີ່ນາງໄດ້ອ້າງ
ວ່າລາວໄດ້ຮ່ວມເພດກັບທ່ານ ທ​ຣຳ ​ອະ​ດີດເຈົ້າ​ພໍ່​ອະ​ສັງ​ຫາ​ລິ​ມະ​ຊັບ ດົນ​ກວ່າ​ນຶ່ງ​ທົດ​
ສະວັດທີ່ຜ່ານມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພ​າ​ສາ​ອັງ​ກິດ

XS
SM
MD
LG