ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ນຳຂັ້ນສູງຂອງພັກເດໂມແຄຣັດ ກ່າວປະນາມ ການໃຫ້ອະໄພຍະໂທດ ແກ່ທ່ານຣໍເຈີ ສະໂຕນ ໂດຍ ປ. ທຣຳ


ເພື່ອນມິດມາຕັ້ງແຕ່ຍາວນານຂອງປະທານາທິບໍດີ ດໍໂນລ ທຣຳ ທ່ານຣໍເຈີ ສະໂຕນ ໄດ້ຊູນິວມືສອງຂ້າງທີ່ເປັນສັນຍາລັກ ຂອງໄຊຊະນະ ຫຼັງຈາກທີ່ໄດ້ໄປປາກົດຕົວຕໍ່ໜ້າ ສານລັດຖະບານກາງ ໃນເມືອງ ຟອດ ລອດເດີແດລ ລັດຟລໍຣີດາ, ວັນທີ 25 ມັງກອນ 2019.
ເພື່ອນມິດມາຕັ້ງແຕ່ຍາວນານຂອງປະທານາທິບໍດີ ດໍໂນລ ທຣຳ ທ່ານຣໍເຈີ ສະໂຕນ ໄດ້ຊູນິວມືສອງຂ້າງທີ່ເປັນສັນຍາລັກ ຂອງໄຊຊະນະ ຫຼັງຈາກທີ່ໄດ້ໄປປາກົດຕົວຕໍ່ໜ້າ ສານລັດຖະບານກາງ ໃນເມືອງ ຟອດ ລອດເດີແດລ ລັດຟລໍຣີດາ, ວັນທີ 25 ມັງກອນ 2019.

ຜູ້ນຳພັກເດໂມແຄຣັດສະຫະລັດສອງທ່ານ ໃນວັນອາທິດວານນີ້ໄດ້ກ່າວປະນາມ ການໃຫ້ອະໄພຍະໂທດ ໂດຍປະທານາທິບໍດີ ດໍໂນລ ທຣຳ ແກ່ທ່ານຣໍເຈີ ສະໂຕນ ເພື່ອນມິດຂອງທ່ານມາຍາວນານ ໂດຍຍົກເວັ້ນໂທດຈຳຄຸກເປັນເວລາ 40 ເດືອນຂອງທ່ານສະໂຕນ ສຳລັບຄວາມຜິດດ້ານການເມືອງ ໂດຍກ່າວວ່າ ມັນເປັນການບິດເບືອນມາດຕະຖານດ້ານກົດໝາຍຂອງອາເມຣິກາ.

“ມັນເປັນການສໍ້ໂກງຢ່າງບໍ່ໜ້າເຊື່ອເລຍ” ປະທານສະພາຕໍ່າ ທ່ານນາງແນນຊີ ເພໂລຊີ ໄດ້ກ່າວ ກ່ຽວກັບການລົດໂທດໃຫ້ແກ່ທ່ານສະໂຕນຂອງທ່ານທຣຳ ໃນລະຫວ່າງການໃຫ້ສຳພາດກັບອົງການຂ່າວ CNN.

“ປະຊາຊົນຄວນຮູ້ດີ ອັນນີ້ບໍ່ພຽງແຕ່ກ່ຽວກັບເລື້ອງການຕົວະຕໍ່ລັດຖະສະພາເທົ່ານັ້ນ ອັນນັ້ນໝາຍຄວາມວ່າ ການຕົວະຕໍ່ປະຊາຊົນຊາວອາເມຣິກັນ ແລະການຂົ່ມຂູ່ພະຍານ ແລະທັງມວນອື່ນໆ” ທ່ານນາງເພໂລຊີ ໄດ້ກ່າວໄປກ່ຽວກັບການຕັດສິນຄວາມຜິດ 7 ກະໂທງທີ່ບັນດາຕຸລາການໄດ້ລົງຄວາມເຫັນແກ່ທ່ານສະໂຕນ ອາຍຸ 67 ປີ. ທ່ານນາງ ກ່າວຕື່ມວ່າ “ມັນແມ່ນເລື້ອງກ່ຽວກັບຄວາມໝັ້ນຄົງແຫ່ງຊາດ.”

ອຳນາດຂອງປະທານາທິບໍດີສະຫະລັດ ໃນການຊີ້ນຳກຳກັບການອະໄພຍະໂທດຕ່າງໆ ແມ່ນບໍ່ຂີດຈຳກັດແຕ່ຢ່າງໃດເລີຍ ແຕ່ທ່ານນາງເພໂລຊີ ໄດ້ກ່າວວ່າ ຮ່າງກົດໝາຍທີ່ຈະຈຳກັດອຳນາດຂອງປະທານາທິບໍດີ ໃນການຍົກໂທດໃຫ້ ການອະໄພຍະໂທດ ຫຼື ການຍົກເວັ້ນໂທດ ໃນອະນາຄົດ ແກ່ຜູ້ໃດ ທີ່ທີ່ຖືກພົບເຫັນວ່າມີຄວາມຜິດທາງອາຍາ ທີ່ມີຜົນກະທົບຕໍ່ພຶດຕິກຳຂອງປະທານາທິບໍດີ ແລະມີສ່ວນກ່ຽວຂ້ອງຮັບຜິດຊອບນຳ.

ປະທານຄະນະກຳມະການສືບລັບຂອງສະພາຕ່ຳ ທ່ານອາດຳ ຊີບຟ໌ ຜູ້ທີ່ກຳກັບນຳການດຳເນີນການຟ້ອງຮ້ອງຕໍ່ທ່ານທຣຳ ເມື່ອປີກາຍນີ້ ໄດ້ເປັນແຂກໃນລາຍ ການ “This Week” ຂອງໂທລະພາບ ABC.

ທ່ານຊີບຟ໌ ໄດ້ກ່າວວ່າ “ຜູ້ໃດກໍຕາມທີ່ເປັນຫ່ວງເປັນໃຍກ່ຽວກັບຕົວບົດກົດໝາຍໃນປະເທດນີ້ ແມ່ນມຶນຫົວຍ້ອນຄວາມແທ້ຈິງທີ່ປະທານາທິບໍດີ ໄດ້ຍົກໂທດໃຫ້ຄົນຜູ້ນຶ່ງຜູ້ທີ່ໄດ້ຕົວະຕໍ່ລັດຖະສະພາໂດຍເຈດຕະນາ ເພື່ອປົກປິດຄວາມຜິດໃຫ້ແກ່ປະທານາທິບໍດີ ຂົ່ມຂູ່ພວກພະຍານ ກີດກັນການສືບສວນສອບສວນ.” ທ່ານກ່າວອີກວ່າ “ມັນບໍ່ຄວນມີຄວາມສຳຄັນ ບໍ່ວ່າເຈົ້າເປັນເດໂມແຄຣັດ ຫຼື ຣີພັບບລີກັນ ອັນນີ້ຄວນເປັນເລື້ອງທີ່ໜ້າລັງກຽດສຳລັບເຈົ້າ ຖ້າເຈົ້າເປັນຫ່ວງເປັນໃຍກ່ຽວກັບຕົວບົດກົດໝາຍ ແລະເຈົ້າຍັງເປັນຫ່ວງເປັນໃຍກ່ຽວກັບຄວາມຍຸຕິທຳ.”

ທ່ານຊີບຟ໌ ເປັນຜູ້ຕ້ອງຕິທ່ານທຣຳມາເປັນເວລາຍາວນານ ໄດ້ກ່າວວ່າ ທ່ານສະໂຕນ “ໄດ້ຕົວະເພື່ອປົກປິດຄວາມຜິດ ແລະປົກປ້ອງປະທານາທິບໍດີ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG