ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະມາຊິກ ພັກເດໂມແຄຣັດ ໃນສະພາສູງ ​ເຕືອນ​ວ່າ ຣັດ​ເຊຍ​ ຍັບ​ໃກ້​ເຂົ້າ​ມາ ໃນດ້ານອີ​ນ​ເຕີ​ເນັດ ຊ່ຳກັບ ສ​ຫລ


ພະ​ນັກ​ງານ​ຂອງ​ກຸ່ມ IB ມົ​ສ​ກູ ທີ​ຮັບ​ຜິດ​ຊອບ​ຕໍ່​ນຶ່ງ ​ໃນ​ສອງ​ຈຳ​ນວນສັງ​ເກດ​ການ​ ທີ່​ເປັນ​ທາງການຂອງ​ຣັດ​ເຊຍ ກຳ​ລັງ​ເຮັດ​ວຽກ​​ຢູ່ໃນ​ຫ້ອງ​ທົດ​ລອງ ​ໃນ​ຣັດ​ເຊຍ ວັນ​ທີ 30 ພຶດ​ສະ​ພາ 2013.
ພະ​ນັກ​ງານ​ຂອງ​ກຸ່ມ IB ມົ​ສ​ກູ ທີ​ຮັບ​ຜິດ​ຊອບ​ຕໍ່​ນຶ່ງ ​ໃນ​ສອງ​ຈຳ​ນວນສັງ​ເກດ​ການ​ ທີ່​ເປັນ​ທາງການຂອງ​ຣັດ​ເຊຍ ກຳ​ລັງ​ເຮັດ​ວຽກ​​ຢູ່ໃນ​ຫ້ອງ​ທົດ​ລອງ ​ໃນ​ຣັດ​ເຊຍ ວັນ​ທີ 30 ພຶດ​ສະ​ພາ 2013.

ສະມາຊິກຂັ້ນສູງ​ສັງກັດພັກເດໂມແຄຣັດ ທ່ານນຶ່ງ ປະຈຳຄະ​ນະ​ກຳ​ມະ​ການ​ສືບ​ລັບຂອງ
ສະ​ພາ​ສູງ​ ເຕືອນ​ວ່າ ສະ​ຫະ​ລັດ​ກຳ​ລັງ​ຢູ່ໃນພາວະນຳຫຼັງ ໃນລະບົບອິນເຕີເນັດ ຫຼື ໄຊ
ເບີສເປສ ແລະໄດ້​ສູນເສຍຄວາມ​ໄດ້ປຽບໃນ​ການ​ແຂ່ງ​ຂັນໄປແລ້ວ ໃຫ້​ແກ່​ຣັດ​ເຊຍ ໃນ
​ຂະ​ນະດຽວກັນ ຈີນ​ກຳ​ລັງທຳຄວາມ​ກ້າວໜ້າ​ເຂົ້າ​ມາ​ຢ່າງວ່ອງ​ໄວ.

ສະ​ມາ​ຊິກ​ສະ​ພາ​ສູງ ​ທ່ານ​ມາ​ຣ​ກ໌ ວາ​ຣ​ເນີ​ຣ ກ່າວ​ຕໍ່​ບັນດາແຂກຜູ້​ຟັງ​ ທີ່​ນະ​ຄອນ​ຫຼວງວໍ
​ຊິງ​ຕັນ ​ໃນ​ວັນ​ສຸກວານ​ນີ້​ວ່າ “ໃນເມື່ອ​ເວົ້າ​ເຖິງ​ອິນ​ເຕີ​ແນັດ ຂໍ້​ມູນ​ທີ່​ບໍ່​ມີມູນ​ຄວາມ​ຈິງ
ແລະ​ຂໍ້​ມູນ​ທີ່ຊັກຈູງໃຫ້ເຂົ້າໃຈຜິດ ແລ້ວນັ້ນ ຣັດ​ເຊຍ ແມ່ນຢູ່ຊໍ່າກັບພວກເຮົາ​ແລ້ວ
ແລະ​ຢູ່​ໃນຂອບ​ເຂດ​ຂອງຂໍ້​ມູນ​ທີ່​ບໍ່​ມີມູນ​ຄວາມ​ຈິງ ແລະ​ຂໍ້​ມູນ​ທີ່ຊັກຈູງໃຫ້ເຂົ້າໃຈຜິດ
ແລ້ວ ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ ພວກເຂົາເຈົ້ານຳ​ໜ້າ​ພວກ​ເຮົາ.”

​ທ່ານໄດ້​ກ່າວ​ເພີ້ມອີກວ່າ “ນີ້​ເປັນ​ຫລັກ​ວິທີການ ​ທີ່​ໄດ້ມີປະສິດທິພາບ ​ສຳລັບຣັດ​ເຊຍ

ແລະມັນຍັງເປັນວິທີການທີ່​ຖືກ​ທີ່​ສຸດ​ຢ່າງເຫັນໄດ້​ຊັດເຈນ” ​ຊຶ່ງທ່ານໄດ້ຮຽກ​ຮ້ອງໃຫ້
ປັບປ່ຽນ​ການ​ໃຊ້ຈ່າຍໃນການ​ປ້ອງ​ກັນປະເທດຄືນໃໝ່​.

ທ່ານ​ວາ​ຣ​ເນີ​ຣ ເອີ້ນ​ການ​ແຊກ​ແຊງເຂົ້າໃນການ​ເລືອກ​ຕັ້ງ​ຂອງ​ຣັດ​ເຊຍ ວ່າທັງເປັນ
ຄວາມ​ລົ້ມ​ແຫຼວໃນດ້ານການ​ສືບ​ລັບ ແລະ “ຄວາມລົ້ມ​ແຫຼວໃນດ້ານແນວຄິດໃໝ່ໆ” ໂດຍກ່າວຕິຕຽນ ​ທຳ​ນຽບ​ຂາວ​ຢ່າງ​ແຮງ ກະ​ຊວງ​ທີ່​ສຳ​ຄັນໆ​ ແລະ​ບັນ​ດາ​ເພື່ອນ​ສະ​ມາ
​ຊິກ​ສະ​ພາ ສຳລັບການ​ເມີນເສຍຫຼາຍເກີນ​ໄປ ໃນການແກ້ໄຂ​ບັນຫາດັ່ງກ່າວ.

ສຳລັບ​ຈີນແລ້ວ ທ່ານ​ວາ​ຣ​ເນີ​ຣ ​ໄດ້ເອີ້ນ ພື້ນຖານໂຄງ​ຮ່າງໃນດ້ານ ​ອິນ​ເຕີ​ແນັດ ແລະ
​ ການກວດ​ສອບ ຂອງ​ປັກ​ກິ່ງ ວ່າ “ເປັນ​ທີ່ອິດສາຂອງລະ​ບອບຜະເດັດການຢູ່ໃນ​ທົ່ວ​
ໂລກ” ແລະ​ໄດ້​ເຕືອນວ່າ ​ເມື່ອເວົ້າເຖິງ ປັນຍາປະດິດ ການຄຳນວນທີ່ວ່ອງໄວລ້ຳຍຸກ
ແລະ​ລະ​ບົ​ບເຄືອຂ່າຍ​ໂທ​ລະ​ສັບ​ມື​ຖື ລະດັບ 5G ແລ້ວ ຈີນ “​ເລີ້ມກ້າວ​ນຳ​ໜ້າ​ພວກ​ເຮົາ​
ໃນເລື້ອງ​ການ​ລົງ​ທຶນໃສ່ໂຄງການ​ເຫລົ່າ​ນີ້​ ໄປແລ້ວ ​ຂະ​ໜາດ​ໃຫຍ່ຫຼາຍເທົ່າ.”

ໃນດ້ານ​ກົງ​ກັນ​ຂ້າມ ສະ​ມາ​ຊິກ​ສະ​ພາ​ສູງ ​ພັກ​ເດ​ໂມ​ແຄ​ຣັດ​ ທ່ານນີ້ ໄດ້​ວາງອອກແນວ
ທາງທີ່ໜັກແໜ້ນຫຼາຍຂຶ້ນ ​ໃນດ້ານ​ອິນ​ເຕີ​ແນັດ ໂດຍໃຫ້ ສະ​ຫະ​ລັດ ເປັນຜູ້ນຳ​ພາບັນ​
ດາ​ພັນ​ທະ​ມິດ ໃນ​ຄວາມ​ພະ​ຍາ​ຍາມເພື່ອຈັດ​ຕັ້ງ​ກົດ​ລ​ະ​ບຽບຢ່າງຈະແຈ້ງ ແລະ​ ມາດ
ຕະຖານສຳລັບການປະພຶດ ​ໃນລະບົບອິນ​ເຕີ​ແນັດ.

ເອກ​ກະ​ສານ​ນັກ​ຂ່າວ ທີ່​ວາງສະ​ແດງ​ໃຫ້​ເຫ​ັນຢູ່​ເທິ່ງ​ໂຕະຂອງກະ​ຊວງ​ຍຸ​ຕິ​ທຳ ໃນ​ນະ​ຄອນ​ຫຼວງ​ຊິງ​ຕັນ ກ່ອນ​ການ​ປະ​ກາດຂອງ​ຄະ​ນະ​ຕຸ​ລາ​ການສະ​ຫະ​ລັດ ກ່າວ​ຫາ​ການ​ທັບ​ມ້າງ​ຂອງເຈົ້າ​ໜ້າ​ທີ່​ຈີນຫ້າ​ຄົນ ວັນ​ທີ 19 ພຶດ​ສະ​ພາ 2014.
ເອກ​ກະ​ສານ​ນັກ​ຂ່າວ ທີ່​ວາງສະ​ແດງ​ໃຫ້​ເຫ​ັນຢູ່​ເທິ່ງ​ໂຕະຂອງກະ​ຊວງ​ຍຸ​ຕິ​ທຳ ໃນ​ນະ​ຄອນ​ຫຼວງ​ຊິງ​ຕັນ ກ່ອນ​ການ​ປະ​ກາດຂອງ​ຄະ​ນະ​ຕຸ​ລາ​ການສະ​ຫະ​ລັດ ກ່າວ​ຫາ​ການ​ທັບ​ມ້າງ​ຂອງເຈົ້າ​ໜ້າ​ທີ່​ຈີນຫ້າ​ຄົນ ວັນ​ທີ 19 ພຶດ​ສະ​ພາ 2014.

ທ່ານ​ຍັງ​ໄດ້​ກ່າວ​ວ່າ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ ທີ່​ສະ​ຫະ​ລັດ​ສະ​ແດງ​ອອກ​ມາ​ໃນ​ເວ​ລາ ແລະ
​ບ່ອນ​ທີ່​ຈະ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ.

ທ່ານ​ວາ​ເນີ​ຣ ຍັງໄດ້ກ່າວ​ວ່າ ມັນມີຄວາມຈຳເປັນ ທີ່ສະຫະລັດ ຕ້ອງສະແດງອອກ ໃນ
ເວລາໃດ ແລະ ໃນແຫ່ງໃດ ທີ່ຄວນຈະຕອບໂຕ້ ຕໍ່ການໂຈມຕີທາງໄຊເບີ.

ທ່ານຍັງໄດ້ກ່າວອີກວ່າ “ພວກຄູ່ປໍ​ລະ​ປັກ​ຂອງ​ພວກ​ເຮົາ​ ສືບ​ຕໍ່​ເຊື່ອ​ວ່າ​ ຈະ​ບໍ່​ມີ​ຜົນກະ
ທົບໃດໆ ໃນສິ່ງ​ທີ່ພວກເຂົາເຈົ້າໄດ້​ກະ​ທຳ​ລົງໄປ.” ທ່ານເວົ້າຕໍ່ໄປວ່າ “ສຳ​ລັບ​ຣັດ​ເຊຍ
ແລະ​ຈີນ ມັນ​ເປັນ​ລະ​ດູ​ການ​ທີ່​ເປີ​ດກວ້າງໃຫ້ເຮັດຫຍັງກໍໄດ້.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG