ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ບັນຊາການ ກຳລັງ ສະຫະລັດ ໃນ ອັຟການິສຖານ ລົງຈາກຕຳແໜ່ງ ໃນການສິ້ນສຸດ ພາລະກິດ ທີ່ເປັນສັນຍາລັກ ຂອງກອງທັບ ສະຫະລັດ


ນາຍພົນກອງທັບບົກ ສະຫະລັດ ທ່ານ ອອສຕິນ ເອສ ມິລເລີ, ນາຍພົນລະດັບສູງ ສະຫະລັດ ໃນ ອັຟການິສຖານ, ໃຫ້ຄຳເຫັນຕໍ່ນັກຂ່າວ ຢູ່ກອງບັນຊາການໃຫຍ່ກອງທັບ ສະຫະລັດ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 29 ມິຖຸນາ, 2021.
ນາຍພົນກອງທັບບົກ ສະຫະລັດ ທ່ານ ອອສຕິນ ເອສ ມິລເລີ, ນາຍພົນລະດັບສູງ ສະຫະລັດ ໃນ ອັຟການິສຖານ, ໃຫ້ຄຳເຫັນຕໍ່ນັກຂ່າວ ຢູ່ກອງບັນຊາການໃຫຍ່ກອງທັບ ສະຫະລັດ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 29 ມິຖຸນາ, 2021.

ນາຍພົນລະດັບສູງຂອງ ສະຫະລັດ ໃນ ອັຟການິສຖານ ໄດ້ລົງຈາກຕຳແໜ່ງຂອງທ່ານໃນວັນຈັນວານນີ້, ໃນຂະນະທີ່ພວກນັກລົບ ຕາລີບານ ຍັງສືບຕໍ່ທີ່ຈະຂະຫຍາຍການຄວບຄຸມຂອງພວກເຂົາ ເຈົ້າໃນທົ່ວປະເທດທີ່ຖືກທຳລາຍໂດຍສົງຄາມນັ້ນ.

ລັດຖະບານທ່ານ ໄບເດັນ ໄດ້ກ່າວວ່າ ວັນສິ້ນສຸດການຖອນກອງກຳລັງທະຫານ ສະຫະລັດ ຢ່າງເປັນທາງການຈະເປັນວັນທີ 31 ສິງຫາ, ແຕ່ການລົງຈາກຕຳແໜ່ງຜູ້ບັນຊາການຂອງນາຍພົນ ອອສຕິນ “ສກັອດ” ມິລເລີ ນັ້ນເປັນສັນຍາລັກຂອງການສິ້ນສຸດຕໍ່ການຖອນກຳລັງທະຫານ.

ທ່ານ ມິລເລີ ໄດ້ກ່າວໃນລະຫວ່າງພິທີທີ່ສັ້ນຢູ່ກອງບັນຊາການໃຫຍ່ຂອງກອງທັບ ສະຫະລັດ ໃນນະຄອນຫຼວງ ກາບູລ ວ່າ “ປະຊາຊົນ ອັຟການິສຖານ ຈະຢູ່ໃນໃຈ ແລະ ຄວາມຄິດຂອງຂ້າພະເຈົ້າຕະຫຼອດຊີວິດ.”

ຜູ້ບັນຊາການກຳລັງ ສະຫະລັດ ໃນພາກຕາເວັນອອກກາງ ຫຼື (CENTCOM) ນາຍພົນ ແຟຣັງ ແມັກເຄັນຊີ ໄດ້ເດີນທາງຮອດນະຄອນຫຼວງຂອງ ອັຟການິສຖານ ໃນຕອນເຊົ້າຂອງວັນຈັນວານນີ້ ແລະ ຮັບໜ້າທີ່ບັນຊາການກອງກຳລັງທີ່ຍັງເຫຼືອຢູ່.

ການຖອນດັ່ງກ່າວແມ່ນ “ສຳເລັດຫຼາຍກວ່າ 90​ ເປີເຊັນ” ແລ້ວ, ອີງຕາມກອງບັນຊາການ ສະຫະ ລັດ ໃນພາກຕາເວັນອອກກາງ. ກຳລັງທະຫານ ສະຫະລັດ ສ່ວນຫຼາຍ ແລະ ອຸປະກອນແມ່ນໄດ້ຖືກຂົນອອກໄປແລ້ວ, ໂດຍຍັງເຫຼືອກອງທະຫານບໍ່ເຖິງ 1,000 ຄົນເພື່ອປ້ອງກັນສະຖານທູດ ສະຫະ ລັດ ແລະ ຊ່ວຍໃນການປ້ອງກັນສະໜາມບິນສາກົນໃນນະຄອນຫຼວງ ກາບູລ.

ທ່ານ ແມັກເຄັນຊີ ແມ່ນໄດ້ມີອຳນາດຄວບຄຸມການປະຕິບັດງານຂອງກອງທັບ ສະຫະລັດ ໃນ ອັຟການິສຖານ ແລ້ວ ແລະ ປະເທດເພື່ອນບ້ານອື່ນໆໃນຖານະເປັນຜູ້ບັນຊາການ CENTCOM, ແລະ ທ່ານຈະສືບຕໍ່ການຄວບຄຸມຂອງທ່ານຈາກກອງບັນຊາການໃຫຍ່ຂອງທ່ານໃນ ສະຫະລັດ ໃນຂະນະທີ່ນາຍພົນ ສອງດາວ, ພົນເຮືອຕີ ປີເຕີ ເວສລີ (Peter Vasely) ຈະຊ່ວຍໃນການຄວບຄຸຸມພາລະກິດຢູ່ພາກພື້ນດິນ.

ທ່ານ ມິລເລີ ແມ່ນເຈົ້າໜ້າທີ່ອາວຸໂສຂອງກອງທັບ ສະຫະລັດ ທີ່ຮັບໃຊ້ໜ້າທີ່ດົນທີ່ສຸດໃນສົງຄາມ ອັຟການິສຖານ. ທ່ານໄດ້ຮັບໃຊ້ປະມານ 3 ໃນ 20 ປີ ຂອງການມີສ່ວນຮ່ວມໃນກອງທັບ ສະຫະ ລັດ, ຄວບຄຸມການຖອນກຳລັງຫຼັງຈາກການຕົກລົງກັບກຸ່ມຕາລີບານ ຂອງລັດຖະບານທ່ານ ທຣຳ ໃນເດືອນ ກຸມພາ 2020 ແລະ ການຖອນກຳລັງຄັ້ງສຸດທ້າຍທີ່ສັ່ງໂດຍປະທານາທິບໍດີ ໂຈ ໄບເດັນ ໃນເດືອນເມສາທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG