ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ສາທາລະນະສຸກຂັ້ນສູງ ກ່າວວ່າ ການເສຍຊີວິດ ຍ້ອນໂຄວິດ ເພີ້ມຂຶ້ນໃນລະດັບ ທີ່ 'ທຳມະດາ'


ພວກຄົນປ່ວຍນອນຢູ່ຕຽງໃນຮ່ອມທາງຍ່າງ ທີ່ພະແນກສຸກເສີນ ຂອງໂຮງໝໍ ຊົງຊານ (Zhongshan Hospital) ທ່າມກາງການລະບາດຂອງພະຍາດ ໂຄວິດ-19 ຢູ່ໃນນະຄອນຊຽງໄຮ, ວັນີ 3 ມັງກອນ 2023.
ພວກຄົນປ່ວຍນອນຢູ່ຕຽງໃນຮ່ອມທາງຍ່າງ ທີ່ພະແນກສຸກເສີນ ຂອງໂຮງໝໍ ຊົງຊານ (Zhongshan Hospital) ທ່າມກາງການລະບາດຂອງພະຍາດ ໂຄວິດ-19 ຢູ່ໃນນະຄອນຊຽງໄຮ, ວັນີ 3 ມັງກອນ 2023.

ເຈົ້າໜ້າທີ່ສາທາລະນະສຸກຂັ້ນສູງ ໃນຈີນ ໄດ້ກ່າວວ່າ ການເສຍຊີວິດຍ້ອນກໍລະນີໂຄວິດ-19 ທີ່ເພີ້ມສູງຂຶ້ນນັ້ນ ແມ່ນ “ເພີ້ມຂຶ້ນນັບມື້” ແຕ່ຢູ່ພາຍໃນລະດັບທຳມະດາ ສຳລັບການເສຍຊີວິດ.

ໃນການໃຫ້ສຳພາດກັບຜູ້ປະກາດຂ່າວຂອງອົງການຂ່າວ CCTV ຂອງທາງການ ທ່ານນາງຈຽວ ຢາຫຸຍ (Jiao Yahui) ເຈົ້າໜ້າທີ່ຄະນະກຳມາທິການສາທາລະນະສຸກ ໄດ້ກ່າວວ່າ “ພວກເຮົາມີຖານຂໍ້ມູນຂະໜາດໃຫຍ່ ສະນັ້ນ ສິ່ງທີ່ພວກຄົນຮູ້ສຶກ ກໍແມ່ນວ່າ ກໍລະນີທີ່ປ່ວຍໜັກ ກໍລະນີຂັ້ນສາຫັດ ຫຼື ການເສຍຊີວິດ ແມ່ນກຳລັງເພີ້ມຂຶ້ນ.”

ທ່ານນາງກ່າວຕື່ມວ່າ “ເມື່ອທຽບກັບທົ່ວໂລກແລ້ວ ການຕິດເຊື້ອຂຶ້ນສູງສຸດ ພວກເຮົາໄດ້ປະເຊີນກັບກໍລະນີໃນທົ່ວປະເທດ ແມ່ນບໍ່ທຳມະດາເລີຍ.”

ຄວາມແຕກຕ່າງລະຫວ່າງຖະແຫລງການໂດຍການປະເມີນຜົນຂອງບັນດາເຈົ້າໜ້າທີ່ຈີນ ກ່ຽວກັບສະຖານະການໂຄວິດ ແລະພາບບັນທຶກໃນສື່ສັງຄົມຂອງຮ່ອມທາງຍ່າງໃນໂຮງໝໍ ທີ່ເຕັມໄປດ້ວຍຄົນປ່ວຍ ແລະແຖວຍາວຢູ່ຕາມຄລີນິກທັງຫຼາຍ ໄດ້ກະຕຸ້ນໃຫ້ພວກນັກວິທະຍາສາດຊັ້ນນຳ ແນະນຳໃຫ້ອົງການອະນາໄມໂລກ ຫຼື WHO ໂທລະສັບຫາໃນວັນອັງຄານວານນີ້ ເພື່ອໃຫ້ “ພາບຂອງຄວາມເປັນຈິງຫຼາຍຂຶ້ນ” ກ່ຽວກັບສິ່ງທີ່ຈີນ ກຳລັງປະສົບຢູ່ນັ້ນ ຫຼັງຈາກທີ່ໄດ້ປັນປ່ຽນໄປຈາກນະໂຍບາຍ “ສູນໂຄວິດ.”

ການເສຍຊີວິດໂດຍທຳມະດາແລ້ວ ແມ່ນຈຳນວນຂອງການຕາຍທີ່ທາງການຄາດໝາຍສຳລັບຊ່ວງໄລຍະທີ່ສະເພາະເຈາະຈົງ ບົນພື້ນຖານຂໍ້ມູນໄລຍະຍາວຂອງປະຊາກອນ. ຈຳນວນເກີນຂອງການເສຍຊີວິດ ຖືກເປີດເຜີຍເຖິງຄວາມແຕກຕ່າງລະຫວ່າງຈຳນວນຂອງສາເຫດໃນການເສຍຊີວິດ ໃນຊ່ວງມີຄື້ນຟອງຂອງໂຄວິດໃນປັດຈຸບັນ ແລະຈຳນວນຂອງການເສຍຊີວິດ ທີ່ໄດ້ຄາດໝາຍໄວ້ນັ້ນ ຖ້າຫາກການລະບາດບໍ່ໄດ້ເກີດຂຶ້ນ. ຈຳນວນເກີນຂອງການເສຍຊີວິດດັ່ງກ່າວ ໄດ້ຖືກນຳໃຊ້ໃນທົ່ວໂລກ ໃນລະຫວ່າງໂຣກລະບາດ ທີ່ສະໜອງຄໃຫ້ຮູ້ຈັກດີຂຶ້ນກວ່າເກົ່າ ວ່າ ມີຈັກຄົນທີ່ເສຍຊີວິດຍ້ອນໂຄວິດ.

ທ່ານຕົງ ຊາວຫຸຍ ຮອງປະທານ ໂຮງໝໍຈ້າວຢາງ ໃນປັກກິ່ງ ໄດ້ເຫັນດີນຳວ່າ ໃນຂະນະທີ່ຈຳນວນຕົວຈິງຂອງການເສຍຊີວິດກຳລັງເພີ້ມຂຶ້ນ ພວກຄົນທີ່ເສຍຊີວິດຍັງຄົງມີເປີເຊັນທີ່ຕ່ຳຢູ່ໃນປະຊາກອນຂອງຈີນ. ທ່ານໄດ້ກ່າວຕໍ່ອົງການຂ່າວ CCTV ວ່າ “ຄິດເບິ່ງວ່າ ມີຈັກຄົນອ້ອມຂ້າງເຈົ້າ ໄດ້ຕິດເຊື້ອ ແຕ່ມີຈັກຄົນໄດ້ລົ້ມປ່ວຍໃນກໍລະນີຂັ້ນສາຫັດ ຫຼື ປອດບວມບໍ່? ຂ້າພະເຈົ້າຄິດວ່າ ໝົດທຸກຄົນມີຫົວຄິດ.”

ຈີນເລີ້ມຜ່ອນຜັນນະໂຍບາຍສູນໂຄວິດ ທີ່ເຂັ້ມງວດຂອງຕົນ ໃນຕົນເດືອນທັນວາ ປີກາຍນີ້. ນັບແຕ່ນັ້ນມາ ທ່ານຕົງ ໄດ້ກຳກັບການໃນການປິ່ນປົວສຳລັບພວກຄົນປ່ວຍຕິດໂຄວິດ ຂັ້ນສາຫັດ ຢູ່ທີ່ໂຮງໝໍໃຫຍ່ສອງແຫ່ງໃນນະຄອນຫຼວງປັກກິ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG