ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບັນຊາການລະດັບສູງຂອງກຸ່ມ al-Shabab ຖືກຂ້າຕາຍໃນປະເທດ ໂຊມາເລຍ


ສະມາຊິກກຸ່ມຫົວຮຸນແຮງ al-Shabab ຂອງ ໂຊມາເລຍ ຍ່າງລາດຕະເວນຢູ່ເຂດນອກຂອງນະຄອນຫຼວງ ໂມກາດິສຊູ. 5 ມີນາ, 2012.
ສະມາຊິກກຸ່ມຫົວຮຸນແຮງ al-Shabab ຂອງ ໂຊມາເລຍ ຍ່າງລາດຕະເວນຢູ່ເຂດນອກຂອງນະຄອນຫຼວງ ໂມກາດິສຊູ. 5 ມີນາ, 2012.

ພວກເຈົ້າໜ້າທີ່ ໂຊມາເລຍ ກ່າວວ່າ ຜູ້ບັນຊາການຂັ້ນອາວຸໂສທ້າວ Bashe Nure
Hassan ຂອງກຸ່ມ al-Shabab ແມ່ນຜູ້ນຶ່ງໃນຈຳນວນທີ່ຖືກຂ້າຕາຍໃນລະຫວ່າງການ
ໂຈມຕີທີ່ເມືອງ ກູເດ ພາກພື້ນ ຈຸບບາແລນ ເຂດໃຕ້ຂອງໂຊມາເລຍ.

ທ່ານ Mohamud Ahmed Hersi ຜູ້ບັນຊາການອາວຸໂສກອງທັບໂຊມາເລຍ ໄດ້ບອກ
ວີໂອເອ ວ່າກຳລັງປະສົມຈາກໜ່ວຍປ້ອງກັນ ເຄັນຢາ ເຄດີແອັຟ ກັບ ກອງທັບແຫ່ງຊາດ
ໂຊມາເລຍ ໄດ້ຕອບໂຕ້ຕໍ່ການໂຈມຕີ ຂອງພວກຫົວຮຸນແຮງ ຢູ່ຖານທັບໂຊມາເລຍ.

ທ່ານ Sheekeye ກ່າວວ່າ “ພວກຫົວຮຸນແຮງໄດ້ຕັ້ງທ່າໃໝ່ ເພື່ອໂຈມຕີຖານທັບ
ຂອງພວກເຮົາທີ່ ກູເດ ແຕ່ໃນການໄດ້ຮັບກຳລັງໜູນຫຼັງ ຈາກພວກທະຫານແຄັນຍາ
ພາຍໃຕ້ກຳລັງປະສົມ MISOM ພວກເຮົາຈຶ່ງສາມາດຕີໂຕ້ຕອບຄືນ.”

ທ່ານເວົ້າວ່າ ໃນການໂຈມຕີດັ່ງກ່າວ ພວກຫົວຮຸນແຮງສາມຄົນໄດ້ຖືກຂ້າຕາຍ ຮວມທັງ
ຜູ້ບັນຊາການຜູ້ນຶ່ງ.

ທ່ານ Sheekeye ໄດ້ບອກ ວີໂອເອ ພະແນກພາສາໂຊມາເລຍວ່າ “ພວກເຮົາໄດ້ຂ້າ
ພວກຫົວຮຸນແຮງສາມຄົນ ລວມທັງທ້າວ Bashe Nure Hassan ຜູ້ຊຶ່ງບັນຊາການ
ໜ່ວຍລາດຕະເວນ ແລະກອງສຳພາວຸດຢູ່ໃນເຂດແຄວ້ນດັ່ງກ່າວ.”

ທ່ານເວົ້າວ່າ ຝ່າຍທະຫານແຫ່ງຊາດ ໂຊມາເລຍ ແລະ ເຄັນຢາ ບໍ່ໄດ້ມີຜູ້ໃດໄດ້ຮັບບາດ
ເຈັບ ຫຼື ເສຍຊິວິດແຕ່ຢ່າງໃດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG