ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕໍາຫລວດ ຂັ້ນ​ສູງ ຜູ້ຍິງຄົນ​ນຶ່ງ ເສຍຊີວິດ ຈາກບາດແຜ ຖືກຍິງ ຢູ່​ອັ​ຟ​ກາ​ນິ​ສ​ຖ​ານ


ບັນດາເຈົ້າໜ້ທີ່ຕໍາຫລວດຜູ້ຍິງ ອັຟການິສຖານ ກໍລັງເຂົ້າຮ່ວມພິທີ ສໍາເລັດການຮຽນຂອງ ໂຮງຣຽນຕໍ່ຫລວດ ໃນການິກ
ບັນດາເຈົ້າໜ້ທີ່ຕໍາຫລວດຜູ້ຍິງ ອັຟການິສຖານ ກໍລັງເຂົ້າຮ່ວມພິທີ ສໍາເລັດການຮຽນຂອງ ໂຮງຣຽນຕໍ່ຫລວດ ໃນການິກ
ເຈົ້າ​ໜ້າ​ທີ່​ຕໍາ​ຫລວດ​ຂັ້ນ​ສູງ​ຜູ້ຍິງ ຢູ່​ພາກ​ໃຕ້​ ອັຟກາ​ນິສຖານ ​ໄດ້​
ເສຍ​ຊີວິດ​ຍ້ອນບາດແຜ​ຈາກ​ການ​ຖືກ​ຍິງ ຫລາຍ​ເດືອນ​ຫລັງ​ຈາກ
​ເຈົ້າ​ໜ້າ​ທີ່​ຜູ້ຍິງ​ຄົນ​ກ່ອນ​ໄດ້​ຖືກ​ຍິງ​ຕາຍ​ເຊ່ນ​ດຽວ​ກັນ.

​ໂຄສົກ​ລັດຖະບານ​ແຂວງ Helman ກ່າວ​ວ່າ ທ່ານ​ນາງ Negar
ຜູ້​ທີ່​ຄື​ກັນ​ກັບ​ ຊາວ​ອັ​ຟກາ​ນິສຖານ ຫລາ​ຍໆ​ຄົນ​ທີ່​ໃຊ້​ແຕ່​ຊື່​ດຽວ
​ໄດ້​ເສຍ​ຊີວິດ​ໃນ​ຕອນ​ເຊົ້າ​ວັນ​ຈັນມື້​ນີ້ ລຸນ​ຫຼັງ​ການ​ຍິງ​ກັນ​ໃນ​ວັນ​
ອາທິດວານ​ນີ້ ຢູ່​ໃນ​ Lashkar Gah ເມືອງ​ຫລວງ​ຂອງ​ແຂວງ
ດັ່ງກ່າວ.

ພວກ​ມື​ປືນ​ພາກັນ​ຂີ່​ລົດຈັກ ​ແລະ​ໄດ້​ຫລົບໜີ​ໄປຈາກ​ທີ່​ເກີດ​ເຫ​ດ.
ທ່ານ​ນາງ Negarອາຍຸ 38 ປີ ​ໄດ້​ເຮັດ​ວຽກ​ເປັນ​ນັກ​ສືບສວນ​ຂັ້ນ​ສູງ ນັບ​ຕັ້ງ​ແຕ່​ໄດ້​ມາ​ແທນ​ໜ້າ​ທີ່ ທ່ານ​ນາງ Islam Bibi ຜູ້​ທີ່​ໄດ້​ຖືກ​ສັງຫານ​ໃນ​ເດືອນ​ກໍລະກົດ.

ທ່ານ​ນາງ Bibi ​ໄດ້​ເຫັນວ່າ​ເປັນ​ໂຕ​ຢ່າງ​ ຢ່າງ​ກວ້າງຂວາງທີ່ວ່າໂອກາດ​ສໍາ​ລັບ ​ ​ຜູ້ຍິງ​ໄດ້​ຖືກ​ປັບປຸງ​ຂື້ນ​ໃນ ອັຟກາ​ນິສຖານ ນັບ​ຕັ້ງ​ແຕ່​ລະບອບ ບີບ​ບັງຄັບ​ຂອງ ທາ​ລິ​ບັນ ​ໄດ້​ຖືກ​ຂັບ​ໄລ່​ອອກ​ໄປ​ໃນ​ປີ 2001.

​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ນາງ Bibi ຜູ້​ທີ່​ມີ​ອາຍຸ 37 ​ປີ ​ແລະ​ເປັນແມ່​ຂອງ​ລູກ​ສາມ​ຄົນ ​ໄດ້​ຮັບ​ການ​ຂູ່ເຂັນວ່າ​ຈະ​ຖືກ​ຂ້າມາເປັນ​ປະ​ຈໍາ ຈາກ​ຄົນ​ຜູ້ທີ່​ບໍ່​ຮັບ​ຮູ້ວິຊາ​ອາ ຊີບ​ຂອງ​ລາວ ຮ່ວມ​ທັງ​ອ້າຍ​ຂອງ​ລາວ ຜູ້​ທີ່​ພະ​ຍາ​ຍາມ​ສັງຫານ​ລາວ​ເຖິງ​ສາມ​ເທື່ອ​ແລ້ວ. ​

XS
SM
MD
LG