ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ງານມອບ ລາງວັນ ໂທນີ ຂອງ ບຣອດເວ ໄດ້ກາຍໄປ ເປັນເລື້ອງ ການເມືອງ


US Tony Awards
please wait
Embed

No media source currently available

0:00 0:00:59 0:00

ລະຄອນດົນຕີ ຊື່ວ່າ The Band’s Visit ທີ່ມີບົດເລື້ອງ ກ່ຽວກັບ ວົງມະໂຫລີ ຂອງ
ຕຳຫຼວດອີຈິບ ທີ່ໄດ້ຖືກຈັບຈອງໃຫ້ໄປສະແດງຄອນເສີດ ຢູ່ໃນເມືອງແຫ່ງນຶ່ງຂອງ
ອິສຣາແອລ ແຕ່ໃນທີ່ສຸດ ວົງດັ່ງກ່າວໄດ້ໄປສະແດງຢູ່ຜິດບ່ອນ ເຊິ່ງລະຄອນດົນຕີ
ໃໝ່ນີ້ ກໍໄດ້ຊະນະເລີດ ສຳລັບລາງວັນດີເດັ່ນ ຢູ່ທີ່ງານມອບລາງວັນ ໂທນີ ໃນວັນ
ອາທິດວານນີ້ ເພື່ອເປັນກຽດໃຫ້ແກ່ການສະແດງລະຄອນເວທີ ຂອງ ບຣອດເວ
(Broadway).

ບັນດາດາຣານັກສະແດງ ຂອງ The Band’s Visit ກໍຄື ນາງ ຄາທຣີນາ ເລັງຄ໌ ແລະ
ທ້າວ ໂທນີ ຊາລຮຸບ ໄດ້ຊະນະລາງວັນນັກສະແດງດີເລີດ ໃນສາຂາລະຄອນດົນຕີ.

ລະຄອນດົນຕີດັ່ງກ່າວ ແມ່ນອີງຕາມ ຮູບເງົາຂອງອິສຣາແອລ ເມື່ອປີ 2007 ທີ່ມີຊື່ວ່າ
The Band’s Visit ແບບດຽວກັນນັ້ນ ເອົາຊະນະລະຄອນດົນຕີອື່ນໆ ເຊັ່ນ Frozen,
Mean Girls ແລະ SpongeBob SquarePants.

ສ່ວນລະຄອນດົນຕີ Once On This Island ໄດ້ຊະນະລາງວັນ ໂທນີ ສຳລັບ ດົນຕີ
ຟື້ນຟູໃໝ່ ທີ່ດີເດັ່ນ. ໂດຍເປັນດົນຕີທີ່ປະສົມປະສານເຂົ້າກັນຫຼາຍປະເພດ ໃນຊ່ວງປີ
1990 ຂອງເຂດອິນເດຍຕາເວັນຕົກ ເຊິ່ງ ໄດ້ພິສິດສຽງເພງຂອງລະຄອນດົນຕີ ເຊັ່ນ
My Fair Lady ແລະ Carousel.

ພະແນກການສະແດງລະຄອນ ຂອງໂຮງຮຽນມັດທະຍົມ ມາຣຈໍຣີ ສໂຕນແມນ ດັກກຣັສ (Marjory Stoneman Douglas) ກຳລັງສະແດງໃນເລື້ອງ "Seasons of Love" ຢູ່ການມອບລາງວັນ ໂທນີ ປະຈຳປີ ຄັ້ງທີ 72 ທີ່ ຫໍສະແດງດົນຕີ Radio City Music Hall ເມື່ອວັນອາທິດ ທີ 10 ມິຖຸນາ 2018, ໃນນະຄອນ ນິວ ຢອກ.
ພະແນກການສະແດງລະຄອນ ຂອງໂຮງຮຽນມັດທະຍົມ ມາຣຈໍຣີ ສໂຕນແມນ ດັກກຣັສ (Marjory Stoneman Douglas) ກຳລັງສະແດງໃນເລື້ອງ "Seasons of Love" ຢູ່ການມອບລາງວັນ ໂທນີ ປະຈຳປີ ຄັ້ງທີ 72 ທີ່ ຫໍສະແດງດົນຕີ Radio City Music Hall ເມື່ອວັນອາທິດ ທີ 10 ມິຖຸນາ 2018, ໃນນະຄອນ ນິວ ຢອກ.


“ມາອົບຂະໜົມເຄັກໃຫ້ແກ່ໝົດທຸກຄົນ ຜູ້ທີ່ຢາກຈະອົບເຄັກ” ທ້າວແອນດຣູ ກາຟີລ
ໄດ້ກ່າວໄປ ໃນເວລາ ທີ່ລາວ ໄດ້ຊະນະລາງວັນ ໂທນີ ນັກສະແດງນຳທີ່ດີເດັ່ນ ສຳລັບ
ຜົນງານ ໃນລະຄອນດົນຕີ ຊື່ວ່າ Angels In America ເຊິ່ງເປັນລະຄອນ ກ່ຽວກັບ
ຊີວິດ ຄວາມຮັກ ໂຣກເອດສ໌ ແລະ ຮັກຮ່ວມເພດ ທີ່ເປັນອະນຸສອນ ເລື້ອງນຶ່ງ ໃນຊ່ວງ
ປີ 1980 ຂອງ ທ່ານ ໂທນີ ຄຸດຊເນີຣ ທີ່ໄດ້ຖືກນຳມາເຮັດໃໝ່.

ຄວາມເຫັນຂອງທ້າວກາຣຟີລ ນັ້ນ ໄດ້ອ້າງເຖິງ ຄຳຕັດສິນຂອງສານສູງສຸດ ເມື່ອບໍ່ດົນ
ມານີ້ ທີ່ເຫັນດີນຳສິດທິຂອງຄົນອົບເຄັກຜູ້ນຶ່ງ ທີ່ປະຕິເສດອົບຂະໜົມເຄັກແຕ່ງງານ
ໃຫ້ແກ່ຄູ່ກະເທີຍຄູ່ນຶ່ງ.

ລາຍການມອບລາງວັນ ໄດ້ຫັນໄປໃນທາງການເມືອງອີກຄັ້ງນຶ່ງ ເມື່ອນັກສະແດງ ທ່ານ
ໂຣເບີດ ດີ ນີໂຣ ໄດ້ຂຶ້ນມາເທິງເວທີ ເພື່ອແນະນຳໂຕ ນັກດົນຕີ ທ່ານ ບຣູສ ສປຣິງສຕີນ
ຜູ້ທີ່ໄດ້ຊະນະລາງວັນພິເສດຂອງໂທນີ.

ທ່ານ ດີ ນີໂຣ ໄດ້ຮ້ອງຄຳຫຍາບຄາຍອອກມາ ກ່ຽວກັບ ປະທານາທິບໍດີ ຂອງສະຫະລັດ
ແລະ ໄດ້ຮັບການຢືນຂຶ້ນຕົບມືຢ່າງສະນັ່ນຫວັ່ນໄຫວ. ທ່ານໄດ້ກ່າວ ຄຳນັ້ນອີກເທື່ອນຶ່ງ
ແລ້ວກໍໄດ້ຮັບສຽງເຊຍຫຼາຍຂຶ້ນ. ໂທລະພາບ CBS ກໍໄດ້ປິດບັງສຽງຄຳຫຍາບເຫຼົ່ານັ້ນ
ເອົາໄວ້ ສຳລັບບັນດາຜູ້ຊົມທັງຫຼາຍ ທີ່ກຳລັງຊົມລາຍການຢູ່ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG