ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະຄອນດົນຕີ Dear Evan Hansen ແລະ Oslo ກວດເອົາ ລາງວັນ Tony ມາໄດ້ໃນປີ 2017


Kevin Spacey ກຳລັງສະແດງຢູ່ທີ່ ງານມອບລາງວັນ Tony ປະຈຳປີ ຄັ້ງທີ 71, ວັນທີ 11 ມິຖຸນາ 2017, ໃນລັດ New York.
Kevin Spacey ກຳລັງສະແດງຢູ່ທີ່ ງານມອບລາງວັນ Tony ປະຈຳປີ ຄັ້ງທີ 71, ວັນທີ 11 ມິຖຸນາ 2017, ໃນລັດ New York.

Dear Evan Hansen ເປັນລະຄອນດົນຕີ ທີ່ກ່ຽວກັບນັກຮຽນມັດທະຍົມ ທີ່ໂດດດ່ຽວ
ຄົນນຶ່ງ ຜູ້ທີ່ທຳທ່າວ່າ ເປັນເພື່ອນຮ່ວມຊັ້ນກັບນັກຮຽນຄົນນຶ່ງ ທີ່ໄດ້ຂ້າໂຕເອງຕາຍ
ໄດ້ຊະນະ 6 ລາງວັນ ໃນລະຫວ່າງ ພິທີມອບລາງວັນ Tony ປະຈຳປີ ໃນຄໍ່າຄືນ
ວັນອາທິດວານນີ້.

ລະຄອນດົນຕີ ທີ່ໂດ່ງດັງແບບບໍ່ໜ້າເຊື່ອ ໃນລະດູການ ປີ 2016 ຫາ 2017 ໄດ້ກວດ
ເອົາລາງວັນ Tony ຫຼາຍຢ່າງ ສຳລັບລະຄອນດົນຕີດີເດັ່ນ ປຶ້ມດີເດັ່ນ ທີ່ເປັນການ
ປະສົມປະສານ ຂອງການສະແດງດ້ວຍ ດົນຕີ ເນື້ອເພງ ແລະ ບົດເລື່ອງ ສຳລັບ
ນັກຂຽນບົດລະຄອນ ທ່ານ Steven Levenson, ໂນດເພງ ວົງມະໂຫຣີ ດີເດັ່ນ, ນັກສະແດງນຳດີເດັ່ນ ໃນລະຄອນເພງ ສຳລັບ Broadway ນ້ອງໃໝ່ ທ້າວ Ben
Platt, ແລະ ນັກສະແດງຍິງດີເດັ່ນ ນາງ Rachel Bay Jones.

ສ່ວນລາງວັນ Tony ສຳລັບ ລະຄອນດີເດັ່ນ ໄດ້ຕົກໄປເປັນຂອງ Oslo ອັນເປັນ
ລະຄອນ ທີ່ກວດສອບເບິ່ງການເຈລະຈາ ທີ່ນຳໄປສູ່ ການຕົກລົງສັນຕິພາບ ປີ 1993
ລະຫວ່າງ ອິສຣາແອລ ກັບ ປາແລັສໄຕນ໌; ສ່ວນສະມາຊິກນັກສະແດງ ທ້າວ
Michael Aronov ໄດ້ຊະນະລາງວັນ Tony ສຳລັບ ນັກສະແດງຊາຍໃນຮູບເງົາ
ເລື່ອງດັ່ງກາວ.

ນັກສະແດງ Hollywood 3 ທ່ານທີ່ຮູ້ຈັກກັນດີ ໄດ້ຮັບລາງວັນ Tony ໃນວັນອາທິດ
ວານນີ້. ທ່ານ Kevin Kline ໄດ້ຮັບລາງວັນ Tony ເປັນຄັ້ງທີ 3 ສຳລັບ ການຫລິ້ນ
ບົດບາດນຳ ເປັນ Noel Coward ຂອງເລື່ອງ Present Laughter, ສ່ວນທ່ານ
ນາງ Laurie Metcalf ຜູ້ທີ່ໄດ້ຮັບລາງວັນ Emmy ສາມຄັ້ງ ສຳລັບ ບົດບາດຂອງ
ນາງ ໃນລະຄອນໂທລະພາບ ຕະຫລົກ Roseanne ນັ້ນ ໄດ້ຮັບລາງວັນ Tony ເປັນ
ຄັ້ງທຳອິດ ໃນຖານະເປັນ ນັກສະແດງຍິງນຳ ໃນເລື່ອງ A Doll’s House ພາກທີ 2
ອັນເປັນເລື່ອງຕາມມາທີຫລັງຂອງ Henrik Ibsen ທີ່ເປັນເລື່ອງອະມະຕະ ແລະ
ນາງ Cynthia Nixon ດາຣາ ຂອງລະຄອນໂທລະພາບ ຕະຫລົກ ປີ 1992 ເລື່ອງ
Sex and the City ໄດ້ຮັບລາງວັນ Tony ເທື່ອທີ 3 ຊຶ່ງອັນນີ້ ແມ່ນສຳລັບ ບົດບາດນັກສະແດງຍິງ ຮູບເງົາ ໃນບົດບາດ Lillian Hellman ເລື່ອງ The Little
Foxes ທີ່ເປັນອະມະຕະ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG