ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລາງວັນໂທ​ນີ ອາ​ຫວາດ​ສ໌ ສ້າງປະ​ຫວັດ​ສາດ​ ດ້ວຍການມອບ​ລາງວັນ ​ໃຫ້​ແກ່ນັກ​ສະ​ແດງ​ທີ່ບໍ່​ມີ​ຄວາມ​ຮູ້​ສຶກວ່າ​ ເປັນ​ເພດ​ໃດ​ໝົດ

J. Harrison Ghee ຮັບເອົາ​ລາງວັນ​ນັກ​ສະ​ແດງ​ດີ​ເດັ່ນ​ທີ່​ສຸດສຳ​ລັບ​ການ​ສະ​ແດງ​ດົນ​ຕີ​ປະ​ກອບລະ​ຄອນເລື້ອງ ​"Some Like It Hot" ທີ່​ງານມອບ​ລາງວັນ Tony Awards ​ປະ​ຈຳ​ປີ​ທີ 76 ໃນ​ວັນ​ທີ 11 ມິ​ຖຸ​ນາ, 2023, ທີ່​ໂຮງ​ລະ​ຄອນ United Palace ໃນ​ນະ​ຄອນ​ນິວຢອກ. (ພາບ​ໂດຍ Charles Sykes/Invision/AP)

ດົນຕີປະ​ກອບ​ກັບການ​ສະແດງ​ລະ​ຄອນ​ຄວາມ​ຮັກ ແລະຄວາມໂສກເສົ້າ​-ແບບ​ຕະ​ຫລົກເລື້ອງ “Kimberly Akimbo” ໄດ້ຂັບໄລ່ຄູ່ແຂ່ງທີ່ເປັນ​ໜ້າດຶງ​ດູດ​ໃຈ​ກວ່າອອກ​ໄປໃນວັນອາທິດວານນີ້ ເພື່ອຄວ້າ​ເອົາມົງກຸດດົນຕີໃນງານມອບ​ລາງວັນໂທ​ນີ ອາ​ຫວາດ​ສ໌ (Tony Awards) ໃນຄືນນຶ່ງ ເມື່ອບໍ​ລິ​ສັດ​ບັນ​ເທີງ Broadway ສະ​ແດງ​ກ້າມດ້ານຄວາມສ້າງສັນຂອງຕົນອອກ​ມາ ທ່າມກາງການ ປະທ້ວງຂອງນັກຂຽນຮູບ​ເງົາຮອ​ລ​ລີ​ວູດ (Hollywood) ແລະສ້າງປະຫວັດສາດ ດ້ວຍການມອບກຽດ​ຕິ​ຍົດ ​ແກ່ນັກສະແດງສອງ​ຄົນທີ່ບໍ່ມີ​ຄວາມ​ຮູ້​ສຶກວ່າ​ເປັນ​ເພດ​ໃດ ຄື​ ເຈ. ແຮ​ຣິ​ສ​ສັນ ກີ (J. Harrison Ghee) ແລະອາ​ເລັກ​ສ໌ ນູ​ແວ​ລ (Alex Newell), ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ລະ​ຄອນ​ເລື້ອງ "Kimberly Akimbo," ທີ່ມີເພງຮ້ອງ​ໂດຍ Jeanine Tesori ແລະປຶ້ມ​ທີ່​ຂຽນໂດຍ David Lindsay-Abaire ແມ່ນ​ຕິດຕາມໄວລຸ້ນ ທີ່ມີຄວາມຜິດປົກກະຕິທາງພັນທຸກໍາ ທີ່ບໍ່​ຄ່ອຍ​ມີ ຊຶ່ງເຮັດໃຫ້ນາງມີອາຍຸຍືນເຖິງ 16 ປີ ຕ້ອງ​ຮຽນ​ຮູ້​ການ​ຢູ່​ກັບຄອບຄົວທີ່ຜິດປົກກະຕິ ແລະຄວາມຮັກໃນໄວ​ທີ່​ຢູ່ໂຮງ ຮຽນມັດທະຍົມປາຍ. Victoria Clark ເປັນຜູ້ນໍາພາໃນການສະແດງໄດ້ເພີ່ມ ລາງວັນ Tony ເຂົ້າ​ເປັນ​ຄັ້ງທີສອງໃສ່ກັບການ​ໄດ້​ຮັບລາງວັນຂອງນາງ, ຊຶ່ງ ກ່ອນຫນ້ານີ້ ນາງໄດ້ຊະນະລາງວັນ​ອັນນຶ່ງແລ້ວໃນປີ 2005 ສໍາລັບເລື້ງ "The Light in the Piazza."

ນັກ​ສະ​ແດງ Alex Newell ຮັບ​ເອົາ​ລາງວັນ​ການ​ສະ​ແດງ​ທີ່​ດີ​ເດັ່ນໃນ​ບົດ​ບາດໃນ​ເພັງ​ດົນ​ຕີ "Shucked" ໃນ​ງານມອບ​ລາງວັນ Tony Awards ປະ​ຈຳ​ທີ 76 ໃນ​ວັນ​ທີ 11 ມິ​ຖຸ​ນາ, 2023, ຢູ່​ທີ່ ໂຮງ​ສະ​ແດງ​ລະ​ຄອນ United Palace ໃນ​ນິວຢອກ.

ຜູ້ກຳ​ກັບ​ການ​ສະ​ແດງ David Stone ໄດ້ໃຫ້ກຽດແກ່ນັກປະ​ພັນດົນຕີທີ່​ໄດ້​ແຕ່ງ​ດົນ​ຕີທີ່​ມີມົນຂັງທີ່ຊື່ວ່າ "Kimberly Akimbo" ຊຶ່ງເປັນ "ດົນ​ຕີປະ​ກອບ​ກັບ​ລະ​ຄອນຕະ​ຫລົກກ່ຽວກັບ ຄວາມບອບ​ບາງຂອງຊີວິດ, ການປິ່ນປົວຈິດ​ໃຈ ແລະມີຄວາມເລິກເຊິ່ງ​ຊາບ​ຊຶ້ງ ແລະມ່ວນຫລາຍຈົນ​ເຖິງ​ຂັ້ນເກືອບວ່າເປັນໄປບໍ່ ໄດ້." ການ​ສະ​ແດງດົນຕີນີ້​ ໄດ້ນຳ​ເອົາລາງວັນ​ອັນ​ດັບ​ນຶ່ງ 6 ລາງວັນກັບ​ໄປ​ບ້ານ.

ກ່ອນຫນ້ານັ້ນ, ມີ​ການ​ສ້າງປະຫວັດສາດຂອງລາງວັນ Tony ຂຶ້ນເມື່ອ Newell ແລະ Ghee ກາຍເປັນຄົນທີ່ບໍ່ມີ​ຄວາມຮູ້​ສຶກວ່າ​ເປັນ​ເພດ​ໃດ​ໝົດ ໄດ້ຊະນະລາງວັນ Tony ສໍາລັບການສະແດງຂອງ​ເຂົາ​ເຈົ້າ. ໃນປີກາຍນີ້ ນັກປະພັນດົນ​ຕີ ແລະນັກຂຽນລະ​ຄອນ Toby Marlow ໃນ​ເລື້ອງ "Six" ໄດ້ກາຍເປັນຜູ້ຊະນະລາງວັນ Tony ຜູ້ທໍາອິດທີ່ເປັນ​ຄົນ​ທີ່ບໍ່ມີ​ຄວາມ​ຮູ້​ສຶກວ່າ​ເປັນ​ເພດ​ໃດ​ໝົດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG