ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Abbott ສາບານຕົວ ເຂົ້າເປັນ ນາຍົກ ອ໊ອສ​ເຕຣ​ເລຍ (ວີດີໂອ)


 ທ່ານ Tony Abbott ນາຍົກລັດຖະມົນ​ຕີ​ຂອງ ​ອ໊ອສ​ເຕຣ​ເລຍ
ທ່ານ Tony Abbott ນາຍົກລັດຖະມົນ​ຕີ​ຂອງ ​ອ໊ອສ​ເຕຣ​ເລຍ
ສະມາຊິກ​ລັດຖະສະພານິຍົມ​ແນວທາງ​ເດີມ ທ່ານ Tony Abbott
​ໄດ້​ເຂົ້າ​ສາບານ​ຕົວເຂົ້າຮັບ​ຕຳ​ແໜ່​ງເປັນ​ນາຍົກລັດຖະມົນ​ຕີ​ຂອງ
​ອ໊ອສ​ເຕຣ​ເລຍ ​ເຮັດ​ໃຫ້ການ​ປົກຄອງພາຍໃຕ້​ການ​ນຳພາ​ຂອງ
ພັກ​ແຮງ​ງານເປັນ​ເວລາ 6 ປີ ສິ້ນ​ສຸດ​ລົງ.

ທ່ານ Abbott ທີ່ຊະນະ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 7 ກັນຍາ ຜ່ານ​ມາ​ນີ້
​ໂດຍ​ໄດ້​ຮັບ​ຄະ​ແນນລື່ນນາຍົກລັດຖະມົນ​ຕີ​ຄົນ​ກ່ອນ ​ທ່ານ Kevin
Rudd ນັ້ນ ໄດ້​ສາບານ​ຕົວເຂົ້າຮັບ ​ຕໍາແໜ່​ງ​ ​ໃນວັນ​ພຸດ​ມື້​ນີ້ ໃນພິທີ
​ທີ່​ຈັດ​ຂຶ້ນຢູ່​ທໍານຽບລັດຖະບານ​ໃນ​ນະຄອນ Canberra.

ຜູ້ນຳ​ພັກ​ແນວ​ໂຮມ​ເສລີ​ແຫ່ງ​ຊາດ ​ໄວ 55 ປີ ​ໄດ້​ກ່າວໃນ​ຄຳຖະ​ແຫຼງ
ຂອງ​ທ່ານວ່າ ມື້ທໍາ​ອິດຂອງ​ການ​ເຂົ້າກໍາ​ຕໍາ​ແໜ່​ງຂອງ​ທ່ານນັ້ນ ບໍ່​ແມ່ນ​ເປັນ​ພຽງ​ແຕ່​ເປັນພິທີ
​ສະ​ເຫຼີ​ມສະຫຼອງເທົ່າ​ນັ້ນ ​ແຕ່ມັນເປັນ​ມື້​ຂອງການ​ປະຕິບັດ​ງານ ​ແລະ​ທ່ານ​ຍັງ​ໄດ້​ໃຫ້​ຄໍາ​ໝັ້ນ​
ສັນຍາ​ວ່າຈະເລີ້ມລົງມື​ເຮັດ​ວຽກ​ເລີຍທັນທີ.

ທ່ານ​ຍັງກ່າວ​ອີກ​ວ່າ ລາຍກາ​ນອັນ​ທໍາ​ອິດ​ຂອງ​ທ່ານ​ນັ້ນ​ ແມ່ນ​ຈະ​ຍົກ​ເລີກພາສີຄາບ​ອນທີ່​
ລົງ​ໂທດບໍລິສັດ​ສ້າງ​ຄວາມ​ເປື້ອນ​ເປິະລາຍ​ໃຫຍ່ໆ​ຂອງອ໊ອສ​ເຕຣ​ເລຍນັ້ນ. ທ່ານ Abbott
ຜູ້​ຊຶ່ງ​ເຄີຍ​ໄດ້ຕັ້ງຄໍາ​ຖາມ ​ກ່ຽວ​ກັບຜົນ​ກະທົບ​ຕໍ່ມະນຸດ​ເຮົາ​ ຈາກສະພາບ​ອາກາດ​ປ່ຽນ​ແປງ​
ຂອງໂລກ​ນັ້ນ ​ຢາກ​ຈະ​ຈ່າຍ​ເງິນ​ໃຫ້​ບັນ​ດາບໍລິ​ສັດທັງຫຼາຍເພີ້ມປະສິດທິພາບ​ໃນ​ການ​ໃຊ້
ພະລັງງານ​ຂອງ​ພວກ​ເຂົາ​ເຈົ້າ​ແທນ.

AUSTRALIA POLITICS VOSOT.mov
please wait

No media source currently available

0:00 0:01:19 0:00

​ນອກ​ນັ້ນນາຍົກລັດຖະມົນ​ຕີຍັງ​ໄດ້​ກ່າວ​ວ່າ ກອງທັບ​ເຮືອ​ຂອງອ໊ອສ​ເຕຣ​ເລຍຈະ​ເລີ້ມ​ໃນ
ທັນທີ​ ສົ່ງ​ກັບພວກຊອກ​ສະ​ແຫວ​ງຫາ​ບ່ອນ​ລີ້​ໄພ​ທາງ​ເຮືອ ພາຍ​ໃຕ້​ແຜນການ​ປະຕິບັດ
​ງານ​ໃໝ່ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງທີ່​ມີ​ເປົ້າ​ໝາຍ​ຈະຫລຸດ​ການ​ຫລັ່ງ​ໄຫລ​ຂອງ​ພວກ​ຄຄົນ
​ເຂົ້າເມືອງ ​ໄປ​ຍັງ​ປະ​ເທດ​ດັ່ງກ່າວ.

ນະ​ໂຍບານ​ໃໝ່​ນີ້ ມີ​ຮວມທັງ ການສະ​ເໜີ​ຊື້​ເຮືອ​ຫາ​ປາ​ໃນ​ອິນ​ໂດ​ເນ​ເຊຍບ່ອນ​ທີ່​ສ່ວນ​ໃຫຍ່
​ຂອງເຮືອ​ເຫຼົ່າ​ນີ້​ມີ​ຕົ້ນຕໍ​ນັ້ນ​ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ບໍ່​ໃຫ້​ເຮືອ​ເຫຼົ່ານີ້ຕົກ​ຢູ່​ໃນ​ມື​ຂອງ​
ພວກ ລັກລອບ​ຄ້າ​ມະນຸດ. ນອກ​ນັ້ນ​ແລ້ວ​ຍັງ​ຈະ​ຈ່າຍ​ເງິນ​ໃຫ້​ອິນ​ໂດ​ເນ​ເຊຍ ສຳລັບ​ຂ່າວ​
ຕ່າງໆໃນ​ການ​ນໍາ​ຫາ​ຕົວ​ການ​ຂອງຜູ້​ຢູ່ໃນ​ການວາງ​ແຜນການ​ດັ່ງກ່າວ​ນີ້ນໍາ.
XS
SM
MD
LG