ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຊໂຄລນ ຈີຕາ ພັດຖະຫຼົ່ມ ຕົງກ້າ ເຮັດໃຫ້ ເກາະດັ່ງກ່າວ ເສຍຫາຍ ຮ້າຍແຮງ


ພາບຖ່າຍຈາກວີດີໂອ ມີຜູ້ຄົນພາກັນຢືນໃກ້ກັບເຮືອນ ທີ່ຖືກເພພັງ ຈາກພາຍຸໄຊໂຄລນຈີຕາ ໃນເມືອງ ນູກູ ອາໂລຟາ ທີ່ເກາະຕົງກາ ວັນທີ 13 ກຸມພາ 2018.
ພາບຖ່າຍຈາກວີດີໂອ ມີຜູ້ຄົນພາກັນຢືນໃກ້ກັບເຮືອນ ທີ່ຖືກເພພັງ ຈາກພາຍຸໄຊໂຄລນຈີຕາ ໃນເມືອງ ນູກູ ອາໂລຟາ ທີ່ເກາະຕົງກາ ວັນທີ 13 ກຸມພາ 2018.

ຊາວ​ເກາະຕົງ​ກາ ໃນເຂດປາຊີຟິກ ກຳລັງ​ຊັ່ງ​ຊາເບິ່ງ ​ຄວາມ​ເສຍ​ຫາຍ​ ທີ່ໄດ້ຮັບຈາກລົມ
​ພາຍຸ​ໄຊ​ໂຄລນຈີຕາ ທີ່​ໄດ້ພັດເຂົ້າຖະຫຼົ່ມນະຄອນຫຼວງນູກູ ອາ​ໂລ​ຟາ ດ້ວຍລົມທີ່ມີແຮງ
ກາຍ 200 ກິ​ໂລ​ແມັດ​ ຕໍ່​ຊົ່ວ​ໂມງ​ ໃນ​ວັນ​ຈັນ​ວານ​ນີ້.

ລົມພາຍຸຫົວນີ້ ​ໄດ້​ເຮັດໃຫ້​ຕົ້ນ​ໄມ້​ກົ່ນ ພັດ​ຫຼັງຄາ​ເຮືອນເພ ​ແລະ​ຕຶກ​ຕ່າງໆ ​ພ້ອມທັງເຮັດ​
ໃຫ້​ເສົາ​ໄຟຟ້າຫັກ​ ​ແລະ​ພາ​ໃຫ້​ເກີດ​ນໍ້າ​ຖ້​ວມໜັກ. ໃນໝູ່ຕຶກ​ຕ່າງໆທີ່​ໄດ້​ຖືກ​ທຳລາຍຫລື
ບໍ່ກໍໄດ້​ຮັບ​ຄວາມ​ເສຍ​ຫາຍ ຈາກລົມພາຍຸ​ຈີ​ຕານັ້ນ ແມ່ນຕຶກ​ສະພາ ຊຶ່ງເປັນຕຶກ​ປະ​ຫວັດ​
ສາດ​ຂອງ​ເກາະດັ່ງກ່າວ.

ລັດຖະມົນຕີ​ຕ່າງປະ​ເທດ​ນິວຊີແລນ ທ່ານ​ວິນ​ສະ​ຕັນ ປີ​ເຕີ​ ກ່າວ​ວ່າ ຫຼາຍ​ກວ່າ 5,000
ຄົນ​ໄດ້ພາກັນເຂົ້າໄປອາໄສ​ຢູ່​ ໃນສູນ​ກາງ​ຍົກຍ້າຍຜູ້ຄົນຂ້າມ​ຄືນ​ລະຫວ່າງເກີດລົມ​ພາ
ຍຸ. ຫລາຍ​ຄົນມີລາຍ​ງານ​ວ່າ​ໄດ້​ຮັບ​ບາດ​ເຈັບ​ຍ້ອນລົມພາຍຸ ​ແລະ​ຜູ້​ຊາຍ​ອາຍຸ 72 ປີ​ໄດ້
ເສຍ​ຊີວິດ ​ຍ້ອນ​ໂຣກຫົວ​ໃຈ​ວາຍ ​ເຖິງ​ແມ່ນ​ວ່າ​ ຍັງ​ບໍ່​ເປັນ​ທີ່ຈະ​ແຈ້ງ​ເທື່ອ​ວ່າ ການ​ຕາຍ​
ຂອງ​ລາວ​ພົວພັນ​ກັບ​ພາຍຸ​ຈີ​ຕາ.

ນິວຊີແລນ​ໃຫ້ການ​ຊ່ວຍເຫລືອສຸກ​ເສີນ​ກາຍ 500,000 ​ໂດ​ລາ​ ແກ່​ຕົງ​ກາ ​ແລະ​ໄດ້​ສົ່ງ
​ເຮືອບິນ​ທະຫານ​ພ້ອມ​ດ້ວຍ​ເຄື່ອງບັນ​ເທົາ​ທຸກໄປ​ຍັງ​ເກາະດັ່ງກ່າວ. ອອສ​ເຕຣ​ເລຍ ກໍ
​ໄດ້​ສົ່ງເຮືອບິນທະຫານທີ່​ເຕັມ​ໄປ​ດ້ວຍ​ເຄື່ອງ​ບັນເທົາທຸກສຸກ​ເສີນ​ໄປ​ຍັງ​ຕົງ​ກາ.

ຄວາມເສຍຫາຍຫລັງຈາກພາຍຸໄຊໂຄລນຈີຕາ ທີເມືອງ ນູກູ ອາໂລຟາ ທີ່ 13 ກຸມພາ 2018.
ຄວາມເສຍຫາຍຫລັງຈາກພາຍຸໄຊໂຄລນຈີຕາ ທີເມືອງ ນູກູ ອາໂລຟາ ທີ່ 13 ກຸມພາ 2018.

ພວກ​ພະຍາກອນອາກາດ​ກ່າວ​ວ່າ ພາຍຸໄຊ​ໂຄລນຈີ​ຕາ ອາດ​ເພີ້​ມຄວາມ​ແຮງ​ຂຶ້ນຕື່ມ​ເປັນ
ລົມພາຍຸລະດັບ​ຫ້າ ​ເວລາ​ພັດໄປ​ເຖິງ​ປະເທດ​ເກາະ​ດອນ​ຟີ​ຈີ ​ໃນ​ຕອນແລງວັນ​ອັງຄານມື້
ນີຫລືວັນ​ພຸດ​ມື້​ອື່ນ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Tonga Cyclone
please wait
Embed

No media source currently available

0:00 0:00:36 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG