ລະບົບພາຍຸທີ່ຮ້າຍແຮງອີກລະບົບນຶ່ງ ໄດ້ນໍາເອົາລົມຫົວກຸດ
ແລະນໍ້າຖ້ວມມາສູ່ ຫລາຍໆເຂດໃນພາກກາງຂອງສະຫະລັດ
ທີ່ເຮັດໃຫ້ ຢ່າງນ້ອຍ 12 ຄົນ ເສຍຊີວິດໄປແລ້ວ.
ພາຍຸຫົວກຸດ 5 ຫົວໄດ້ຖະຫລົ່ມເຂດນະຄອນ Oklahoma
City ຂອງລັດ Oklahoma ໃນຕອນແລງຂອງວັນສຸກທີ່ຜ່ານ
ມາ ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ ແລະໄດ້ຮັບບາດເຈັບ 100
ກວ່າຄົນ.
ຮວມຢູ່ໃນຜູ້ໄດ້ຮັບເຄາະຮ້າຍນັ້ນ ມີແມ່ຄົນນຶ່ງພ້ວມດ້ວຍລູກນ້ອຍຂອງລາວ ທີ່ຖືກລົມພາຍຸ ດູດອອກໄປຈາກລົດ ໃນຂະນະທີ່ຂີ່ລົດໄປຢູ່ໃນຖະໜົນຮາຍເວ.
ບ່ອນທີ່ຖືກເສຍຫາຍ ແລະມີຜູ້ໄດ້ຮັບບາດເຈັບ ຫລາຍທີ່ສຸດ ແມ່ນຢູ່ໄກ ພຽງປະມານ 18 ຫລັກຈາກເມືອງທີ່ພາຍຸຫົວກຸດ ໄດ້ເຮັດໃຫ້ 24 ຄົນເສຍຊີວິດ ພຽງເມື່ອ 11 ມື້ຜ່ານມານັ້ນ.
ລະບົບພາຍຸຊຸດນີ້ ຍັງໄດ້ເຮັດໃຫ້ເກີດມີລົມແຮງ ແລະຝົນຕົກໜັກ ຢູ່ທີ່ລັດ Missouri ແລະ ລັດ Arkansas ບ່ອນທີ່ໄພນໍ້າຖ້ວມຢ່າງໄວ ເຮັດໃຫ້ຢ່າງໜ້ອຍສາມຄົນເສຍຊີວິດ.
ຢູ່ທີ່ແຫ່ງອຶ່ນໆໃນປະເທດ ບັນດາພວກມອດໄຟ ຍັງສືບຕໍ່ປະຕິບັດງານເພື່ອລະຫງັບໄຟໄໝ້ທີ່ເກີດຂຶ້ນຕາມລະດູການ ທີ່ຂົ່ມຂູ່ບ້ານເຮືອນແລະເຜົາໄໝ້ພື້ນທີ່ຢ່າງໜ້ອຍ 80 ຕາຕະລາງ ກິໂລແມດ ຢູ່ໃນລັດ California. ຫລາຍກວ່າ 1,000 ຫລັງຄາເຮືອນ ແລະຫ້າງຮ້ານ ທຸລະກິດ ໄດ້ພາກັນຍົກຍ້າຍ ໃນຂະນະທີ່ລົມໄດ້ພັດຍູ້ເອົາໄຟ ໄປສູ່ບໍລິເວນ
ຕີນພູຂອງນະ ຄອນ Los Angeles.
ເບິ່ງວີດິໂອ ກ່ຽວກັບສາມຄົນທີ່ຕາມໄປ ຖ່າຍຮູບເອົາພາຍຸລົມຫົວກຸດ ແລ້ວເສຍຊີວິດ: