ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າ​ຄອງ​ນະ​ຄອນ​ໂຕ​ກຽວ ກ່າວ​ວ່າ ການ​ຍົກ​ເລີກ ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ ລະ​ດູ​ຮ້ອນ ບໍ່​ແມ່ນ​ທາງ​ເລືອກ


ຊາຍ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ ຫຼັງ​ຈາກ​ມີ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ກຳ​ລັງ​ຍ່າງ​ຜ່ານ ເຄື່ອງ​ໝາຍສັນ​ຍາ​ລັກ​ຂອງ​ກິ​ລາໂອ​ລິມ​ປິກ ​ຢູ່​ໃນ​ພື້ນ​ທີ່ແຄມ​ສວນທະ​ເລ ​ສາ​ທາ​ລະ​ນະ ໂອ​ໄດ​ບາ (Odaiba Marine Park) ໃນ​ນະ​ຄອນ​ໂຕ​ກຽວ ຂອງ​ຍີ່​ປຸ່ນ, ວັນ​ທີ 6 ມີ​ນາ 2020. REUTERS/Stoyan Nenov/File Pho
ຊາຍ​ຄົນ​ນຶ່ງ​ໃສ່​ໜ້າ​ກາກ ຫຼັງ​ຈາກ​ມີ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ກຳ​ລັງ​ຍ່າງ​ຜ່ານ ເຄື່ອງ​ໝາຍສັນ​ຍາ​ລັກ​ຂອງ​ກິ​ລາໂອ​ລິມ​ປິກ ​ຢູ່​ໃນ​ພື້ນ​ທີ່ແຄມ​ສວນທະ​ເລ ​ສາ​ທາ​ລະ​ນະ ໂອ​ໄດ​ບາ (Odaiba Marine Park) ໃນ​ນະ​ຄອນ​ໂຕ​ກຽວ ຂອງ​ຍີ່​ປຸ່ນ, ວັນ​ທີ 6 ມີ​ນາ 2020. REUTERS/Stoyan Nenov/File Pho

ເຈົ້າ​ຄອງ​ນະ​ຄອນ​ໂຕ​ກຽວ ທ່ານນາງ ​ຢູ​ຣີ​ໂກະ ໂກ​ອີ​ເກະ ໃນ​ວັນ​ພະ​ຫັດ​ມື້ນີ້ ໄດ້​ກ່າວ​ວ່າ ການ​ຍົກ​ເລີກ ການ​ແຂ່ງ​ຂັນ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ ນັ້ນ ປາ​ກົດ​ວ່າ ບໍ່ແມ່ນ​ທາງ​ເລືອກ ເ​ຖິງ​ແມ່ນ​ວ່າ ຈະ​ມີ​ຄວາມ​ເປັນ​ຫ່ວງ​ເພີ້ມ​ຂຶ້ນນັບ​ມື້ ​ກໍ​ຕາມ ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່.

ທ່ານ​ນາງ ຢູ​ຣີ​ໂກະ ໂກ​ອີ​ເກະ ໄດ້​ກ່າວ​ວ່າ “ມີຫຼາກຫຼາຍ​ຄວາມ​ຄິດ​ເຫັນ​ຢູ່​ພາຍນອກ ແຕ່​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ການ​ຍົກ​ເລີກນັ້ນ ແມ່ນ​ເປັນ​ໄປ​ບໍ່​ໄດ້.”

ບັນ​ດາ​ຜູ້​ຈັດ​ງານ ແລະຄະ​ນະ​ກຳ​ມະ​ການໂອ​ລິມ​ປິກ​ສາ​ກົນ ຫຼື IOC ໄດ້​ກ່າວ​ຊ້ຳ​ແລ້​ວ​ຊ້ຳ​ອີກວ່າ ​ການ​ແຂ່ງ​ຂັນ ຈະ​ໄຂ​ຂຶ້ນ ໃນ​ວັນ​ທີ 24 ກໍ​ລະ​ກົດ ຕາມ​ແຜນ​ການ​ທີ່​ວາງ​ໄວ້ ໂດຍ ໂອ​ລິມ​ປິກ​ສຳ​ລັບ​ຄົນ​ພິ​ການ ຈະ​ໄຂ​ຂຶ້ນ ໃນ​ວັນ​ທີ 25 ສິງ​ຫາ.

ເມື່ອ​ຕອນ​ເຊົ້າ​ວັນ​ພະ​ຫັດ​ມື້ນີ້ ທ່ານ​ນາງ ໂກ​ອີ​ເກະ ໄດ້​ພົບ​ປະ​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ​ຊິນ​ໂຊ ອາ​ເບະ ເພື່ອ​ຂໍ​ຮ້ອງ​ໃຫ້​ເອົາ​ມາດ​ຕະ​ການ​ສະ​ໜັບ​ສະ​ໜຸນເພີ້ມ​ຕື່ມ​ອີກ ​ໃນການຮັບ​ມື​ກັບ ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ດັ່ງ​ກ່າວ ແລະ ຜົນ​ກະ​ທົບ​ຂອງ​ມັນ ຕໍ່​ເສດ​ຖະ​ກິດ​ຂອງ​ທ້ອງ​ຖິ່ນນັ້ນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

Tokyo Governor Yuriko Koike on Thursday saidcancelling the summer Olympic Games does not appear to bean option , despite growing concerns over the spread of the new coronavirus.

Yuriko Koike, Tokyo Governor said "there are many opinions out there, but I believe cancellation is impossible."

Organizers and the IOC have repeatedly said the games will open on July 24 as planned, with the Paralympics opening on August 25.

Earlier on Thursday, Koike met with Japanese Prime Minister Shinzo Abe to call for additional support measures in dealing with the virus outbreak and its impact on the local economy.

XS
SM
MD
LG