ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າຄອງກຳແພງນະຄອນ ກຸງໂຕກຽວ ລາອອກ ຈາກຕຳແໜ່ງ ທ່າມກາງຂ່າວນອງນັນ


ທ່ານ Naoki Inose ເຈົ້າຄອງກຳແພງນະຄອນກຸງໂຕກຽວ
ຄົນກາງ .
ທ່ານ Naoki Inose ເຈົ້າຄອງກຳແພງນະຄອນກຸງໂຕກຽວ ຄົນກາງ .
​ເຈົ້າ​ຄອງ​ກຳ​ແພງ​ນະຄອນ​ກຸງ​ໂຕ​ກຽວ ທີ່​ໄດ້​ຊ່ອຍ​ໃຫ້​ເມືອງ​ຂອງ
​ທ່ານ ​ໄດ້​ເປັນ​ເຈົ້າພາບ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ ​ປີ 2020 ນັ້ນ ​
ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ ຫຼັງ​ຈາກ​ຍອມຮັບວ່າທ່ານ​ໄດ້​ຮັບ​ເງິນ
​ຈາກ​ບໍລິສັດ​ໂຮງໝໍ ທີ່​ເປັນຂ່າວ​ນອງ​ນັນນັ້ນ.

ທ່ານ Naoki Inose ກ່າວ​ວ່າ ​ເງິນ​ທີ່​ທ່ານ​ໄດ້​ຮັບຈຳນວນ​ເກືອບ
5 ​ແສນ​ດອນ​ລານັ້ນ ​ແມ່ນ​ເປັນ​ເງິນ​ກູ້​ຢືມ​ສ່ວນ​ຕົວ ທີ່​ບໍ່​ມີດອກ​ເບ້ຍ
ຊຶ່ງທ່ານກໍ​ໄດ້​ສົ່ງ​ຄືນ​ໃຫ້​ບໍລິສັດ​ແລ້ວ ​ແຕ່​ພວກ​ຕຳ​ໜິຕິຕຽນກ່າວ
​ວ່າ ການ​ຮັບ​ເອົາ​ເງິນ​ດັ່ງກ່າວ​ນີ້ ​ເທົ່າ​ກັບ​ເປັນການ​ຮັບສິນ​ບົນ​ແລະ
​ໄດ້​ກົດ​ດັນ​ມາ​ເປັນ​ເວລາຫຼາຍ​ສັບປະດາ​ໃຫ້​ທ່ານລາ​ອອກ​ຈາກ
​ຕຳ​ແໜ່​ງ. ທ່ານ Inose ​ໄດ້​ອອກ​ມາ​ຖະ​ແຫຼ​ງ​ສົດຜ່ານ​ທາງ​ໂທລະ
ພາບໃນ​ວັນ​ພະຫັດ​ມື້ນີ້​ວ່າ ທ່ານ​ບໍ່​ຢາກ​ໃຫ້​ຂ່າວ​ນອງ​ນັນ​ນີ້ ສົ່ງຜົນ​ກະທົບ​ຕໍ່​ການ​ກະກຽມ​ຂອງ​ກຸງ​ໂຕ​ກຽວ ​ເພື່ອຈະ​ເປັນ​ເຈົ້າພາບ​ຈັດ​ງານ​ແຂ່ງຂັນ​ກີລາ​ໂອ​ລິ​ມປິກ​ນັ້ນ.

ທ່ານ Inose ຊຶ່ງ​ເປັນ​ນັກ​ຂຽນ​ທີ່ກາຍ​ມາ​ເປັນ​ເຈົ້າ​ຄອງ​ກຳ​ແພງ​ນະຄອນ​ເມືອງ ຫລັງ​ຈາກ​
ຖືກ​ເລືອກຕັ້ງ​ເມື່ອ​ນຶ່ງ​ປີຜ່ານມາ ​ໄດ້​ຂໍ​ຂະ​ມາ​ໂທດ​ກ່ຽວ​ກັບ​ຂ່າວ​ນອງ​ນັນ​ດັ່ງກ່າວ ​ແລະ​ໄດ້​
ວາດພາບ​ຕົນ​ເອງວ່າ ​ໄຮ້​ດຽງສາ ​ໂດຍ​ກ່າວ​ວ່າທ່ານເປັນ​ນັກ​ການ​ເມືອງ​ສະໝັກ​ຫຼິ້ນ ແລະ
​ບໍ່​ຮູ້ກ່ຽວກັບລະບຽບການ​ຕ່າງໆ ທີ່​ທ່ານ​ຄວນ​ຈະຍຶດໝັ້ນ​ນັ້ນ.

ທ່ານ Inose ກ່າວ​ວ່າ ກຸ່ມ​ບໍລິສັດ​ໂຮງໝໍ Tokushukai ບໍ່​ໄດ້​ຮັບ​ສິດທິ​ພິ​ເສດ​ໃດໆ​ ເປັນ​ການ
​ແລກປ່ຽນ​ກັບ​ການ​ໃຫ້​ທ່ານ​ກູ້​ຢືມ​ເງິນ​ນັ້ນ. ບໍລິສັດດັ່ງກ່າວ​ ທີ່​ດຳ​ເນີນ​ກິດຈະການໂຮງໝໍຢູ່
ໃນ​ທົ່ວ​ປະ​ເທດ​ຍີ່ປຸ່ນ ​ໄດ້​ຖືກ​ກ່າວ​ຫາ​ວ່າ​ ​ມີ​ການ​ປະຕິບັດ​ທີ່​ຊັກ​ຈູງ​ຜົນ​ການ​ເລືອກ​ຕັ້ງມາກ່ອນ.
XS
SM
MD
LG