ຍີ່ປຸ່ນກ່າວວ່າ ຕົນໄດ້ເຂົ້າພົວພັນໃນການເຈລະຈາກັບຈີນ ເພື່ອແກ້ໄຂບັນຂໍ້ຂັດແຍ້ງກັນເລື່ອງເຂດນໍ້າແດນດິນ ທີ່ສົ່ງຜົນກະທົບຕໍ່ຄວາມສໍາພັນ ລະ ຫວ່າງສອງປະເທດມະຫາອໍານາດໃນພາກພື້ນເອເຊຍ.
ເມື່ອວັນພຸດມື້ນີ້ ທ່ານ Osamu Fujimura ຫົວໜ້າຫ້ອງການ
ລັດຖະບານ ຍີ່ປຸ່ນ ໄດ້ຢືນຢັນລາຍງານຂ່າວທີ່ວ່າ ທ່ານ
Chikao Kawai ຮອງລັດຖະມົນຕີຕ່າງປະເທດຍີ່ປຸ່ນ ໄດ້ພົບ
ປະກັບບັນດາເຈົ້າໜ້າທີ່ອາວຸໂສຈີນຢ່າງລັບໆ ຢູ່ Shanghai
ເມື່ອອາທິດຜ່ານມານີ້ ໂດຍທີ່ທ່ານ Kawai ກ່າວວ່າ ການເຈລະ
ຈາກັນຄັ້ງນີ້ ແມ່ນພາກສ່ວນນຶ່ງຂອງຄວາມມຸ້ງໝັ້ນຂອງໂຕກຽວ
ເພື່ອສືບຕໍ່ສື່ສານກັບປັກກິ່ງ ໃນລະດັບຕ່າງໆ ກ່ຽວກັບຂໍ້ຂັດແຍ້ງ
ກັນເລຶ່ອງໝູ່ເກາະຢູ່ໃນເຂດທະເລຈີນຕາເວັນອອກນັ້ນ.
ຄວາມສໍາພັນລະຫວ່າງຈີນ-ຍີ່ປຸ່ນ ໄດ້ຕົກຮວບລົງເມື່ອເດືອນຜ່ານມາ ຫຼັງຈາກໂຕກຽວ
ໄດ້ຊື້ໝູ່ເກາະແຫ່ງນຶ່ງຈາກເຈົ້າຂອງທີ່ດິນຊາວຍີ່ປຸ່ນ. ໝູ່ເກາະ ດັ່ງກ່າວ ທີ່ຍີ່ປຸ່ນເອີ້ນວ່າ Senkaku ແລະຈີນເອີ້ນວ່າ Diaoyu ນັ້ນ ແມ່ນຫ້ອມລ້ອມດ້ວຍແຫລ່ງພະລັງງານ ແລະນ່ານນໍ້າທີ່ອຸດົມສົມບູນໄປດ້ວບປາ.
ໃນຂະນະດຽວກັນ ກໍປາກົດວ່າບັນດາເຈົ້າໜ້າທີ່ອາວຸໂສຈີນ ໄດ້ປະຕິເສດຕໍ່ຄວາມພະຍາຍາມຂອງຄະນະຜູ້ແທນການທູດຂອງສະຫະລັດ ທີ່ຈະຊ່ວຍໄກ່ເກ່ຍຂໍ້ຂັດແຍ້ງກັນນີ້. ອົງການຂ່າວຊິນຫົວຂອງຈີນກ່າວວ່າ ຮອງນາ ຍົກລັດຖະມົນຕີ Li Keqiang ໄດ້ເນັ້ນຍໍ້າເຖິງທ່າທີອັນເຄ່ງຂຶມຂອງຈີນ ກ່ຽວກັບບັນຫາດັ່ງກ່າວ ໃນລະຫວ່າງການພົບປະກັບທ່ານ Stephen Hadley ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດປະຈໍາທໍານຽບຂາວກັບອະດີດຮອງລັດຖະມົນຕີຕ່າງປະເທດສະຫະລັດ Richard Armitage ແລະເຈົ້າໜ້າທີ່ອື່ນໆອີກ ເມື່ອວັນອັງຄານວານນີ້.