ເບິ່ງວີດີໂອລາຍງານພາສາລາວ:
ການດໍາເນີນຄວາມພະຍາຍາມຂອງອົງການອະນາໄມໂລກ ເພື່ອຈະຄວບຄຸມການແຜ່ຜາຍ
ຂອງວັນນະໂຣກ ຫລືໂຣກປອດແຫ້ງ ຫລື TB ໂດຍສ່ວນໃຫຍ່ແລ້ວ ແມ່ນໄດ້ເພັ່ງເລັງໃສ່
ການກວດຫາ ແລະການປິ່ນປົວການຕິດເຊື້ອວັນນະໂຣກ ທີ່ຍັງຫ້າວຫັນຢູ່ໃນທົ່ວໂລກ.
ແລະໄດ້ມີການສຸມຄວາມພະຍາຍາມໜ້ອຍກ່ວາຫລາຍ ໃສ່ການແກ້ໄຂພວກສາເຫດທີ່ພາ
ໃຫ້ເກີດພະຍາດ ທີ່ມີຄວາມສາມາດຕິດແປດໄດ້ຢ່າງສູງທາງລົມຫາຍໃຈຊະນິດນີ້. ທ່ານໝໍ
ແອນໂທນີ ໂຟຈີ (Anthony Fauci) ຜູ້ອໍານວຍການສະຖາບັນໂຣກພູມແພ້ແລະພະຍາດທີ່
ມາຈາກການຕິດເຊື້ອແຫ່ງຊາດສະຫະລັດ ເຊື່ອວ່າ ການປຸກລະດົມໃນການຕໍ່ຕ້ານພະຍາດ
ທີ່ເປັນໂຕການສັງຫານຄົນໃນລະດັບໂລກຊະນິດນີ້ ຈະມີປະສິດທິພາບແຮງຂຶ້ນ ຖ້າຫາກ
ພວກເຮົາ ກ່ອນອື່ນໝົດ ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງກວ່າເກົ່າວ່າ ເປັນຫຍັງຜູ້ຄົນຈຶ່ງເຈັບ
ປ່ວຍຍ້ອນໂຣກປອດແຫ້ງນີ້. ດຣ. ແອນໂທນີ ໂຟຈີ ກ່າວວ່າ:
“ເຖິງແມ່ນວ່າ ພວກເຮົາໄດ້ດໍາເນີນຄວາມພະຍາຍາມເພື່ອຄວບຄຸມພະຍາດນີ້ ແຕ່ກໍ
ຍັງມີຫລາຍກວ່າ 1 ລ້ານຄົນ ທີ່ກໍາລັງຈະເສຍຊີວິດຍ້ອນໂຣກ TB ນີ້ ແລະມີອີກ
ຫລາຍໆລ້ານຄົນ ທີ່ຕິດເຊື້ອພະຍາດດັ່ງກ່າວ. ພວກເຮົາຮູ້ດີວ່າມັນຍັງເປັນບັນຫາ
ທີ່ສໍາຄັນຫລາຍ. ສະນັ້ນແລ້ວ ພວກເຮົາຕ້ອງເຮັດໃນສິ່ງທີ່ແທດເໝາະກັບຕົວຈິງ ກໍຄື
ປິ່ນປົວຄົນ ແລະພ້ອມດຽວກັນນັ້ນ ກໍຕ້ອງດໍາເນີນການຄົ້ນຄ້ວາໃນຂັ້ນພື້ນຖານໄປນໍາ.”
ການສຶກສາຄົ້ນຄວ້າບັ້ນໃໝ່ ກ່ຽວກັບການແຜ່ລະບາດຂອງພະຍາດປອດແຫ້ງຢູ່ໃນທົ່ວ
ໂລກ ໂດຍພວກພັກຄົ້ນຄວ້າທີ່ມະຫາວິທະຍາໄລຄາລິຟໍເນຍ ທີ່ນະຄອນແຊນແຟຣນຊິສໂກ
ໃຫ້ຂໍ້ສະຫລູບວ່າ ການສູບຢາ ຊຶ່ງໃນຕົວຂອງມັນເອງແລ້ວ ກໍເປັນບັນຫາໃຫຍ່ໃນດ້ານສາ
ທາລະນະສຸກນັ້ນ ແມ່ນເປັນປັດໃຈສໍາຄັນອັນນຶ່ງ ທີ່ຕ້ານຢັນຄວາມພະຍາຍາມໃນການຄວບ
ຄຸມພະຍາດປອດແຫ້ງ ຫລື TB ນັ້ນ. ດຣ. ສະແຕນຕັນ ແກລນສ໌ (Stanton Glantz)
ຜູ້ຮ່ວມຂຽນບົດລາຍງານການສຶກສານີ້ ທັງເປັນຜູ້ອໍານວຍການຂອງສູນກາງຄົ້ນຄວ້າແລະ
ສຶກສາດ້ານການຄວບຄຸມຢາສູບຂອງມະຫາວິທະຍາໄລດັ່ງກ່າວ ເວົ້າວ່າ:
“ສິ່ງທີ່ບົດລາຍງານນີ້ສະແດງໃຫ້ເຫັນກໍຄື ໄດ້ມີການເອົາໄປເຊື່ອມໂຍງກັນຢ່າງຜິດ
ພາດ ສອງຂໍ້ທີ່ວ່າ ເຮົາບໍ່ສາມາດຄວບຄຸມພະຍາດປອດແຫ້ງໄດ້ ຖ້າຫາກເຮົາບໍ່ຄວບ
ຄຸມການສູບຢາ.”
ດຣ. ສະແຕນຕັນ ແກລນສ໌ ແລະ
ເພື່ອນຮ່ວມງານຂອງທ່ານ ໄດ້
ໃຫ້ຂໍ້ສັງເກດວ່າ ການສູບຢາບໍ່ໄດ້
ເປັນສາເຫດ ພາໃຫ້ເກີດພະຍາດ
ປອດແຫ້ງ. ພະຍາດດັ່ງກ່າວນີ້
ແມ່ນເກີດມາຈາກເຊື້ອແບັກທີ
ເຣຍ. ແຕ່ວ່າ ການສູບຢາ ແມ່ນ
ໄປບັງຄັບໃຫ້ລະບົບພູມຕ້ານ
ທານຂອງຄົນໃຫ້ຕໍ່າລົງ ແລະ
ເຮັດໃຫ້ມັນເປັນໄປໄດ້ຫລາຍທີ່
ວ່າ ຄົນຜູ້ນຶ່ງທີ່ປອດຕິດເຊື້ອພະ
ຍາດນີ້ ຊ້ອນແຝງຢູ່ແລ້ວນັ້ນ
ຈະກາຍເປັນພະຍາດປອດແຫ້ງ
ທີ່ຫ້າວຫັນ ແລະອາດເປັນກໍລະ
ນີຮ້າຍແຮງເຖິງຕາຍໄດ້ໃນທີ່ສຸດ. ດຣ. ສະແຕນຕັນ ແກລນສ໌ ກ່າວຕໍ່ໄປວ່າ:
“ການສູບຢາ ແລະການຖືກຄວັນຢາສູບ ຈະເຮັດໃຫ້ຈໍານວນຄົນທີ່ເປັນພະຍາດປອດແຫ້ງ
ຫລື TB ເພີ້ມຂຶ້ນປະມານ 7% ຊຶ່ງເຮັດໃຫ້ຈໍານວນຄົນທີ່ຄາດກັນວ່າ ຈະເສຍຊີວິດຍ້ອນ
ພະຍາດປອດແຫ້ງນີ້ເພີ້ມຂຶ້ນ ປະມານ 26% ນັບແຕ່ນີ້ ໄປເຖິງປີ 2050.”
ດຣ. ແກລນສ໌ ຍັງເຊື່ອວ່າ ການສຶກສາຄົ້ນຄວ້າຂອງທ່ານ ຊຶ່ງເປັນການຄົ້ນຄວ້າອັນທໍາອິດ ທີ່
ເອົາການສູບຢາ, ການຕິດເຊື້ອພະຍາດປອດແຫ້ງ ແລະອັດຕາການເສຍຊີວິດຂອງຄົນ ໄປພົວ
ພັນກັນໂດຍກົງນັ້ນ ໜ້າຈະໄດ້ຮັບຄວາມສົນໃຈຢ່າງໃຫຍ່ຫລວງ ຈາກບັນດາຜູ້ອອກນະໂຍ
ບາຍສາທາລະນະສຸກ ແລະພວກຊີ້ນໍາໂຄງການຄວບຄຸມພະຍາດປອດແຫ້ງ. ທ່ານກ່າວມ້ວນ
ທ້າຍວ່າ:
“ສະຫລຸບແລ້ວກໍຄືວ່າ: ຖ້າຫາກເຮົາຢາກຄວບຄຸມພະຍາດທີ່ເກີດມາຈາກການຕິດເຊື້ອໂຣກ
ປອດແຫ້ງ ທ່ານຈະຕ້ອງຄວບຄຸມອຸດສະຫະກໍາຜະລິດຢາສູບ ແລະຄວບຄຸມການດໍາເນີນ
ຄວາມພະຍາຍາມຂອງອຸດສະຫະກໍາຢາສູບ ທີ່ຈະເພີ້ມການໃຊ້ຢາສູບຂຶ້ນນັ້ນ, ໂດຍສະເພາະ
ແມ່ນ ຢູ່ໃນບັນດາປະເທດທີ່ກໍາລັງພັດທະນາ ບ່ອນທີ່ໂຣກປອດແຫ້ງເປັນບັນຫາໃຫຍ່ຢູ່ນັ້ນ.”
ການສຶກສາຄົ້ນຄວ້າຂອງ ດຣ. ແກລນສ໌ ຍັງໄດ້ທໍານາຍວ່າ ໃນຫລາຍໆເຂດຂອງໂລກພວມ
ພັດທະນາ ບ່ອນທີ່ພະຍາດປອດແຫ້ງໄດ້ ແຜ່ລະບາດຫລາຍຢູ່ແລ້ວນັ້ນ ສະພາບການຍິ່ງຈະ
ຮ້າຍແຮງລົງໄປຕື່ມ ຖ້າຫາກບໍລິສັດຢາສູບຍັງພາກັນສືບຕໍ່ຂະຫຍາຍຕະຫລາດຂອງເຂົາເຈົ້າ
ຢູ່. ບົດຄົ້ນຄວ້າດັ່ງກ່າວສະຫລຸບວ່າ ມາດຕະການຄວບຄຸມຢາສູບທີ່ແຂງຂັນ ຈະບໍ່ພຽງແຕ່
ຊ່ວຍເຮັດໃຫ້ບັນດາປະເທດເຫລົ່ານີ້ ສາມາດຕັດຮອນຈໍານວນຄົນທີ່ເປັນພະຍາດປອດບວມ,
ໂຣກຫົວໃຈ ແລະມະເຮັງ ປອດທີ່ສືບເນື່ອງມາຈາກການສູບຢາ ລົງໄດ້ເທົ່ານັ້ນ ແຕ່ຍັງຈະເຮັດ
ໃຫ້ສາມາດຫລີກລ້ຽງ ການເສຍຊີວິດຍ້ອນໂຣກປອດແຫ້ງ ທີ່ຈະເພີ້ມຂຶ້ນ ເປັນຈໍານວນຫລາຍ
ລ້ານຄົນນັ້ນ ໄດ້ອີກດ້ວຍ.