ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Tobacco-Control


ຢາສູບຍີ່ຫໍ້ຂອງອິນໂດເນເຊຍເອງ
ຢາສູບຍີ່ຫໍ້ຂອງອິນໂດເນເຊຍເອງ

ສົນ​ທີ​ສັນຍາໂຄງ​ຮ່າງ​ຄວມຄຸມຢາສູບ​ນີ້​ ​ກໍ​ານົດ​ໃຫ້​ມີ​ການ​ດໍາ​ເນີນ ​ຄວາມ​ພະຍາຍາມຫຼາຍ​ດ້ານດ້ວຍ​ກັນ ຕົວຢ່າງ​ເຊັ່ນ: ຂຶ້ນ​ລາຄາຢາສູບ, ຈໍາກັດ​ການ​ໂຄ​ສະ​ນາຢາສູບ​ ​ແລະ​ເກືອດ​ຫ້າມການ​ຂາຍ​ຢາສູບ​ໃຫ້​ພວກ​ເຍົາວະ​ຊົນ.

ທີ່​ອິນ​ໂດ​ເນ​ເຊຍ ​ເມື່ອ​ບໍ່​ນານມາ​ນີ້ ພວກນັກຮຽນ​ຊັ້ນ​ມັດທະ​ຍົມ​ປາຍ ​ໄດ້​ໂຮມ​ຊຸມນຸມປະ​ທ້ວງ​ພວກ​ບໍລິສັດຢາສູບ ຢູ່​ງານ​ສະ​ແດງ​ສິນຄ້າ​ທີ່ນະຄອນ ຫລວງ Jakarta. ອິນ​ໂດ​ເນ​ເຊຍ ຍັງບໍ່​ໄດ້​ລົງ​ນາມໃນ​ສົນ​ທິສັນ​ຍາ​ນາໆ​ຊາດ​ສະບັບທີ່​ກ່າວ​ມາ​ນັ້ນ ​ແຕ່​ວ່າ​ທາງ​ກະຊວງ​ສາທາລະນະ​ສຸກ​ໄດ້​ສະ​ເໜີ​ທີ່​ຈະເກືອດ​ຫ້າມ​ການ​ໂຄ​ສະ​ນາຢາສູບ ​ໃນທຸກໆ​ຮູບ​ແບບ.

ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງຂອງ​ກຸ່ມພັນທະ​ມິດຢາ​ສູບ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ທາງ​ກຸ່ມ​ການ​ຄ້າຢາສູບຂອງ​ຕົນ ​ເຫັນ​ພ້ອມ​ນໍາ​ການເກືອດ​ຫ້າມ​ການ​ໂຄ​ສະ​ນາ ຂາຍຢາສູບໃນທຸກໆ​ຮູບ​ແບບ ​ໃຫ້ພວກ​ເຍົາວະ​ຊົນນັ້ນ ​ແຕ່​ລາວ​ເວົ້າວ່າ​ ພວກບໍລິສັດ​ຢາສູບ​ຄວນສາມາດ​ເຈາະ​ຕະຫລາດ​ເພື່ອ​ນໍາ​ສະ​ເໜີ​ສິນຄ້າ​ຂອງ​ພວກ​ເຂົາ​ເຈົ້າ​ຕໍ່​ພວກ​ຜູ້​ໃຫ່ຽ​ໄດ້ ​ຄື​ກັນສິນຄ້າ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຢ່າງ​ອື່ນ.

ຊາວ​ສວນ​ທີ່​ປູ​ກສາສູບ​ເພື່ອການ​ຄ້າ​ນັ້ນ​ແມ່ນ​ເປັນ​ຫ່ວງ​ເປັນ​ໃຍ​ໃນ​ຫຼາຍໆ​ມາດຕາ​ການ ທີ່​ໄດ້​ມີ​ການນຳສະ​ເໜີ​ຕໍ່​ກອງ​ປະຊຸມ​ໃນ​ອາທິດ​ນີ້ ​ທີ່​ປະ​ເທດ Uruguay ນັ້ນ ຊຶ່ງ​ນຶ່ງໃນ​ນັ້ນ​ກໍ​ຄື​ການ​ເກືອດ​ຫ້າມ​ສ່ວນ​ປະສົມ​ຊະນິດ​ນຶ່ງ​ ທີ່​ພາ​ໃຫ້​ຕິດ ທີ່ນໍາ​ໃຊ້​ປະສົມ​ໃນ​ຢາສູບ “burley” ​ແຕ່​ໃດໆ​ມາ ​ຕາມປະ​ເພນີ​ດັ່ງ​ເດີມນັ້ນ ຊຶ່ງຕົ້ນຢາ​ສູບ​ຊະນິດ​ນີ້​ແມ່ນ​ປູກ​ຢ່າງ​ກວ້າງຂວາງ​ໃນທະວີບອາ​ຟຣິກາ​ ແລ​ະໃຊ້​ກັນຢ່າງ​ແຜ່ຫຼາຍ​ໃນຢາ​ສູບແບບສະຕາຍຂອງອະ​ເມຣິກາ ທີ່ຄົນ​ນິຍົມ​ຊົມ​ໃຊ້​ກັນ​ ​ໃນທົ່ວ​ໂລກ.

ແຕ່​ພວກນັກ​ເສດຖະສາດ ທີ່ NKC ກຸ່ມ​ນັກຄົ້ນຄວ້າໃນ South Africa ກ່າວ​ວ່າ​ ຫລັກ​ຊີ້​ນໍາ​ກ່ຽວ​ກັບ​ຢາ​ຊະນິດນີ້ ຈະ​ສາມາດ​ສົ່ງ​ຜົນ​ກະທົບຕໍ່ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວສວນອາ​ຟຣິກາ ຈໍານວນ​ຫຼາຍລ້ານ​ຄົນ ຜູ້​ທີ່​ກາງ​ຕໍ່​ໃສ່​ການ​ປູກຢາ​ສູບ ລ້ຽງ​ຊີບ​ນັ້ນ. ລາຍ​ງານເວົ້າວ່າ ​ ​ເກືອບ 4 ລ້ານ​ຄົນ ໃນ ປະ​ເທດ Mozambique, Uganda, Zambia Zimbabwe ​ແມ່ນ​ຈະໄດ້​ຮັບ​ຜົນ​ກະທົບ​ ຢ່າງຮ້າ​ຍ​ແຮງ​ສຸດ.

ຢູ່ສະຫະລັດນີ້ ນັບ​ຕັ້ງ​ແຕ່​ເດືອນມີ​ຖຸນາ​ເປັນ​ຕົ້ນ​ມາ ທາງການ​ໄດ້ເກື​ອດຫ້າມ​ພວກບໍລິສັດ​ຢາສູບທັງ​ຫຼາຍ​ ບໍ່ໃຫ້ໃຊ້ຂໍ້​ມູນທີ່​ພາ​ໃຫ້​ເຂົ້າ​ໃຈ​ຜິດໆ ຢູ່​ບົນ​ຊອງ ຢາ ​ເຊັ່ນ​ໃຊ້ ຄໍາ​ວ່າ​ “ອ່ອນ”, “ກາງ”, “ມີ​ Tar ​ໃນ​ປະລິມານຫນ້ອຍ” ​ເປັນ​ຕົ້ນ.

ໃນ​ອາທິດ​ແລ້ວ​ນີ້ ທາງ​ເຈົ້າ​ໜ້າທີ່ສາ​ທະ​ລະນະ​ສຸກ​ຂອງ​ສະຫະລັດໄດ້​ປະ ກາດກ່ຽວ​ກັບ​ການເອົາ​ບາດກ້າວໃໝ່​ ເພື່ອ​ທີ່​ຈະ​ຄວມຄຸມ​ຢາສູບ​ນີ້ ຊຶ່ງຮວມ ທັງການສະເໜີ​ ໃຫ້ຂຽນຂໍ້ຄວາມເຕືອນເຖິງ​ໄພອັນຕະລາຍຕໍ່ສຸຂະພາບ ດ້ວຍ​ໂຕ​ໜັງສື​ທີ່​ໃຫຍ່​ແລະ​ເຫັນ​ໄດ້​ງ່າຍ​ຂຶ້ນ ຢູ່​ບົນຊອງຢາສູບ ແລະການ ໂຄສະນາຢາສູບຕ່າງໆນັ້ນນໍາ.

ນອກ​ນີ້​ແລ້​ວ ທາງການສະຫະລັດຍັງຕ້ອງການທີ່ຢາກຈະໃຫ້ມີຄໍາເຕືອນ ກ່ຽວ​ກັບອັນຕະລາຍຂອງຢາສູບ ​ແບບ​ເປັນຮູບພາບນັ້ນ​ອີກ ພາຍໃນສອງ ປີ ຊຶ່ງຂໍ້ສະເໜີຮູບທີ່​ໄດ້​ຍົກ​ຂຶ້ນ​ມາ​ນັ້ນ ມີ​ໂຮມ​ທັງແມ່ຍິງທີ່ພົ່ນຄັວນຢາສູບ ​ໃສ່​ໜ້າ​ຂອງລູກນ້ອຍ​ ​ແລະ​ຮູບຂອງ​ປອດທີ່​ຖືກ​ເສຍ​ຫາຍ​ເປັນ​ພະຍາດ​ຍ້ອນ​ສູບຢາ​ນັ້ນ ຢູ່​ຄຽງຂ້າງ​ກັບ​ຮູ​ບປອດ​ທີ່​ມີ​ສຸຂະ​ພາບ​ທີ່​ສົມບູນ​ແຂງ​ແຮງ​ດີ ​ນັ້ນ​ນຳ.
ທ່ານ​ສາມາດ​ຫາ​ຂໍ້​ມູນ​ເພີ່ມ​ຕື່ມ​ກ່ຽວ​ກັບ​ຮູບ​ພາບ​ທີ່​ນຳ​ສະ​ເໜີ​ນັ້ນ​ໄດ້ໃນ link ທີ່ voaspecialenglish.com

VS/VOA

XS
SM
MD
LG