ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາຍງານພິເສດ ຈາກ ກະຊວງຕ່າງປະເທດ ສະຫະລັດ ກ່ຽວກັບ ການເກັບກູ້ລະເບີດທີ່ບໍ່ທັນແຕກ


ທ່ານ Stanley Brown ຫົວໜ້າຫ້ອງການການເມືອງ-ກິດຈະ
ການທະຫານ ການຍົກຍ້າຍອາວຸດທີ່ຕົກຄ້າງ ແລະ ບັນເທົາ
ທຸກ (PM\WRA) ລາຍງານການເກັບກູ້ລະເບີດຢູ່ທົ່ວໂລກ ທີ່ National Press ນະຄອນຫລວງວໍຊິງຕັນ ດີ.ຊີ
ທ່ານ Stanley Brown ຫົວໜ້າຫ້ອງການການເມືອງ-ກິດຈະ ການທະຫານ ການຍົກຍ້າຍອາວຸດທີ່ຕົກຄ້າງ ແລະ ບັນເທົາ ທຸກ (PM\WRA) ລາຍງານການເກັບກູ້ລະເບີດຢູ່ທົ່ວໂລກ ທີ່ National Press ນະຄອນຫລວງວໍຊິງຕັນ ດີ.ຊີ

ໃນ​ຕອນ​ທ່ຽງ​ວັນ​ສຸກ ທີ 6 ​ເດືອນພະ​ຈິກ ​ວານນີ້ ຢູ່​ທີ່ ອົງ​ການ​ຂ່າວ​ແຫ່ງ​ຊາດ ຫລື National Press ທີ່ ​ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ ດີ​.ຊີ ທ່ານ Stanley Brown ຫົວໜ້າ​ຫ້ອງການ ດ້ານການ​ເມືອງ-ກິດຈະການ​ທະຫານ ການ​ຍົກຍ້າຍ​ອາວຸດ​ທີ່​ຕົກ​ຄ້າງ ​ແລະ​ບັນ​ເທົາ (PM\WRA) ໄດ້ລາຍ​ງານ​ກ່ຽວ​ກັບ ​ວຽກ​ງານຂອງ ກະ​ຊວງ​ຕ່າງ​ປະ​ເທດ ທີ່​ພົວ​ພັນ​ກັບ​ກ​ານ​ໃຫ້ທຶນເກັບ​ກູ້​ລ​ະ​ເບີດ​ທີ່​ຕົກ​ຄ້າງບໍ່​ທັນ​ແຕກ​ຢູ່​ທົ່ວ​ໂລ​ກ ຈາກສົງ​ຄາມປາງ​ຕ່າງໆ.

ເປັນ​ເວ​ລາ​ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ສະ​ຫະ​ລັດ ໄດ້​ເປັນ​ຜູ້​ນຳ​ໜ້າ​ສາ​ກົນ ເພື່ອ​ຫລຸດຜ່ອນການ​ຂົ່ມ​ຂູ່​ຢູ່​ທົ່ວ​ໂລກ​ແກ່​ພົນ​ລ​ະ​ເຮືອນ ຈາກ​ລະ​ເບີດ​ຝັງ​ດິນ ​ລະ​ເບີດ​ລູກວ່ານ ທີ່​ຮູ້​ກັນວ່າ UXO ແລະ​ລະ​ເບີດ​ຕ່າງໆທີ່ຍັງ​ຕົກ​ຄ້າງ​ຈາກ​ສົງ​ຄາມ ຊຶ່ງ ປະ​ເທດ​ລາວ​ແມ່ນຕົກ​ຢູ່​ອັນ​ດັບ​ສາມ ຂອງ​ສິບ​ປະ​ເທດ ​ແລະໄດ້​ຮັບ​ທຶນໃນ​ປີ 2014 ເຖິງ 13 ລ້ານກວ່າ​ໂດ​ລາ. ​

ພຽງ​ແຕ່ 15 ປິ​ທີ່​ຜ່ານ​ມາ ລະ​ເບີດ​ຝັງ​ດິນ ແລະ​ລະ​ເບີດ​ທີ່​ຕົກ​ຄ້າງ​ອຶ່ນໆ​ຂອງ​ສົງ​ຄາມ ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ຫລື​ໄດ້​ຮັບ​ບາດ​ເຈັບ​ເກືອບ 10,000 ຄົນ​ຮ່ວມ​ທັງ​ຜູ້​ຊາຍ ຜູ້​ຍິງ ແລະ​ເດັກ​ນ້ອຍ​ ໃນ​ແຕ່​ລະ​ປີຢູ່​ທົ່ວ​ໂລກ ແລະ​ຫລາຍກວ່າ 25 ຄົນ​ໃນ​ແຕ່​ລະ​ມື້. ຍ້ອນ​ການ​ນຳ​ພາ​ຂອງ ສະ​ຫະ​ລັດ ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ງານ ອົງ​ການ​ສາ​ກົນ ຕ່າງໆທີ່​ບໍ່ຂຶ້ນກັບ​ລັດ​ຖະ​ບານ ແລະ​ບັນ​ດາ​ປະ​ເທດ​ເຈົ້າ​ພາບ ຈຳ​ນວນລະ​ເບີດ ທີ່​ບໍ່​ທັນ​ແຕກ ບັດ​ນີ້​ໄດ້​ຫລຸດຜ່ອນ​ລົງ​ມາ​ຢູ່​ກວ່າ 60 ເປີ​ເຊັນ. ລາຍ​ງານນີ້​ມີ​ຊື່​ວ່າ to Walk the Earth in Safety ຫລື “ຍ່າງ​ຢູ່​ໜ້າ​

ດິນ​ດ້ວຍຄວາມ​ປອດ​ໄພ” ​ຊຶ່ງ​ເປັນ​ລາຍ​ງານ​ຂອງ ສະ​ຫະ​ລັດ ໃນ​ຄວາມ

​ພະ​ຍ​າຍາມ​ຕໍ່​ສູ້​ກັບ​ການ​ຂົ່ມ​ຂູ່ ຄວາມ​ກ້າວ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ປະ​ຕິ​ບັດມາ ແລະ​ຍັງ​ມີ​ວຽກ​ງານ​ທີ່​ຈະ​ຕ້ອງ​ໄດ້​ເຮັດຕໍ່​ໄປ​ໃນ​ຂ້າງໜ້າ.

ປ​ະ​ເທດ​ລາວ ໄດ້​ປະ​ສົບ​ກັບ​ການ​ຖືກຖີ້ມລະ​ເບີດ​ຫລາຍ​ທີ່​ສຸດ ໃນ​ປາງ​ສົງ​ຄາມ​ຊຸມ​ປີ 1960 ແລະ 1970 ລະ​ເບີດ​ຝັງ​ດິນ ແລະ​ລະ​ເບີດ​ລູກວ່​ານ UXO ທີ່​ຍັງ​ຕົກ​ຄ້າງຊຶ່ງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນຢູ່​ໃນ 17 ແຂວງ ທີ່​ສ້າງ​ຜົນ​ກະ​ທົບ​ອັນ​ໃຫຍ່​ຫລວງ​ໃຫ້ແກ່​ພົນ​ລະ​ເມືອງ.

​ການ​ເກັບ​ກູ້​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ​ຢູ່​ໃນ ສ​ປ​ປ ລາວ ຍັງ​ດຳ​ເນີນ​ປະ​ຕິ​ບັດ​ງານ​ຢູ່​ ໃນ​ປັດ​ຈຸ​ບັນ​ນີ້ ແລະ​ບໍ່​ມີ​ກຳ​ນົດ​ເວລາ​ທີ່ບອກໄດ້​ວ່າ ​ວັນ​ໃດ ​ແລະ​ອີກ​ຈັກ​ປີ ຈະສີ້ນ​ສຸດ.

XS
SM
MD
LG