ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຈະ​ໃສ່ ຫລື​ບໍ່​ໃສ່​ໜ້າ​ກາກ?


ໜ້າ​ກາກ​ຫາຍ​ໃຈ N95 ທີ່​ບໍ່​ເສຍ​ເງິນ ສະ​ໜອງ​ໂດຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ສະ​ຫະ​ລັດ ຢູ່ນອກ​ຮ້ານ​ຂາຍ​ຢາ​ ທີ່ຕະ​ຫຼາດ​ຂາຍ​ເຄື່ອງ​ກິນ​ແຫ່ງ​ນຶ່ ໃນ​ເມືອງ​ແຈັກ​ສັນ ​ລັດ​ມິ​ສ​ຊິ​ສ​ສິບ​ປີ​ ​ເມື່ອ​ວັນ​ທີ 2 ກຸມ​ພາ 2022.
ໜ້າ​ກາກ​ຫາຍ​ໃຈ N95 ທີ່​ບໍ່​ເສຍ​ເງິນ ສະ​ໜອງ​ໂດຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ສະ​ຫະ​ລັດ ຢູ່ນອກ​ຮ້ານ​ຂາຍ​ຢາ​ ທີ່ຕະ​ຫຼາດ​ຂາຍ​ເຄື່ອງ​ກິນ​ແຫ່ງ​ນຶ່ ໃນ​ເມືອງ​ແຈັກ​ສັນ ​ລັດ​ມິ​ສ​ຊິ​ສ​ສິບ​ປີ​ ​ເມື່ອ​ວັນ​ທີ 2 ກຸມ​ພາ 2022.

ລັດ​ຖະ​ບານ​ຂອງ​ທ່ານ​ໄບ​ເດັນ ​ທີ່ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ການ​ກົດ​ດັນ​ເພີ້ມ​ຂຶ້ນ​ຈາກ​ຜູ້​ປົກ​ຄອງ​ລັດ​ທີ່​ພວມ​ຈະ​ໝົດ​ຄວາມ​ອົດ​ທົນ​ແລ້ວນັ້ນ ຮັບ​ຮູ້​ເປັນ​ເທື່ອ​ທຳ​ອິດ​ວ່າ ​ຕົນກຳ​ລັງ​ຮ່າງ​ແຜນ​ການ ​ເພື່ອ​ນຳ​ພາ​ປະ​ເທດ​ຊາດຈາກ​ໄລ​ຍະຮັບ​ມື​ສຸກ​ເສີນ​ກັບ​ໂຣກ​ລະ​ບາດ ໄປ​ສູ່​ການ​ຮັບ​ມື​ແຫ່ງ​ຊາດ​ທີ່​ມີ​ການ​ໂຍະ​ຍານ​ຜ່ອນ​ຜັນ​ຫຼາຍ​ຂຶ້ນ ຮວມ​ທັງຢຸດ​ເຊົາ​ໃນ​ການ​ແນະ​ນຳ​ຂອງ​ລັດ​ຖະ​ບານ​ກາງ​ ເພື່ອ​ໃຫ້​ໃສ່​ໜ້າ​ກາກ ເວ​ລາ​ຢູ່​ຂ້າງ​ໃນຕຶກ​ອາ​ຄານ​ຕ່າງໆ.

ທ່ານ​ນາງ​ເຈັນ ຊາ​ກິ ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດ​ທີ່​ຜ່ານ​ມານີ້​ວ່າ “ພວກ​ເຮົາ​ກຳ​ລັງ​ປຶກ​ສາ​ຫາ​ລື​ກັນ​ພາຍ​ໃນ ແນ່ນອນ ໃນ​ອັນ​ທີ່​ເບິ່ງ​ຄື​ວ່າ ເປັນ​ໄລ​ຍະ​ຂອງການຕໍ່​ສູ້​ຕ້ານ​ໂຣກ​ລະ​ບາດ​ໂຄວິດ​ບ່ອນ​ທີ່​ມັນຈະ​ບໍ່ເປັນ​ການ​ລົບ​ກວນ​ຕໍ່​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ທຸກໆ​ຄົນ. ພວກ​ເຮົາ​ຮູ້​ວ່າ​ທຸກ​ຄົນ​ແມ່ນ​ອິດ​ເມື່ອຍ​ ກັບໂຣກ​ລະ​ບາດນີ້. ພວກ​ເຂົາ​ເຈົ້າ​ອິດ​ເມື່ອຍ​ກັບ​ການ​ໃສ່​ໜ້າ​ກາກ.”

ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະ​ຍາດ​ຂອງ​ສະ​ຫະ​ລັດ ​ຫຼື CDC ໃນ​ປັດ​ຈຸ​ບັນ​ນີ້ ​ແນະນຳ “​ໃຫ້​ໃສ່​ໜ້າ​ກາກ​ເວ​ລາ​ຢູ່​ຂ້າງ​ໃນ” ຮວມ​ທັງ​ຢູ່​ໃນ​ທຸ​ລະ​ກິດ​ແລະ​ໂຮງ​ຮຽນຕ່າງໆ “ບໍ່​ວ່າ​ຈະ​ມີ​ສະ​ຖາ​ນະ​ພາບ​ແບບ​ໃດ​ໃນ​ການ​ສັກ​ຢາ​ວັກ​ຊີນ​ ແລະ​ລັດ​ຕ່າງໆມີ​ຂໍ້​ບັງ​ຄັບ​ແບບ​ໃດ.”

ໃນ​ຂະ​ນ​ະທີ່​ບາງ​ລັດ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ຂອງ CDC ກ່ຽວ​ກັບ​ລະ​ບຽບ​ໃນການ​ປ້ອງ​ກັນ​ໂຣກ​ລະ​ບາດ ຊຶ່ງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໄປ ຈາກ​ລັດ​ນຶ່ງ​ຫາ​ອີກ​ລັດນຶ່ງ ​ກ່ຽວ​ກັບ​ຂໍ້​ບັງ​ຄັບ​ໃຫ້​ໃສ່ໜ້າ​ກາກ, ການ​ສັກ​ຢາ​ວັກ​ຊ​ກີນ ແລະ​ການກວດ.

COVID-19 Stringency Index
COVID-19 Stringency Index

ປັດ​ຈຸ​ບັນ​ນີ້ມີ​ຫຼາຍໆ​ລັດ​ໄດ້​ມີ​ການ​ໂຍະ​ຍານ​ຜ່ອນ​ຜັນ​ກ່ຽວ​ກັບ​ກົດ​ລະ​ບຽບ​ໃນ​ການປ້ອງ​ກັນໄວ​ຣັ​ສ​ໂຄ​ໂຣ​ນາ ຮວມ​ທັງ​ນິວຢອກ ແມັ​ສ​ຊາ​ຈູ​ແຊັ​ສ ນິວ​ເຈີ​ຊີ ຄາ​ລີ​ຟໍເນຍ ຄອນ​ເນັກ​ຕິ​ຄັດ ເດ​ລາ​ແວ ອິ​ລ​ລີ​ນອຍ ໂຣດ​ອາຍ​ແລນ ແລະ ​ວໍ​ຊິງ​ຕັນ. ການ​ປ່ຽນ​ແປງ​ກົດ​ລະ​ບຽບ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທັງ​ຂອງ​ຜູ້​ປົກ​ຄອງ​ລັດ​ທີ່​ສັງ​ກັດ​ພັກຣີ​ພັບ​ບ​ລີ​ກັນ​ແລະ​ເດ​ໂມ​ແຄ​ຣັດ ຮວມ​ທັງ​ຍົກ​ເລີກ​ຂໍ້​ບັງ​ຄັບ​ໃຫ້​ໃສ່​ໜ້າ​ກາກ​ຢູ່​ຂ້າງໃນ​ຕຶກ​ອາ​ຄານ ໃນ​ບາງ​ສະ​ຖາ​ນະ​ການ ເຊັ່ນ​ວ່າ​ໂຮງ​ຮຽນ​ແລະ​ທຸລະ​ກິດ​ຕ່າງໆ ຕະ​ຫຼອດ​ທັງ​ການ​ຍົກ​ເລີກ​ໃນ​ການ​ບັງ​ຄັບ​ໃຫ້​ສັກ​ຢາ​ວັກ​ຊີນ.

ທ່ານ​ນາງ​ຊາ​ກິຢືນ​ຢັດ​ວ່າ ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ເຂົ້າ​ໃຈ​ດີ​ເຖິງ​ຄວາມຈຳ​ເປັນ​ໃນ​ການ​ປັບ​ໂຕ​ໄດ້ ແຕ່​ພວກ​ເຂົາ​ເຈົ້າ​ກໍ​ປະ​ຕິ​ບັດ​ຕາມ​ຄຳ​ແນະ​ນຳ​ຂອງ​ນັກຊ່ຽວ​ຊານ​ທາງ​ດ້ານ​ການ​ແພດ ທີ່​ກາງ​ຕໍ່​ຫຼັກ​ຖານ​ທາງ​ດ້ານ​ວິ​ທະ​ຍາ​ສາດ.

ທ່ານ​ນາງ​ກ່າວ​ວ່າ “ນັ້ນ​ບໍ່​ໄດ້​ມີ​ການ​ເຄື່ອນ​ໄຫວ ໄວ​ເທົ່າ​ກັບ​ເລື້ອງ​ການ​ເມືອງ ມັນເຄື່ອນ​ໄຫວ​ຕາມ​ຄວາມ​ໄວ​ຂອງ​ຂໍ້​ມູນ.

ອົງ​ການ CDC ກ່າວ​ວ່າ ຕົນ​ພວມ​ຮ່າງ​ຄຳ​ແນະ​ນຳ​ໃໝ່.

ຜູ້​ອຳ​ນວຍ​ການ​ອົງ​ການ CDC ດ​ຣ. ໂຣ​ແຊ​ລ ວາ​ເລັນ​ສ​ກີ ກ່າວ​ໃນ​ມື້​ວັນ​ພຸດນີ້​ວ່າ “ພວກ​ເຮົາ​ກຳ​ລັງ​ເຮັດ​ວຽກ ສຳ​ລັບ​ທ່າ​ອຽງ​ໃນ​ປັດ​ຈຸ​ບັນ​ນີ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG