ກໍາປັ່ນທ່ອງທ່ຽວລໍານຶ່ງ ໄດ້ລ່ອງອອກຈາກເມືອງ Southampton ຂອງປະເທດອັງກິດ
ສູ່ມະຫາສະມຸດແອັດແລນຕິກ ມຸ່ງໜ້າມາຍັງສະຫະລັດ ໃນວັນອັາທິດ ວານນີ້ ເພື່ອຈະແລ່ນ
ໄປຕາມ ເສັ້ນທາງເດີມຂອງເຮືອກໍາປັ່ນ Titanic ທີ່ໄດ້ຫຼົ້ມ ຈົມລົງທະເລເມື່ອ 100 ປີກ່ອນໜ້ານີ້.
ໃນບັນດາ ຜູ້ໂດຍສານທີ່ອອກເດີນທາງມາຍັງ New York ໂດຍກໍາປັ່ນ Balmoral
ນັ້ນ ຫລາຍໆຄົນແມ່ນຍາດຕິພີ່ນ້ອງຂອງພວກ ທີ່ໄດ້ເສຍຊີວິດໄປໃນເວລາທີ່ ກໍາປັ່ນ
Titanicແລ່ນເຂົ້າຕໍາແຜ່ນນໍ້າແຂງກາງທະເລໃນຕອນເດິກ ແລະຈົມລົງໃນມະຫາສະມຸດ
ແອັດແລນຕິກຕອນເໜືອນັ້ນ ໃນຕອນເຊົ້າມືດ ຂອງວັນທີ່ 15 ເດືອນເມສາ 1912.
ໃນການລ່ອງເຮືອກໍາປັ່ນ ເພື່ອລະລຶກເຖິງໂສກນາດຕະກໍາໃນຄັ້ງນັ້ນ ແມ່ນຈະມີການຢຸດ
ແຫວ່ຈອດຢູ່ບ່ອນທີ່ ເຮືອ Titanic ຈົມລົງ. ພວກຜູ້ໂດຍສານແລະພະນັກງານລູກເຮືອ
ຈະໄດ້ປະກອບສ່ວນທໍາພິທີໄຫວ້ອາໄລລະລຶກເຖິງພວກທີ່ໄດ້ຮັບເຄາະໃນຄັ້ງນັ້ນ.
ພວກຈັດການເຮືອສໍາລານ Balmoral ໄດ້ກໍ່ສ້າງທຸກສິ່ງທຸກຢ່າງໃນເຮືອ ໃຫ້ໃກ້ຄຽງກັບ
ຢູ່ໃນປັ່ນ Titanic ຫລາຍທີ່ສຸດ ແລະກໍໄດ້ມີພວກຜູ້ໂດຍສານຈໍານວນນຶ່ງ ທີ່ສ່ວມໃສ່ເສື້ອ
ຜ້າແບບເກົ່າ ຍ້ອນຍຸກ ໃນປີ 1912. ພ້ອມນີ້ຍັງມີວົງດົນຕີ ທີ່ຈະສະແດງສົດ ແລະຫລິ້ນ
ເພງໃນຊຸມປີນັ້ນນໍາ.
ຫຼາຍກວ່າ 1,500 ຄົນເສຍຊີວິດ ໃນກໍາປັ່ນ Titanic ທີ່ເຂົ້າໃຈກັນວ່າ ອອກແບບໃຫ້ທົນ
ທານ ບໍ່ຈົມນໍ້ານັ້ນ ເວລາມັນຈົມລົງ ໃນມະຫາສະມຸດ Atlantic ເໜືອ ທີ່ເຕັມໄປດ້ວຍ
ນໍ້າແຂງນັ້ນ.
ເບິ່ງວິດີໂອ ເປັນພາສາອັງກິດ ກ່ຽວກັບກໍາປັ່ນ Titanic ທີ່ຫລົ້ມເມື່ອ 100 ປີກ່ອນ: