ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົບພະຍົບ ເດີນທາງ ດ້ວຍການຍ່າງ ແລະໂດຍທາງລົດ ໄປອອສເຕຣຍ


Tipping Points on the Road to Europe's Refugee Crisis
please wait

No media source currently available

0:00 0:02:37 0:00

ອອສເຕຣຍໄດ້ຕ້ອນຮັບອົບພະຍົບປະມານ 3,000 ຄົນ ຢູ່ສະຖານ
ທີ່ສອງແຫ່ງ ໃນຕອນເຊົ້າວັນເສົາມື້ນີ້.

ອົບພະຍົບປະມານ 1,500 ຄົນໄດ້ພາກັນຍ່າງຂ້າມຊາຍແດນຈາກ
ຮັງກາຣີເຂົ້າໄປໃນອອສເຕຣຍທີ່ເມືອງ Nickelsdorf ບ່ອນທີ່ພວກ
ເຂົາເຈົ້າໄດ້ຖືກຕ້ອນຮັບໂດຍຕຳຫລວດ ແລະສະມາຊິກສະພາກາ
ແດງຊຶ່ງໄດ້ຊ່ອຍເຂົາເຈົ້າ ໃຫ້ຂຶ້ນລົດເມເພື່ອມຸ່ງໜ້າສູ່ນະຄອນຫຼວງ
ວຽນນາ.

ສ່ວນທີ່ເມືອງຊາຍແດນອີກແຫ່ງນຶ່ງນັ້ນອົບພະຍົບປະມານ 1,600
ຄົນ ທີ່ເດີນທາງ ໂດຍລົດເມ ຂອງຮັງກາຣີ ໄດ້ໄປເຖິງ ເມືອງ Heili-
genkreuz ບ່ອນທີ່ພວກເຂົາເຈົ້າໄດ້ຖືກສົ່ງຂຶ້ນລົດເມອີກຕໍ່ນຶ່ງເພື່ອເດີນທາງໄປຍັງນະຄອນ
ຫຼວງວຽນນາ ແລະເມືອງ Graz ຫົວເມືອງໃຫຍ່ອັນດັບສອງຂອງອອສເຕຣຍ.

ພັນຕຳຫຼວດໂທ Manfred Tschank ຜູ້ບັນຊາການຕຳຫຼວດທ້ອງຖິ່ນກ່າວວ່າ “ພວກເຮົາ ມອງເຫັນພາບແລ້ວວ່າ ສະຖານະການເປັນແນວໃດຢູ່ທີ່ຊາຍແດນແຫ່ງອື່ນໆບ່ອນທີ່ຜູ້ຄົນ ໄດ້ຖືກປະຕິບັດຕໍ່ແບບບໍ່ດີນັ້ນ. ພວກເຮົາຕຳຫຼວດອອສເຕຣຍ ຊຶ່ງໄດ້ຮັບຄວາມຊ່ອຍເຫຼືອ ຈາກກອງທັບແມ່ນມີວິທີການທີ່ແຕກຕ່າງໜ້ອຍນຶ່ງ. ພວກເຮົາພະຍາຍາມເຮັດໃຫ້ຜູ້ຄົນສະ ຫງົບລົງ ພວກເຮົາພະຍາຍາມ ສ້າງບັນຍາກາດແຫ່ງຄວາມໄວ້ເນື້ອເຊື່ອໃຈ ແລະພວກເຮົາ ມາຮອດເວລານີ້ ແມ່ນໄດ້ປະສົບກັບຄວາມສຳເລັດ. ຜູ້ຄົນຮູ້ສຶກມີຄວາມປອດໄພຫຼາຍຂຶ້ນ ຢູ່ອອສເຕຣຍ ກວ່າຢູ່ປະເທດອື່ນໆ ນີ້ແມ່ນເປັນຜົນດີ ສຳລັບພວກເຮົາ ແຕ່ມັນຍັງເປັນຜົນ ດີສຳລັບຜູ້ຄົນເຫຼົ່ານີ້ນຳດ້ວຍ.”

ໂຄຣເອເຊຍໄດ້ສົ່ງອົບພະຍົບຢ່າງໜ້ອຍ 1,000 ຄົນໄປຮັງກາຣີ ໂດຍທາງລົດໄຟແລະລົດ ເມໃນມື້ວັນສຸກວານນີ້ ຫລັງຈາກທີ່ໄດ້ກ່າວວ່າ ຕົນບໍ່ສາມາດຈົດທະບຽນຫລືໃຫ້ການຕ້ອນ ຮັບພວກທີ່ໄປຮອດໃໝ່ ໄດ້ຕື່ມອີກ.

ພວກອົບພະຍົບ ຫລັງຈາກນັ້ນ ກໍໄດ້ຖືກຮັງກາຣີສົ່ງຂຶ້ນລົດໄຟ ແລະລົດເມອີກ ທີ່ຕຳຫຼວດ ກ່າວວ່າ ມຸ່ງໜ້າໄປສູ່ບ່ອນຈົດທະບຽນທີ່ຢູ່ໃກ້ກັບຊາຍແດນອອສເຕຣຍ.

ພວກອົບພະຍົບຈຳນວນຫຼວງຫຼາຍໄດ້ລໍຖ້າເປັນເວລາຫຼາຍໆຊົ່ວໂມງຢູ່ເທິງລົດໄຟທີ່ຮ້ອນ ເອົ້າ ໃນວັນສຸກວານນີ້ ຂະນະທີ່ພວກເຂົາເຈົ້າພະຍາຍາມຈັດແຈງຊຶ່ງໃນບາງຄັ້ງບາງຄາວ ກໍເຕັມໄປດ້ວຍຄວາມສັບສົນແລະຂັດແຍ້ງໃນການຕັດສິນໃຈເລື້ອງຊາຍແດນຂອງບັນດາ ປະເທດໃນຢູໂຣບ ທີ່ພວມປະເຊີນກັບຄື້ນຟອງການລັ່ງໄຫລຂະໜາດໃຫຍ່ ຂອງພວກອົບ ພະຍົບ ຊຶ່ງສ່ວນໃຫຍ່ແມ່ນມາຈາກປະເທດຕ່າງໆທີ່ປະສົບໄພສົງຄາມເຊັ່ນ ຊີເຣຍ ອັຟກາ ນິສຖານແລະອີຣັກ.

ໃນຕອນເຊົ້າວັນສຸກວານນີ້ນາຍົກລັດຖະມົນຕີໂຄຣເອເຊຍທ່ານ Zoran Milanovic ກ່າວ ວ່າ ປະເທດຂອງທ່ານບໍ່ສາມາດ ແລະຈະບໍ່ປິດຊາຍແດນ ແຕ່ຈະສົ່ງອົບພະຍົບຕໍ່ໄປຍັງຮັງ ກາຣີຫລັງຈາກພວກອົບພະຍົບຫຼາຍກວ່າ 17,000 ຄົນໄດ້ຂ້າມຊາຍແດນເຂົ້າໄປໃນໂຄຣ ເອເຊຍ ໃນໄລຍະພຽງ 3 ມື້ເທົ່ານັ້ນ.

Europe Migrants
please wait
Embed

No media source currently available

0:00 0:02:03 0:00

XS
SM
MD
LG