ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ທີ​ນາ ມະ​ຫາ​ລາດ, ສະ​ມາ​ຊິກ​ສະ​ພາ​ສູງປະ​ຈຳ ​ລັດ​ໂອຮາຍ​ໂອ ກຳ​ລັງ​ອອກ​ໂຄ​ສະ​ນາ​ຫາ​ສຽງ​ຢ່າງ​ໜັກ ສຳ​ລັບ​ການ ເລືອກ​ຕັ້ງກາງ​ສະ​ໄໝ​


​ທ.ນ. ທີ​ນາ ມະ​ຫາ​ລາດ, ສະ​ມາ​ຊິກ​ສະ​ພາ​ສູງເຊື້ອ​ສາຍ​ລາວປະ​ຈຳ​ລັດໂອ​ຮາຍ​ໂອ ​ຂຽນ​ໃສ່​ໝວກ​ຂອງ​ນັກ​ຮຽນ​ຄົນ​ນຶ່ງ​ຂະ​ນະ​ທີ່ໄປ​ຢ້ຽ​ມ​ຢາມ​ໂຮງ​ຮຽນ​ອະ​ນຸ​ບານ​ແຫ່ງ​ນຶ່ງ​ໃນ​ລັດ​ໂອ​ຮາຍ​ໂອ (ພາບ​ສະ​ໜອງ​ໃຫ້​ໂດຍ ທ.ນ. ທີ​ນາ ມະ​ຫາ​ລາດ)
​ທ.ນ. ທີ​ນາ ມະ​ຫາ​ລາດ, ສະ​ມາ​ຊິກ​ສະ​ພາ​ສູງເຊື້ອ​ສາຍ​ລາວປະ​ຈຳ​ລັດໂອ​ຮາຍ​ໂອ ​ຂຽນ​ໃສ່​ໝວກ​ຂອງ​ນັກ​ຮຽນ​ຄົນ​ນຶ່ງ​ຂະ​ນະ​ທີ່ໄປ​ຢ້ຽ​ມ​ຢາມ​ໂຮງ​ຮຽນ​ອະ​ນຸ​ບານ​ແຫ່ງ​ນຶ່ງ​ໃນ​ລັດ​ໂອ​ຮາຍ​ໂອ (ພາບ​ສະ​ໜອງ​ໃຫ້​ໂດຍ ທ.ນ. ທີ​ນາ ມະ​ຫາ​ລາດ)

ອີກບໍ່​ເທົ່າ​ໃດ​ອາ​ທິ​ດການ​ເລືອກຕັ້ງ​ກາງ​ສ​ະ​ໄໝ​ຂອງ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ​ກໍ​ຈະ​ຈັດ​ຂຶ້ນແລ້ວ ຊຶ່ງ​ເຮັດ​ໃຫ້ບັນ​ດາຜູ້ລົງ​ສະ​ໝັກ​ເລືອກ​ຕັ້ງທັງໃໝ່ແລະ​ຜູ້ທີ່​ຢາກໃຫ້ຖືກ​ເລືອກ​ຕັ້ງ​ຄືນຂຸ້ນ​ຂ້ຽວ​ອອກ​ໂຄ​ສະ​ນາ​ຫາ​ສຽງ​. ທ່ານ​ນາງ ທີ​ນາມະ​ຫາ​ລາດ ທີ່ເປັນ​ສະ​ມາ​ຊິກ​ສະ​ພາ​ສູງ​ປະ​ຈຳ​ລັດ​ໂອ​ຮາຍ​ໂອ ບອກວ່າ ທ່ານ​ນາງ​ຕ້ອງ​ໄດ້​ອອກ​ໄປ​ຫາ​ສຽງ​ ໂດຍ​ການ​ໄປ​ເຄາະ​ປະ​ຕູຂອງ​ແຕ່​ລະ​ເຮືອນເພື່ອ​ໂອ້​ລົມ​ກັບ​ຜູ້​ຢູ່​ອາ​ໄສ​ໃນ​ເຂດ​ເລືອກ​ຕັ້ງ​ຂອງ​ທ່ານ​ນາງ ​ທຸກໆ​ວັນ​ເສົາ ແລະ​ອາ​ທິດມາ​ໄດ້ 5 ເດືອນ​ແລ້ວ. ໃນ​ການ​ໄປ​ໂອ້​ລົມ​ກັບ​ປະ​ຊາ​ຊົນນັ້ນ ທ່ານ​ນາງ​ຕ້ອງ​ອະ​ທິ​ບາຍ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ກ່ຽວ​ກັບ​ຕົວ​ຂອງ​ທ່ານ​ນາງ ຊຶ່ງ​ທ່ານ​ນາງບອກ​ກັບ​ວີ​ໂອ​ເອ​ວ່າ:

“ຂ້າ​ພະ​ເຈົ້າ​ຕ້ອງ​ບອ​ກ​ເຂົາ​ເຈົ້າຢູ່​ເລື້ອຍໆ ເພື່ອ​ໃຫ້​ຮູ້​ວ່າ ທີ່ຈິງ​ແລ້ວ​ ຂ້າ​ພະ​ເຈົ້າລົງ​ແຂ່ງ​ຂັນ​ເລືອກ​ຕັ້ງ​ຄືນເພື່ອ​ຈະ​ໄດ້ດຳ​ລົງ​ຕຳ​ແໜ່ງ​ໃນຫ້ອງ​ການສະ​ພາ​ສູງປະ​ຈຳ​ລັດ ແລະ​ເຂົາ​ເຈົ້າ​ດີ​ໃຈ​ທີ່​ໄດ້​ຮູ້​ວ່າ​ ຂ້າ​ພະ​ເຈົ້າ​ເປັນຜູ້ນຶ່ງທີ່​ມີຊີ​ວິດ​ການ​ເປັນ​ຢູ່ຄ້າຍຄື​ກັນ​ກັບ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າ​ເປັນ​ແມ່ ທີ່​ມີ​ລູກ​ຊາຍ​ສອງ​ຄົນດຽວນີ້ ​ແລະ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ມາ​ໜີ້ ໃນ​ນາມ​ອົບ​ພະ​ຍົບ​ຈາກ​ລາວ. ແລະຂ້າ​ພະ​ເຈົ້າກໍ​ໄດ້​ເຮັດ​ວຽກຢ່າງ​ຍາກ​ລຳ​ບາກເພື່ອ​ຈະ​ໄດ້ທຸກ​ສິ່ງ​ທຸກ​ຢ່າງ​ມາໃນ​ຊີ​ວິດ. ພວກເຂົາເຈົ້າມັກຫລາຍ ​ເມື່ອຮູ້ວ່າຂ້າ​ພະ​ເຈົ້າເຮັດວຽກຫນັກ ແລະເປັນ​ຄົນ​ດຸ​ໝັ່ນ. ຂ້າ​ພະ​ເຈົ້າບໍ່ແມ່ນຜູ້ທີ່ມີສິດທິພິເສດ ແລະບໍ່​ແມ່ນຜູ້ທີ່ບໍ່ໄດ້ຮູ້ຈັກວ່າ ມັນຕ້ອງ​ໄດ້​ເຮັດວຽກຫນັກກວ່າ​ຈະ​ໄດ້ເງິນມາ. ສະນັ້ນ, ພວກເຂົາເຈົ້າມັກ​ທີ່​ໄດ້ຮູ້ວ່າ ຂ້າ​ພະ​ເຈົ້າກໍເປັນ​ຄົນ​ດຸໝັ່ນຄືກັນກັບເຂົາເຈົ້າ.”

ທ່ານ​ນາງ ທີ​ນາ ​ສັງ​ກັດພັກ​ເດ​ໂມ​ແຄ​ຣັດ ແລະໄດ້​ເປັນ​ສະ​ມາ​ຊິກ​ສະ​ພາ​ສູງ​ປະ​ຈຳ​ລັດ​ໂຮາຍ​ໂອ​ມາ​ໄດ້ 1 ສະ​ໄໝ​ແລ້ວ ທ່ານ​ນາງ​ກຳ​ລັງ​ແຂ່ງ​ຂັນ​ໃຫ້​ໄດ້​ດຳ​ລົງ​ຕຳ​ແໜ່ງອີກ 4 ປີ ກໍ​ຄື 1 ສະ​ໄໝ. ໃນ​ການ​ໄປ​ຫາ​ສຽງ​ນັ້ນ ທ່ານ​ນາງບອກປະ​ຊາ​ຊົນໃນ​ເຂດ​ເລືອກ​ຕັ້ງຂອງ​ຕົນ​ອີກວ່າ ຖ້າ​ໄດ້​ຖືກ​ເລືອກ​ຄືນທ່ານ​ນາງ​ຈະ​ສືບ​ຕໍ່ສູ້ເພື່ອ​ສິດ​ທິ​ຂອງ​ແມ່​ຍິງ ຊຶ່ງ​ລວມ​ທັງ​ສິດ​ໃນ​ການ​ເຮັດ​ແທ້ງ​ລູກ, ການມີ​ວຽກ​ງານທີ່ມີ​ລາຍ​ໄດ້​ດີ ແລະຕໍ່​ສູ້​ເພື່ອໃຫ້​ມີການ​ດູ​ແລ​ປິ່ນ​ປົວສຸ​ຂະ​ພາບໃນລາ​ຄາ​ຍ່ອມ​ເຍົາ.

ເຊີນ​ຊົມ​ວີ​ດິ​ໂອ​ກ່ຽວ​ກັບ​ ທ.ນ.ທີ​ນາ​ມະ​ຫາ​ລາດ

XS
SM
MD
LG