ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະກາດຂອງອົງການ FBI ກ່ຽວກັບ ທ່ານນາງ Clinton ກໍ່ໃຫ້ມີການວິພາກວິຈານຂຶ້ນ


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານນາງ Hillary Clinton, ພ້ອມກັບນັກຮ້ອງຊື່ດັ່ງ ນາງ Jennifer Lopez, ຊ້າຍ, ແລະ ນັກຂຽນເພງທ່ານ Marc Anthony, ທີສອງ
ຈາກຊ້າຍ, ກ່າວໃນງານສະແດງ ອອກມາເພື່ອລົງຄະແນນສຽງ ທີ່ໂຮງລະຄອນ Amphitheater ສວນ Bayfront, ເມືອງ Miami, 29 ຕຸລາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານນາງ Hillary Clinton, ພ້ອມກັບນັກຮ້ອງຊື່ດັ່ງ ນາງ Jennifer Lopez, ຊ້າຍ, ແລະ ນັກຂຽນເພງທ່ານ Marc Anthony, ທີສອງ ຈາກຊ້າຍ, ກ່າວໃນງານສະແດງ ອອກມາເພື່ອລົງຄະແນນສຽງ ທີ່ໂຮງລະຄອນ Amphitheater ສວນ Bayfront, ເມືອງ Miami, 29 ຕຸລາ, 2016.

ທ່ານນາງ ຮິລເລິຣີ ຄລິນຕັນ ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີສັງກັດພັກເດໂມ ແຄຣັດ ໄດ້ເອີ້ນກາລະເວລາແຫ່ງການປະກາດຂອງອົງການສືບລັບ ແອັຟ ບີ ອາຍ ທີ່ວ່າ ໄດ້ມີການສັ່ງຊາຕີລາຄາຫຼັກຖານໃໝ່ໃນກໍລະນີຂອງທ່ານນາງນັ້ນວ່າ “ເປັນເລື້ອງທີ່ບໍ່ ເຄີຍມີມາກ່ອນ” ທັງ “ເປັນສິ່ງທີ່ລົບກວນຈິດໃຈທີ່ສຸດ.”

ໃນການໄປປາກົດໂຕທີ່ ຊາຍຫາດ ເດໂທນາ ລັດ ຟລໍຣີດາ ວັນເສົາວານນີ້ ທ່ານນາງ ຄລິນຕັນ ໄດ້ບອກບັນດາຜູ້ຟັງທັງຫຼາຍວ່າ “ມັນເປັນເລື້ອງແປກພໍສົມຄວນ ທີ່ນຳສະເໜີ ສິ່ງດ່ັງກ່າວທີ່ມີຂໍ້ມູນບໍ່ພໍທໍ່ໃດ ກ່ອນໜ້າການເລືອກຕັ້ງພຽງເວລາໜ້ອຍດຽວ.”

ແລ້ວຕໍ່ມາ ທ່ານນາງກໍເວົ້າຕຶ່ມວ່າ “ພວກເຮົາຈະບໍ່ປ່ອຍໃຫ້ການເລືອກຕັ້ງນີ້ ໃນເວລາ ພຽງ 10 ມື້ສຸດທ້າຍ ໃຫ້ເປັນເລື້ອງຟົດນັນແລະເປັນການລົບກວນ. ມັນຄວນຈະເປັນ ເລື້ອງກ່ຽວກັບວ່າ ເຮົາຢາກໃຫ້ປະເທດນີ້ເປັນແນວໃດສຳລັບພວກເຮົາ ສຳລັບພວກລູກ ພວກຫຼານຂອງພວກເຮົາ.”

ຜູ້ອຳນວຍການ ແອັຟ ບີ ອາຍ ທ່ານ James Comeyໄດ້ກ່າວໃນຈົດໝາຍຫຼາຍສະບັບ ທີ່ສົ່ງເຖິງພວກທະນາຍຄວາມໃນວັນສຸກຜ່ານມານີ້ວ່າ ມີອີເມລໃໝ່ຫຼາຍສະບັບໂຜ່ໂຕຂຶ້ນ ມາ ທີ່ກ່ຽວພັນກັບເລື້ອງຂອງທ່ານນາງ ຄລິນຕັນ ເຖິງຈະເປັນບົດບາດທີ່ຕາມປະເພນີແລ້ວ ແອັຟ ບີ ອາຍ ຈະຫຼີກເວັ້ນບັນຫາຂັດແຍ້ງ ໃນເວລາບໍ່ທໍ່ໃດມື້ ກ່ອນການເລືອກຕັ້ງນີ້ກໍຕາມ.

ລາຍງານໃນວັນເສົາວານນີ້ເວົ້າວ່າ ພວກເຈົ້າໜ້າທີ່ ກະຊວງ ຍຸຕິທຳ ສະຫະລັດ ໄດ້ເຕືອນ ທ່ານ Comey ວ່າ ການແຈ້ງໃຫ້ລັດຖະສະພາຊາບ ກ່ຽວກັບ ເອກະສານໃໝ່ແມ່ນບໍ່ສອດ ຄ່ອງ ກັບການປະຕິບັດຂອງ ກະຊວງ ດັ່ງກ່າວ. ເພາະສະນັ້ນ ເພື່ອປະຕິບັດໃຫ້ສອດຄ່ອງ ທ່ານ ໂຄມີ ຈຶ່ງໄດ້ສົ່ງຈົດໝາຍສະບັບນຶ່ງ ຫາພະນັກງານ ແອັຟ ບີ ອາຍ ອະທິບາຍເຖິງ ເຫດຜົນເບື້ອງຫຼັງ ຂອງການເຄື່ອນໄຫວທີ່ບໍ່ເຄີຍມີມາກ່ອນຂອງທ່ານ.

ທ່ານກ່າວວ່າ “ຕາມທຳມະດາແລ້ວ ພວກເຮົາຈະບໍ່ບອກໃຫ້ສະພາຮູ້ກ່ຽວກັບການສືບ ສວນທີ່ພວມດຳເນີນໄປຢູ່ ແຕ່ໃນທີ່ນີ້ ຂ້າພະເຈົ້າຮູ້ສຶກວ່າ ມີຄວາມຈຳເປັນ ທີ່ຈະຕ້ອງ ໄດ້ເຮັດ ຍ້ອນວ່າໄດ້ໄປໃຫ້ການຊໍ້າແລ້ວຊໍ້າອີກເມື່ອບໍ່ຫຼາຍເດືອນຜ່ານມານີ້ ທີ່ວ່າການ ສືບສວນສອບສວນຂອງພວກເຮົາຄົບຖ້ວນແລ້ວ. ນອກນັ້ນຂ້າພະເຈົ້າກໍຍັງຄິດວ່າ ຂ້າ ພະເຈົ້າຈະພາໃຫ້ຊາວ ອາເມຣິກັນ ທົ່ວໄປເຂົ້າໃຈຜິດ ຖ້າພວກເຮົາບໍ່ໃຫ້ຫຼັກຖານຂໍ້ມູນ ເພີ້ມເຕີມ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Democrat Clinton Calls Timing of FBI Email Probe 'Strange'
please wait

No media source currently available

0:00 0:00:43 0:00

XS
SM
MD
LG